ຄຳວ່າ ແຂນ ແລະ ແຂວນ ພາສາລາວມີຄວາມໝາຍແນວໃດ?

SA Game

DooDiDo

ຄວາມໝາຍຂອງຄຳວ່າ ແຂນ ແລະ ແຂວນ ໃນພາສາລາວ.

ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າຈຸດພິເສດຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນໃນການໃຊ້ພາສາໂດຍສະເພາະແມ່ນການປາກເວົ້າ.

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ແຂນ ແລະ ແຂວນ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນໃນການອ່ານອອກສຽງຕ່າງກັນພຽງແຕ່ໜ້ອຍດຽວ, ຄົນສ່ວນຫຼາຍມັກຫຼົງກັນແລະອອກສຽງບໍ່ຖືກຕ້ອງ.

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຮົາສາມາດຕີຄວາມໝາຍຂອງຄໍາສັບທັງສອງຄໍາດັ່ງກ່າວຄື:

SA Game
DooDiDo
ຄຳວ່າ ແຂນ.

ໃຊ້ເປັນຄໍານາມ ໝາຍເຖິງ ອະໄວຍະວະສ່ວນໜຶ່ງຂອງຮ່າງກາຍທີ່ຍື່ນອອກມາຕໍ່ຈາກບ່າທັງງສອງຂ້າງເອີ້ນວ່າແຂນ.

ແຂນລຸ່ມຂໍ້ສອກເອີ້ນວ່າ: ແຂນໂປ້ງ, ແຂນທີ່ຕໍ່າຮອດຂໍ້ມືເອີ້ນແຂນກິ່ວ, ແຂນທີ່ຄົດເອີ້ນແຂນຈົງ, ແຂນອ່ອນເອີ້ນແຂນແພນ.

ຕົວຢ່າງ:

ຕອນເຊົ້ານີ້ຂ້ອຍໄປຕະຫຼາດນໍາແມ່, ແມ່ຂອງຂ້ອຍໃຫ້ຂ້ອຍຫິ້ວເຄື່ອງຫຼາຍຈົນເຮັດໃຫ້ຂ້ອຍປວດແຂນທັງສອງເບື້ອງ.

ນ້ອງຊາຍຂອງຂ້ອຍຂີ່ລົດລົ້ມ ເຮັດໃຫ້ແຂນເບື້ອງຊ້າຍຂອງລາວຫັກ.

ຄຳວ່າ ແຂວນ.

ໃຊ້ເປັນຄໍາກໍາມະ ໝາຍຄວາມວ່າ ຫ້ອຍ, ເກາະ.

ຕົວຢ່າງ:

ຂ້ອຍໄດ້ແຂວນຮູບພາບຂອງຄອບຄົວໃສ່ຝາເທິງຫົວບ່ອນນອນ.

ໄດ້ເຮັດແຕ່ບໍ່ໄດ້ກິນເອີ້ນກະດູກແຂວນຄໍ ດັ່ງ ສຸພາສິດ: ຊີ້ນບໍ່ໄດ້ກິນໜັງບໍ່ໄດ້ຢ້ຳກະດູກແຂວນຄໍ.

ຈິດໃຈທີ່ບໍ່ມີບ່ອນເກາະຫ້ອຍເອີ້ນ: ຈິດແຂວນ ດັ່ງ ກອນ: ຈິດບໍ່ມີບ່ອນຢັ້ງຄືນ້ຳແມ່ຂອງ.

ສະຫຼຸບ.

ແຂນ ເປັນຄໍານາມ ໝາຍເຖິງອະໄວຍະວະສ່ວນໜຶ່ງຂອງຮ່າງກາຍ; ແຂວນ ເປັນຄໍາກໍາມະ ໝາຍເຖິງຫ້ອຍ ຫຼື ເກາະ ສິ່ງໃດສິ່ງໜຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo