ຄຳສັ່ງລົບລ້າງການອອກໃບອະນຸຍາດ ນໍາເຂົ້າລົດແທັກເຕີ ທຸກປະເພດ

SA Game

ພັດ​ທະ​ນາ​ລາວ

ກະຊວງການອຸດສາຫະກຳ ແລະ ການຄ້າ ລົບລ້າງການອອກໃບອະນຸຍາດ ນໍາເຂົ້າລົດແທັກເຕີ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງສະບັບເລກທີ 2982/ອຄ, ລົງວັນທີ 19 ຕຸລາ 2021 ວ່າດ້ວຍການລົບລ້າງ ການອອກໃບອະນຸຍາດນຳເຂົ້າລົດແທັກເຕີ ທີ່ຮັບໃຊ້ສະເພາະການຜະລິດກະສິກຳ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ ແນໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໃນວັນທີ 19 ຕຸລາ 2021 ທີ່ຜ່ານມາ,

ໄດ້​ມີ​ການລົບລ້າງການອອກໃບອະນຸຍາດ ການນໍາເຂົ້າລົດແທັກເຕີທຸກປະເພດ ທີ່ຮັບໃຊ້ສະເພາະການຜະລິດກະສິກໍາ ທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງສາລະບານອັດຕາພາສີ ຂອງ ສປປ ລາວ, ຊຶ່ງປະກອບມີ ລົດແທຣັກເຕີແບບນັ່ງຂັບ ແລະ ລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນໍາຫລັງ (ລົດໄຖນາເດີນຕາມ), ເຊິ່ງການນໍາເຂົ້າແມ່ນໃຫ້ປະຕິບັດຕາມເງື່ອນໄຂ ທີ່ກໍານົດໃນຄໍາສັ່ງສະບັບນີ້ ຄືດັ່ງນີ້:

SA Game
ພັດ​ທະ​ນາ​ລາວ

1) ການນໍາເຂົ້າລົດແທັກເຕີແບບນັ່ງຂັບ ຕ້ອງໄດ້ຂໍໃບອະນຸຍາດດ້ານເຕັກນິກ ຍານພາຫະນະກົນຈັກນໍາເຂົ້າ ແລະ ຂຶ້ນທະບຽນຢູ່ ສປປ ລາວ ນຳກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງກ່ອນການແຈ້ງເສຍພາສີ-ອາກອນນໍາເຂົ້າຢູ່ດ່ານພາສີ ແລະ ຕ້ອງນໍາເຂົ້າຜ່ານດ່ານສາກົນ ເທົ່ານັ້ນ.

2) ການນໍາເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນໍາຫລັງ (ລົດໄຖນາເດີນຕາມ) ສາມາດ ດໍາເນີນການແຈ້ງເສຍພາສີ-ອາກອນ ນຳເຂົ້າຢູ່ດ່ານພາສີໄດ້ເລີຍ, ໂດຍບໍ່ຕ້ອງໄດ້ຂໍໃບອະນຸຍາດດ້ານເຕັກ ນິກຍານພາຫະນະກົນຈັກນຳເຂົ້າ ແລະ ຂຶ້ນທະບຽນ ຢູ່ ສປປ ລາວ ນຳກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ການນຳເຂົ້າສາມາດນໍາເຂົ້າ ຜ່ານດ່ານຊາຍແດນທ້ອງຖິ່ນ, ດ່ານຊາຍແດນປະເພນີ ແລະ ດ່ານສາກົນ.

3) ການນໍາເຂົ້າລົດແທັກເຕີ ສໍາລັບການຜະລິດກະສິກຳທຸກປະເພດທີ່ນໍາເຂົ້າ ເພື່ອນໍາໃຊ້ໃນການຜະລິດກະສິກໍາສະເພາະຂອງກະສິກອນ ແມ່ນສາມາດນຳເຂົ້າໄດ້ຈໍານວນໜຶ່ງຄັນຕໍ່ໜຶ່ງຄອບຄົວ, ໂດຍຕ້ອງມີການຢັ້ງຢືນຈຸດປະສົງການນໍາເຂົ້າ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຄອບຄົວ ຈາກອໍານາດການປົກຄອງບ້ານ ບ່ອນທີ່ຕົນອາໄສຢູ່.

ສໍາລັບການນຳເຂົ້າຂອງກຸ່ມການຜະລິດ ຫລື ສະຫະກອນ ແມ່ນຕ້ອງໄດ້ຮັບການຢັ້ງຢືນຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ນະຄອນ ບ່ອນທີ່ກຸ່ມການຜະລິດ ຫລື ສະຫະກອນຕັ້ງຢູ່, ໂດຍຢັ້ງຢືນຈຸດປະສົງການນໍາເຂົ້າ ເພື່ອນໍາໃຊ້ໃນກຸ່ມການຜະລິດ ຫລື ສະຫະກອນ ແລະ ຈຳນວນການນຳເຂົ້າ ທີ່ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ.

4) ການນຳເຂົ້າລົດແທຣັກເຕີ, ອາໄຫລ່ ແລະ ອຸປະກອນຂອງລົດແທັກເຕີ ທີ່ຮັບໃຊ້ສະເພາະການຜະລິດກະສິກໍາເພື່ອຈໍາໜ່າຍພາຍໃນ ຕ້ອງເປັນຫົວໜ່ວຍທຸລະກິດທີ່ມີໃບທະບຽນວິສາຫະກິດ, ມີການບໍລິການຫລັງການຂາຍ ແລະ ໃບອະນຸຍາດດໍາເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ (ສໍາລັບຜູ້ລົງທຶນຕ່າງປະເທດ). ການນໍາເຂົ້າ ຕ້ອງຜ່ານດ່ານສາກົນເທົ່ານັ້ນ.

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ໃນການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ໃຫ້ມີປະສິດທິຜົນສູງ, ຄໍາສັ່ງສະບັບນີ້ ມີຜົນສັກສິດ ພາຍຫລັງລົງລາຍເຊັນ ແລະ ສົ່ງຈົດໝາຍເຫດທາງລັດຖະການ 15 ວັນ ແລະ ນໍາໃຊ້ປ່ຽນແທນຄໍາສັ່ງວ່າດ້ວຍການລົບລ້າງ ການອອກໃບອະນຸຍາດນໍາເຂົ້າລົດແທັກເຕີ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ.