ຄໍາວ່າ “ກາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ກາຍ” ຫຼື ຮ່າງກາຍ ແມ່ນໝາຍເຖິງຕົນຕົວ, ເລົາຄິງ ຫຼື ຮ່າງຄິງ ຂອງຄົນ ແລະ ສັດ ຍົກເວັ້ນ ສ່ວນຄໍ, ຫົວ, ແຂນ ແລະ ຂາ, ໂດຍທົ່ວໄປຮ່າງກາຍເປັນສ່ວນທີ່ບັນຈຸກະເພາະ, ລໍາໃສ້, ຫົວໃຈ, ປອດ, ຕັບ, ມ້າມ, ບີ ແລະ ອີກຫຼາຍໆຢ່າງ ແຕ່ຍົກເວັ້ນສັດບາງຈໍາພວກ. ພ້ອມນັ້ນ, “ກາຍ” ຍັງໝາຍເຖິງລໍາ ຕົ້ນຂອງຕົ້ນໄມ້ ໂດຍສະເພາະແມ່ນຕົ້ນໄມ້ສູງໃຫຍ່ອີກດ້ວຍ.

ນອກຈາກນີ້, “ກາຍ” ຍັງໝາຍເຖິງການຜ່ານໄປມາ ຫຼື ເດີນສວນທາງກັນ ເຊັ່ນ: ຍ່າງກາຍໄປ, ຍ່າງກາຍ ມາ, ກາຍກັນຫວ່າງກີ້ນີ້, ກາຍທາງເຂົ້າ ເປັນຕົ້ນ. “ກາຍ” ຍັງໃຊ້ບອກເວລາ ດັ່ງ ປີກາຍ, ກາຍເວລາ, ກາຍຍາມ, ສວາຍກາຍ, ເຊົ້າກາຍ ແລະ ອື່ນໆ. “ກາຍ” ຍັງແມ່ນການເລື່ອນ ເຊັ່ນ: ກາຍຕອນທີ 2 ຂ້າມ ໄປຫາຕອນທີສາມເລີຍ ເປັນຕົ້ນ. “ກາຍ” ຍັງແມ່ນການປ່ຽນ ຕົວຢ່າງນໍ້າຖືກເຢັນຫຼາຍກາຍເປັນທາດແຂງ, ນໍ້າຮ້ອນ ແລະ ລະເຫີຍກາຍເປັນອາຍນໍ້າ. “ກາຍ” ຍັງໝາຍເຖິງແປງ ຫຼື ຈໍາແລງ, ກັບເກີດ ດັ່ງ ແປງ ກາຍ, ກັບກາຍເປັນ ແລະ ອື່ນໆ. “ກາຍ” ຍັງໃຊ້ຄວບກັບຄໍາອື່ນ ແລະ ມີຄວາມໝາຍຕ່າງໄປ ດັ່ງ ໂພດ ກາຍ, ກາຍໂພດ, ກາຍໜ້າກາຍຕາ, ຂີ້ຖີ່ກາຍ, ຖ່ອມຕົນກາຍ, ສຸກກາຍ, ຫູກາຍ, ເປືອງກາຍ, ກາຍຍະ ກໍາ, ກາຍພັນ, ກາຍຍະສິດ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກາຍ”.

“ກາຍ” (1. ຄໍານາມ) ຕົນຕົວ, ຮ່າງຄິງ, ລໍາຕົ້ນ, ໝູ່ພວກ, ໝວດ. (2. ຄໍາກິລິຍາ) ຜ່ານໄປມາ, ເລື່ອນ, ປ່ຽນ, ແປງ, ກັບເກີດ.

ຕົວຢ່າງ:

  • ຮ່າງກາຍຂອງຄົນ ແລະ ລິງມີຫຼາຍຢ່າງຄ້າຍຄືກັນ ແຕ່ຕ່າງກັນຢ່າງໂດດເດັ່ນແມ່ນລິງມີຂົນຫຼາຍ ກວ່າຄົນ.
  • ມື້ວານຕອນຄໍ່າຂີ່ລົດກາຍທາງໃກ້ກັບພະທາດຫຼວງ ເຫັນເດືອນເພັງເຕັມໜ່ວຍຂຶ້ນຢູ່ເທິງຈອມທາດ ແລະ ແຜ່ລັດສະໝີອອກງາມຫຼາຍ.
  • ໃນນີທານຫຼາຍໆເລື່ອງ ໄດ້ກ່າວເຖິງພະຍານາກແປງກາຍເປັນຄົນ ເພື່ອໄປກາບໄຫວ້ທະພຸດທະ ເຈົ້າ.

ສະຫຼຸບ.

ຄໍາວ່າ “ກາຍ” ແມ່ນຮ່າງກາຍ, ຕົນຕົວ, ເລົາຄິງ ຫຼື ຮ່າງຄິງ ຂອງຄົນ ແລະ ສັດ. ພ້ອມນັ້ນ, “ກາຍ” ຍັງແມ່ນລໍາຕົ້ນຂອງຕົ້ນໄມ້. “ກາຍ” ຍັງແມ່ນການຜ່ານໄປມາ ຫຼື ເດີນສວນທາງກັນ. “ກາຍ” ຍັງໃຊ້ບອກ ເວລາທີ່ຜ່ານໄປ ຫຼື ລ້າຊ້າ. “ກາຍ” ຍັງໝາຍເຖິງການເລື່ອນ, ການປ່ຽນ, ການແປງ ຫຼື ຈໍາແລງ ແລະ ກັບເກີດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo