ຄໍາວ່າ “ກວຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກວຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ກວຍ” ກະຕ່າທີ່ສານດ້ວຍໄມ້ໄຜ່ຕາຫາງໆ, ທີ່​ເອົາ​ໄວ້​ໃສ່​ວັດ​ຖຸ​ສິ່ງ​ຂອງ​ຕ່າງໆ​ສຳ​ລັບ​ເກັບ​ມ້ຽ​ນ ຫລື ຂົນ​ເຄື່ອງ​ໄປ​ສະ​ຖານ​ທີ​ໃດໆຕາມ​ທີ່​ຕ້ອງ​ການ​ໄດ້​ຢ່າງສະ​ດວກ, ກວຍ​ ນີ້ ສ່ວນ​ຫລາຍ​ຈະ​ໃຊ້​ຫລາຍ​ໃນ​ສະ​ໄໝ​ກ່ອນ​ເຊິ່ງ ກວຍ​ຈະ​ໃຊ້​ການ​ຈັກ​ສານ​ດ້ວຍ​ໄມ້​ໄຜ່ ຫລື ອື່ນໆ ທີ່​ສາ​ມາດ​ຈັກ​ສານ​ໄດ້, ເຊິ່ງ​ອາດ​ຈະ​ສາ​ມາດ​ຈັກ​ສານ​ໄດ້​ສວຍ​ງາມ​ຕາມ​ລວດ​ລາຍ​ຕ່າງໆ ແລ້ວ​ແຕ່​ຝີ​ມື​ຂອງ​ຊ່າງ​ແຕ່​ລະ​ທ່ານ

ກວຍ ປະ​ຈຸ​ບັນ​ນີ້​ກໍ​ຍັງ​ຄົງ​ເຫັນ​ນຳ​ໃຊ້​ກັນ​ຢູ່ ສ່ວນ​ຫລາຍ​ແມ່ນ​ເຫັນ​ເຮັດ​ ກວຍ ເປັນ​ສັງ​ຂະ​ທານ ໄປ​ຖວ​າຍ​ໃຫ້​ວັດ ຫລື ມີ​ການ​ຈັດ​ງານ​ບຸນ​ງານບວດ​ຕ່າງໆ, ແລະ ຍັງ​ສາ​ມາດ​ເຫັນ​ໄດ້​ຕາມ​ເຂດ​ຊົນ​ນະ​ບົດ ເນືອງ​ຈາກວ່າ​ເຂົາ​ເຈົ້າ​ໄດ້​ຈັກ​ສານ​ເອງ ແລະ ນຳ​ມາ​ໃຊ້​ເອງ ບໍ່​ເສຍ​ເງີນ​ໃນ​ການ​ໄປ​ຊື້​ກະ​ຕ່າ​ອື່ນໆ​ເປັນ​ການ​ປະ​ຫຍັດ​ໄປ​ໃນ​ຕົວ.

ນອກຈາກນີ້, “ກວຍ” ຍັງໝາຍເຖິງກະທໍຕາງຫ່າງ ໜ່ວຍໃຫຍ່ສູງ ພຽງແອວ ບາງ ກວຍ​ ອາດ​ຈະ​ຈັກ​ສານ​ດ້ວຍ​ຕອກ ແລະ ທາ​ດ້ວຍ​ຂີ້​ຄວາຍ​ເພື່ອ​ບໍ່​ໃຫ້​ມີ​ຮູ​ຮົ່ວ​ອອກ ສ່ວນ​ຫລາຍ​ປະ​ຊາ​ຊົນ​ລາວ​ໃຊ້​ເຮັດ​ແບບ​ນີ້​ເພື່ອເອົາ​ໄວ້​ບັນ​ຈະ​ເຂົ້າ​.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກວຍ”.

1 ນ. ກະຕ່າທີ່ສານດ້ວຍໄມ້ໄຜ່ຕາຫາງໆ ເອີ້ນ ກວຍ ກະຕ່າຫ່າງກໍ່ວ່າ ຢ່າງວ່າ “ສັດຈະຜູ້ຍິງນີ້ ຄືກວຍກະຕ່າຫ່າງ ຖິ້ມໃສ່ນ້ໄຫຼເຂົາສູ່ຕາ, ສັດຈະ ຜູ້ຊາຍນີ້ ຄືຫີນໝັກໝື່ນ ຖິ້ມໃສ່ນ້ຳຈົມປິ້ງບໍຟູ” (ຜະຫຍາ).

2 ນ. ກະທໍຕາງຫ່າງ ໜ່ວຍໃຫຍ່ສູງ ພຽງແອວ ສຳລັບບົ່ມໃບຢາ ເອີ້ນກວຍຢາ, ກວຍໃຫຍ່ສານດ້ວຍຕອກໜາ ທາດ້ວຍຂີ້ຄວາຍ ສຳລັບໃສ່ເຂົາເປືອກ ເອີ້ນ ກວຍເຂົ້າ.

ຕົວຢ່າງ:

  • ຊາວ​ບ້ານ​ຕາກ​ເຂົ້າ​ໄຮ່​ແລ້ວ​ເອົາ​ໄປ​ໃສ່​ກວຍ​ເຂົ້າ​ໄວ້.
  • ແມ່​ຕູ້​ເອົາ​ກວຍ​ສັງ​ຂະ​ທານ​ໄປ​ຖວາຍ​ໃຫ້​ວັດ​ບ້ານ

ສະຫຼຸບ.

ຄໍາວ່າ “ກວຍ” ກະຕ່າທີ່ສານດ້ວຍໄມ້ໄຜ່ຕາຫາງໆ ກະຕ່າຫ່າງ ຫລື ໝາຍ​ຄວາມ​ວ່າ ກະທໍຕາງຫ່າງ ໜ່ວຍໃຫຍ່ສູງ ພຽງແອວ ສຳລັບບົ່ມໃບຢາ ແມ່ນ ກວຍຢາ, ກວຍໃຫຍ່ສານດ້ວຍຕອກໜາ ທາດ້ວຍຂີ້ຄວາຍ ສຳລັບໃສ່ເຂົາເປືອກ ແມ່ນ ກວຍເຂົ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo