ຄຳວ່າ ໄຮ່ ແລະ ໃຮ່ ມີ​ຄວາມ​ໝາຍແຕກ​ຕ່າງ​ກັນ​ຄື​ແນວ​ໃດໃນພາສາລາວ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ໄຮ່ ແລະ ໃຮ່ ໃນພາສາລາວ.

ການທີ່ເຮົາຈະເວົ້າ ຫຼື ສື່ສານກັນດ້ວຍຄຳເວ້ົາເຮົາຕ້ອງໄຕ່ຕອງທຸກໆຄຳເວົ້າກ່ອນທຸກໆຄັ້ງເພາະຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ຍັງເຮັດໃຫ້ເກີດຂໍ້ສົງໃສ ແລະ ຄ້າງຄາໃຈວ່າຄວນນຳໃຊ້ຄຳໃດ ເພາະຄຳສັບບາງຄຳອາດມີການອອກສຽງທີ່ໃກ້ຄຽງກັນ ແຕ່ຊ້ຳພັດຫຼັກການຂຽນ ແລະ ຄວາມໝາຍທີ່ບໍ່ຄືກັນ ສະນັ້ນຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ນ້ຳສຽງທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ ໄຮ່ ແລະ ໃຮ່.

ສະນັ້ນບົດນີ້ເຮົາ​ຈື່ງຈະຍົກເອົາ ຄຳວ່າ  ໄຮ່ ແລະ ໃຮ່ ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ຫຼາຍໆຄົນອາດຍັງສະກົດ ຫຼື ອອກສຽງອັນດຽວກັນຢູ່ ເພາະຄິດວ່າມັນມີຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນການໃຊ້ຄຳສັບ,ນ້ຳສຽງ ແລະ  ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາສຶກສາຄຳວ່າ ໄຮ່ ແລະ ໃຮ່ ນີ້ໄປພ້ອມກັນວ່າ ທັງສອງຄຳນີ້ມິຫຼັກການນຳໃຊ້ ແລະ ສະກົດຄຳທີ່ຄ້າຍຄືກັນ ແລະ ແຕກຕ່າງກັນຄືແນວໃດ?

SA Game
DooDiDo

ຄຳວ່າໄຮ່.

     ຄຳວ່າໄຮ່ເປັນຄຳນາມໝາຍເຖິງ ພື້ນທີ່ບ່ອນປູກພືດຜົນໃນບ່ອນທີ່ສູງກ່ວານາ ໂດຍການຟັນຖາງຕົ້ນໄມ້ລົງແລ້ວຈູດເພື່ອປັບໜ້າດິນໃຫ້ເປົ່າແປນແລ້ວນຳເອົາຜົນລະປູກເຊັ່ນ : ສາລີ, ມັນຕົ້ນ, ມັນດ້າງ ແລະ ອື່ນໆ ມາປູກລົງໃສ່ໜ້າດິນເພື່ອຜະລິດເປັນສິນຄ້າແລ້ວສົ່ງອອກສູ່ພໍ່ຄ້າ ຫຼື ແມ່ຄ້າຄົນກາງ. ລວມແລ້ວຄຳວ່າໄຮ່ໝາຍເຖິງການຖາກຖາງຕົ້ນໄມ້ໃບຫຍ້າເປັນບໍລິເວນກ້ວາງຂວາງເພື່ອໃຫ້ສາມາດປູກຝັງພືດພັນນາໆຊະນິດໄດ້້ເປັນຈຳນວນຫຼວງຫຼາຍໃນເວລາດຽວກັນ.

ຕົວຢ່າງ :

  1. ຄອບຄົວຂ້ອຍເຮັດໄຮ່ສາລີຢູ່ເທິງພູສູງ
  2. ປະຈຸບັນຫຼາຍຄອບຄົວໄດ້ມີການຍຸດຕິການຖາງປ່າເຮັດໄຮ່.
  3. ປະຊາຊົນທາງພາກເໜືອຂອງລາວເຮົາສ່ວນຫຼາຍມີອາຊີບເຮັດໄຮ່ເຮັດນາເປັນຫຼັກ.

ຄຳວ່າໃຮ່.

     ຄຳວ່າໃຮ່ເປັນຄຳນາມໝາຍເຖິງ ບ່ອນທີ່ມີຄັນຂັ້ນເປັນຕາຕາມທົ່ງນາ ຫຼື ບ່ອນທີ່ເປັນທົ່ງກ້ວາງແຕ່ມີຄູ, ມີຄັນຂັ້ນຢູ່ລະຫວ່າງກາງເຮັດໃຫ້ເຮົາສາມາດເບິ່ງເຫັນ ແລະ ສາມາດນັບເປັນຈຳນວນໄດ້.ລວມແລ້ວຄຳວ່າໃຮ່ໝາຍເຖິງບ່ອນທີ່ເປັນທົ່ງພຽງກ້ວາງ ຫຼື ແຄບຕາມເນື້ອທີ່ດິນແຕ່ຖືກຂັ້ນດ້ວຍຄັນເປັນຕາຕາມທົ່ງທີ່ພາສາບ້ານເຮົາມັກຮ້ອງກັນວ່າທົ່ງນາເຊັ່ນ :

ຕົວຢ່າງ :

1.​ ນາທົ່ງນີ້ລວມທັງໝົດມີ 40 ໃຮ່.

  1. ປີນີ້ພໍ່ຂ້ອຍຕົກກ້າໃສ່ນາພຽງໃຮ່ດຽວ.
  2. ຜູ້ເຖົ້າສະໄໝນີ້ຢູ່ນຳແຕ່ໃຮ່ນາຕາກ້ານີ້ລະ.

ສະຫຼູບ.

     ຄຳວ່າ ໄຮ່ ແລະ ໃຮ່ ນັ້ນອາດມີຫຼັກການຂຽນ ແລະ ການອ່ານທີ່ໃກ້ຄຽງກັນຫຼາຍທີ່ສຸດ ແຕ່ມີຄວາມໝາຍທີ່ແຕກຕ່າງກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການຂຽນ,ການອ່ານ ຫຼື ການອອກສຽງພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ຄ້າຍຄືກັນແຕ່ມີຄວາມໝາຍແຕກຕ່າງກັນ ເພາະຄຳວ່າ ໄຮ່ ໝາຍເຖິງ ພື້ນທີ່ບ່ອນປູກພືດຜົນໃນບ່ອນທີ່ສູງກ່ວານາ ໂດຍການຟັນຖາງຕົ້ນໄມ້ລົງແລ້ວຈູດ, ສ່ວນຄຳວ່າ ໃຮ່ ໝາຍເຖິງບ່ອນທີ່ມີຄັນຂັ້ນເປັນຕາຕາມທົ່ງນາ ຫຼື ບ່ອນທີ່ເປັນທົ່ງກ້ວາງແຕ່ມີຄູ, ມີຄັນຂັ້ນຢູ່ລະຫວ່າງກາງດັ່ງທີ່ກ່າວມາຂ້າງເທິງນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo