ຄຳ​ວ່າ ໄຄ່ ແລະ ໃຄ່ ມີ​ຄວາມ​ໝາຍ​ແນວ​ໃດ​ໃນ​ພາ​ສາ​ລາວ

SA Game

DooDiDo

ຄວາມໝາຍທີ່ແຕກຕ່າງກັນຂອງຄຳວ່າໄຄ່ ແລະ ໃຄ່.

ການເວົ້າ ຫຼື ສື່ສານກັນດ້ວຍຄຳເວ້ົາເຮົາຕ້ອງໄຕ່ຕອງທຸກໆຄຳເວົ້າກ່ອນທຸກໆຄັ້ງເພາະຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ຍັງເຮັດໃຫ້ເກີດຂໍ້ສົງໃສ ແລະ ຄ້າງຄາໃຈວ່າຄວນນຳໃຊ້ຄຳໃດ ເພາະຄຳສັບບາງຄຳອາດມີການອອກສຽງທີ່ໃກ້ຄຽງກັນ ແຕ່ຊ້ຳພັດຫຼັກການຂຽນ ແລະ ຄວາມໝາຍທີ່ບໍ່ຄືກັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ນ້ຳສຽງທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ ໄຄ່ ແລະ ໃຄ່

ສະນັ້ນບົດນີ້ເຮົາ​ຈື່ງຈະຍົກເອົາ ຄຳວ່າ ໄຄ່ ແລະ ໃຄ່ ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ຫຼາຍໆຄົນອາດຍັງສະກົດ ຫຼື ອອກສຽງອັນດຽວກັນຢູ່ ເພາະຄິດວ່າມັນມີຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນການໃຊ້ຄຳສັບ,ນ້ຳສຽງ ແລະ  ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາສຶກສາຄຳວ່າ ໄຄ່ ແລະ ໃຄ່ ນີ້ໄປພ້ອມກັນວ່າ ທັງສອງຄຳນີ້ມິຫຼັກການນຳໃຊ້ ແລະ ສະກົດຄຳທີ່ຄ້າຍຄືກັນ ແລະ ແຕກຕ່າງກັນຢູ່ບ່ອນໃດ?

SA Game
DooDiDo

ຄຳວ່າ ໄຄ່.

     ຄຳວ່າໄຄ່ເປັນຄຳກຳມະ ມີຄວາມໝາຍວ່າຢາກໄດ້, ປະສົງປາດຖະໜາ, ຄວມຕ້ອງການຢາກໄດ້, ຄວາມຕ້ອງການຢາກຄອບຄອງ ຫຼື ໝາຍເຖິງຄວາມຫຼົງໄຫຼໃນບຸກຄົນ, ຫຼົງໄຫຼໃນສິ່ງໃດສິ່ງໜື່ງທີ່ກະຕຸ້ນໃຫ້ແນວຄິດ ແລະ ຈິດໃຈຂອງເຮົາໝົກໝຸ້ນຢູ່ກັບສິ່ງນັ້ນໆ ບໍ່ວ່າຈະເປັນເລື່ອງການງານ, ເລື່ອງຄວາມຮັກຂອງຄູ່ບ່າວສາວ ເຊິ່ງຄຳວ່າໄຄ່ນີ້ສາມາດໃຊ້ໄດ້ກັບທຸກໆສິ່ງຢ່າງທີ່ຄົນເຮົາຕ້ອງການ ຫຼື ສິ່ງທີ່ເຮົາຫຼົງໄຫຼເຊັ່ນ:

ຕົວຢ່າງ:

  1. ບຸນມາຕ້ອງການຊື້ເຄື່ອງເຟີນີເຈີເພື່ອຕົບແຕ່ງບ້ານຂອງລາວ.
  2. ວັນແຫ່ງຄວາມຮັກປີນີ້ຖ້າແຟນຂ້ອຍຊື່ດອກໄມ້ໃຫ້ເປັນຂອງຂັວນຄືີຊິດີ.
  3. ລາວມີຄວາມໝົກໝຸ້ນຕັ້ງໃຈເຮັດໃນສິ່ງທີ່ລາວຮັກຢ່າງມີຄວາມສຸກ.

ຄຳວ່າ ໃຄ່.

ຄຳວ່າໄຄ່ເປັນຄຳກຳມະ ມີຄວາມໝາຍວ່າ ໂນ, ບວມ, ໂພງຂື້ນ, ຟົກບວມ. ການຖືກກະແທກກະແທກດ້ວຍຂອງແຂງ ເຮັດໃຫ້ມີການຟົກຊ້ຳ ຫຼື ໂນບວມຂື້ນ ເຮົາເອີ້ນຄຳເຫຼົ່ານັ້ນວ່າໃຄ່,ເຊິ່ງຄຳນີ້ເຮົາຈະໄດ້ຍິນ ແລະ ນຳໃຊ້ກັນຢູ່ເລື່ອຍໆໃນການໃຊ້ຊີວິດປະຈຳວັນ ສ່ວນຫຼາຍແມ່ນຈະໃຊ້ກັບການເກີດອຸບັດຕິເຫດອັນເຫຼັກນ້ອຍຂອງໝູ່ເຮົາເຈົ້າຂ້ອຍ ຫຼື ກັບບັນດາເດັກນ້ອຍທີ່ກຳລັງຢູ່ໃນໄວກຳລັງດື້ເຊັ່ນ:

ຕົວຢ່າງ :

  1. ແມ່ເຖົ້າຍ່າງລື່ນລົ້ມຫົວເຄົ່າຈົນວ່າບວມ.
  2. ຫຼານນ້ອຍລົ້ມຫົວກະແທກກັບພື້ນເຮັດໃຫ້ຫົວໂນຂື້ນໜ່ວຍບັກໃຫຍ່.
  3. ລົດລົ້ມວານນີ້ເຮັດໃຫ້ຂາຂ້ອຍໃຄ່ໄປເບິດເລີຍ.

ສະຫຼຸບ.

ສະຫຼຸບແລ້ວຄຳວ່າໄຄ່ ແລະ ໃຄ່ ນັ້ນນັ້ນອາດມີຫຼັກການຂຽນ ແລະ ການອ່ານທີ່ໃກ້ຄຽງກັນຫຼາຍທີ່ສຸດ ແຕ່ມີຄວາມໝາຍທີ່ແຕກຕ່າງກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການຂຽນ,ການອ່ານ ຫຼື ການອອກສຽງພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ຄ້າຍຄືກັນແຕ່ມີຄວາມໝາຍແຕກຕ່າງກັນເພາະຄຳວ່າໄຄ່ຈະເວົ້າເຖິງຄວາມຢາກໄດ້, ປະສົງປາດຖະໜາ, ຄວມຕ້ອງການຢາກໄດ້, ຄວາມຕ້ອງການຢາກຄອບຄອງ, ສ່ວນຄຳວ່າໃຄ່ແມ່ນໝາຍເຖິງໂນ, ບວມ, ໂພງຂື້ນ, ຟົກບວມດັ່ງນີ້ເປັນຕົ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo