ຄຳ​ວ່າ ຈິບ ມີ​ຄວາມ​ໝາຍ​ທີ່​ຫລາກ​ຫລາຍ​ທີ່​ຫລາຍ​ຄົນ​ຍັງ​ບໍ່​ທັນ​ຮູ້

SA Game

DooDiDo

ຮູ້​ຈັກຄວາມ​ໝາຍຄຳ​ວ່າ “ຈິບ” ແບບ​ລະ​ອຽດໃນ​ພ​ສາ​ລາວ.

ໃນ​ບົດ​ນີ້​ຈະ​ຂໍ​ຍົກ​ເອົາ​ຄຳ​ວ່າ ຈິບ ມາ​ອະ​ທິ​ບາຍ​ນຳ​ກັນ​ໃຫ້​ລະ​ອຽດ ແລະ ແຈ່ມ​ແຈ້ງ, ເຊິງ​ບັງ​ເອີນ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ເບິງ​ເຟສບຸກເພຈ ພາ​ສາ​ລາວ ໄດ້​ອະ​ທິ​ບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ ແລະ ຂໍອະນຸຍາດດັດແກ້ ແລະ ເພີ່ມເຕີມບາງຢ່າງກ່ຽວກັບການໃຫ້ນິຍາມຄໍາວ່າ “ຈິບ” ສາມາດແປໄດ້ຫຼາຍຄວາມໝາຍຄືກັບຄໍາສັບອື່ນໆ ບາງຄວາມໝາຍຫຼາຍຄົນກໍ່ອາດຈະເຂົ້າໃຈ ແລະ ອີກຫຼາຍຄົນກໍ່ອາດບໍ່ເຂົ້າໃຈດີເຊັ່ນ:

ຄຳ​ວ່າ ຈິບ.

  • ຈິບ ເປັນຄໍານາມ ເປັນຊື່ເອີ້ນຂອງເຄື່ອງຫ້າງຫາປາຊະນິດໜຶ່ງທີ່ເຮັດຂວາງແມ່ນ້ຳ ຫຼື ບ່ອນນ້ຳໄຫຼຄ້າຍຄືກັບ ຕ້ອນ, ມີຫ້າງສຳລັບນັ່ງດັກປາໃນເວລາກາງຄືນ.

ຈິບ ເປັນວິທີການຫາປາທີ່ເກົ່າແກ່ ແລະ ມີປະຫວັດຍາວນານມານັບຮ້ອຍປີ ປະຊາຊົນມັກຈະເຮັດຈິບຫຼັງຈາກສຳເລັດການເກັບກ່ຽວເຂົ້ານາ ໂດຍເລີ່ມຈາກການຊອກທຳເລ ເບິ່ງແລວນ້ຳ ຈຸດທີ່ມີນ້ຳໄຫຼພໍປະມານ ແລະ ຄວາມເລີກຂອງນ້ຳປະມານພຽງແອວຫາເອິກ ຖ້າເລິກ ຫຼື ຕື້ນກວ່ານັ້ນການດັກດ້ວຍຈິບກໍອາດຈະບໍ່ຖືກປາ.

SA Game
DooDiDo

ຫຼັງຈາກໄດ້ຈຸດທີ່ເໝາະສົມແລ້ວ, ກໍຈະເລີ່ມຕັດໄມ້ຕັນທີ່ຫາງ່າຍໆຢູ່ຕາມແຄມບ້ານເພື່ອເຮັດສ່ວນຕ່າງໆຂອງຕົວຈິບ. ເມື່ອໄດ້ໄມ້ພຽງພໍກໍຈະເລີ່ມຕັ້ງເສົາຂອງເຮືອນຈິບ ແລະ ລົງມືສ້າງສ່ວນຕໍ່ໄປຕາມລຳດັບ. ເມື່ອເສົາຈິບແຕ່ລະເສົາຖືກຕັ້ງຕາມຕຳແໜ່ງທີ່ຕ້ອງການແລ້ວ ຂັ້ນຕອນຕໍ່ໄປແມ່ນການຕໍ່ຮາວເພື່ອໃສ່ຫຼັກສັກໃຫ້ເປັນຕົວຈັບກະຈາດ. ຮາວຈິບນັ້ນຈະຖືກຕໍ່ກັນຍາວຈາກຟາກໜຶ່ງໄປຫາອີກຟາກໜຶ່ງຂອງສາຍນ້ຳ ຈະຈົ່ງໄວ້ພຽງບ່ອນກາງນ້ຳເພື່ອເປັນປ່ອງເຮືອເທົ່ານັ້ນ.

ຫຼັງຈາກລົງຫຼັກສັກສຳເລັດແລ້ວກໍຈະເຮັດເຮືອນຈິບ ໂດຍເຮືອນຈິບຈະບໍ່ມີຝາ, ມີພຽງພື້ນ ແລະ ຫຼັງຄາເອົາໄວ້ເປັນບ່ອນນັ່ງຢາມປາໃນກາງຄືນ.ໃນຂັ້ນຕອນສຸດທ້າຍຜູ້ເຮັດຈິບຈະສານກະຈາດ (ກະແຕະ)ແບບງ່າຍໆດ້ວຍໄມ້ປ່ອງເພື່ອເປັນແນວປ້ອງກັນບໍ່ໃຫ້ປາລອດໄປທົ່ວທີບ ທັງເປັນແນວກັ້ນໃຫ້ປາທີ່ຫາກິນຕາມສາຍນ້ຳເຂົ້າລອຍເຂົ້າມາທາງປະຕູຈິບທີ່ຈົ່ງປ່ອງໄວ້ໃນສ່ວນຈິບກະຈາດນີ້, ຈະສານຫ່າງໆໃຫ້ມີຊ່ອງວ່າງແຕ່ລະຕາປະມານໜຶ່ງຝ່າມື ການຈົ່ງຊ່ອງຫວ່າງໃຫ້ສໍ່າຝ່າມື ຖືເປັນຄຳສັ່ງສອນຂອງຜູ້ເຖົ້າຜູ້ແກ່ ເພື່ອໃຫ້ຝູງປາທີ່ນ້ອຍກວ່າປ່ອງກະຈາດສາມາດລອດໄປຕາມຫວ່າງ ປະປ່ອຍໃຫ້ພວກມັນໄດ້ເຕີບໃຫຍ່ ແລະອອກແມ່ແຜ່ລູກໃນປີຕໍ່ໆໄປ.

  • ຈິບ ເປັນຄໍານາມ ເປັນຊື່ຂອງນົກຊະນິດ ໂຕນ້ອຍໆ ມີສີເຫຼືອງ ມັກຮ້ອງອອກສຽງຈິບໆ ຄົນລາວຈຶ່ງເອີ້ນຊື່ນົກນີ້ວ່າ ນົກຈິບຫຼື ນົກຈິບເຟືອງເພາະສີຂອງມັນຄ້າຍໆຄືເຟືອງ.
  • ຈິບ ເປັນຄໍາບໍ່ຄ່ອຍດີ ໝາຍເຖິງຄວາມຫາຍະນະ ຄວາມຈິບຫາຍ ໝົດຕົວ ອັນທີ່ໃຜກໍ່ບໍ່ຕ້ອງການ ແລະ ອີກແບບເປັນຄໍາສາບແສ່ງຈາກຄວາມຄຽດແຄ້ນໃຫ້ກັນເຊັ່ນ:ຂໍໃຫ້ຈິບຫາຍວາຍວອດ…
  • ຈິບ ເປັນກໍາມະ ໝາຍເຖິງດື່ມໜ້ອຍໆເຊັ່ນ: ຈິບນໍ້າຊາເບົາໆ…ເຫຼົ່ານີ້ເປັນຕົ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈ​ແຫລ່ງ​ຂໍ້​ມູນ​ຈາກ: ເຟສບຸກເພຈ ພາ​ສາ​ລາວ.