ຄຳວ່າ “ແຂງ” ແລະ “ແຂວງ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ແຂງ” ແລະ “ແຂວງ”.

ຄຳວ່າ “ແຂງ” ແລະ “ແຂວງ” ການອອກສຽງໃກ້ຄຽງກັນມີ ພຽງການເນັ້ນສຽງທີ່ມີ “ວ” ເພື່ອມາເປັນຕົວ ຄວບເທົ່ານັ້ນ. ສ່ວນຄວາມໝາຍແມ່ນແຕກຕ່າງກັນ.

ຄຳວ່າ “ແຂງ” ໝາຍເຖິງແກ່ນກ້າ, ແຂງແຮງ. ນອກຈາກນັ້ນ, ຍັງມີຄວາມໝາຍວ່າປຸກ ຕົວຢ່າງເຊັ່ນ ເຫຼົ້າປຸກ, ຢາສູບປຸກ ໝາຍເຖິງລົດແຮງ ຫຼື ແຂງນັ້ນເອງ.

ຄຳວ່າ “ແຂວງ” ໝາຍເຖິງການແບ່ງເຂດແດນ ຫຼື ເຂດການປົກຄອງ ທີ່ມີເມືອງຫຼາຍເມືອງຂຶ້ນກັບ. ໃນປະເທດລາວມີ 17 ແຂວງຄື: 1) ແຂວງຜົ້ງສາລີ, 2) ແຂວງຫຼວງນໍ້າທາ, 3) ແຂວງອຸດົມໄຊ, 4) ແຂວງບໍ່ແກ້ວ, 5) ແຂວງຫົວພັນ, 6) ແຂວງຊຽງຂວາງ, 7) ແຂວງໄຊຍະບູລີ, 8) ແຂວງຫຼວງພະບາງ, 9) ແຂວງໄຊສົມບຸນ, 10) ແຂວງວຽງຈັນ, 11) ແຂວງບໍລິຄໍາໄຊ, 12) ແຂວງຄໍາມ່ວນ, 13) ແຂວງສະຫວັນນາເຂດ, 14) ແຂວງສາລະວັນ, 15) ແຂວງຈໍາປາສັກ, 16) ແຂວງເຊກອງ ແລະ 17) ແຂວງອັດຕະປື. ນອກຈາກນັ້ນ ຍັງນິຍົມເອີ້ນ ແຂວງພາກເໜືອ, ແຂວງພາກກາງ ແລະ ແຂວງພາກໃຕ້.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈຫຼັກໄວຍະກອນໃນການນໍາໃຊ້ 2 ຄໍາດັ່ງກ່າວ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ແຂງ”:

“ແຂງ” (1.ຄໍາຄຸນນາມ) ແກ່ນ, ກ້າແກ່ນ, ແຂງແຮງ, ແຮງຫັນ, ຂຶງຂັງ. (2.ຄໍາກິລິຍາ) ປຸກ.

ຕົວ​ຢ່າງ:

  • ໃນເວລາບາາສີສູ່ຂວັນ ໃຜໆຕ່າງກໍອວຍພອນໃຫ້ກັນ ແລະ ກັນ ໃຫ້ແຂງແຮງລໍ້າລວຍ, ອາຍຸໝັ້ນ ຂວັນຍືນ, ຢູ່ເຢັນເປັນສຸກ.
  • ໃນການສອນຄົນສິ່ງທີ່ບໍ່ຢາກພໍ້ແມ່ນຄົນຫົວແຂງ ເພາະເວົ້າຍາກ ແລະ ດື້ດ້ານ.
  • ພໍ່ຕູ້ສາລາວອາຍຸ 80 ປີ ແຕ່ຍັງແຂງແຮງ ແລະ ຫັນດີ ແຕ່ລະມື້ລາວຍ່າງເລາະບ້ານຕັ້ງຫຼາຍຮອບ.
  • ຫຼາຍຄົນມັກເວົ້າຢອກກັນ “ຄໍອ່ອນກິນເຫຼົ້າແດງ ຄໍແຂງກິນເຂົ້າຂາວ” ເຫຼົ້າຂາວໝາຍເຖິງເຫຼົ້າປຸກນັ້ນເອງ.

ຄວາມໝາຍຄຳ​ວ່າ “ແຂວງ”:

“ແຂວງ” (1.ຄໍານາມ) ແດນ, ເຂດແຂວງ, ເຂດແຄ້ວນ, ແວ່ນແຄ້ວນ.

ຕົວ​ຢ່າງ:

  • ປະເທດລາວມີທັງໝົດ 17 ແຂວງ, 4 ນະຄອນຫຼວງ. ມີຊາຍແດນຕິດກັບ 5 ປະເທດຄື: ປະເທດຈີນ, ປະເທດພະມ້າ, ປະເທດໄທ, ປະເທດຫວຽດນາມ ແລະ ປະເທດກໍາປູເຈຍ.
  • ແຂວງບໍ່ແກ້ວ ຕິດກັບຈັງວັດຊຽງລາຍ. ສ່ວນແຂວງຈໍາປາສັກຕິດກັບຈັງວັດອຸບົນລະຊາທານີ.

ສະ​ຫຼຸບ

ຄຳວ່າ “ແຂງ” ແລະ “ແຂວງ” ການອອກສຽງແມ່ນຕ່າງກັນເລັກນ້ອຍ. ຄຳວ່າ “ແຂງ” ໝາຍແຂງແກ່ນ, ເຂັ້ມແຂງ ບໍ່ອ່ອນ. ສ່ວນຄຳວ່າ “ແຂວງ” ແມ່ນໝາຍເຖິງການແບ່ງອານາເຂດບໍລິເວນ ການປົກຄອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo