ຄຳວ່າ ເຫຼົ່າ ແລະ ເລົ່າມີຄວາມໝາຍແຕກຕ່າງກັນແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງຄຳວ່າເຫຼົ່າ ແລະ ເລົ່າ.

ການສື່ສານທາງການປາກເວົ້າຖືວ່າເປັນສິ່ງສຳຄັນຫຼາຍໃນການໃຊ້ຊີວິດປະຈຳວັນ, ເພາະຕ່າງຄົນຕ່າງທ່ອງຖີ່ນກໍລ້ວນແຕ່ມີການປາກເວົ້າທີ່ບໍ່ຄືກັນ ຈຶ່ງເຮັດໃຫ້ມີການຖົກຖຽງກັນເກີດຂື້ນໃນບາງຄຳສັບທີ່ມີທັງສຳນຽງ ແລະ ສຽງເວົ້າທີ່ຄ້ອນຂ້າງໃກ້ຄຽງກັນທີ່ສຸດ, ສະນັ້ນຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ນ້ຳສຽງທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ ເຫຼົ່າ ແລະ ເລົ່າ

ຄຳວ່າ ເຫຼົ່າ ແລະ ເລົ່າ ສອງຄຳນີ້ເປັນຄຳສັບທີ່ ຫຼາຍໆຄົນອາດຄິດວ່າເປັນຄຳດຽວກັນ ເພາະມັນມີສຳນຽງ ແລະ ສຽງເວົ້າທີ່ຄ້ອນຂ້າງໃກ້ຄຽງກັນ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນສຳນຽງ,ສຽງເວົ້າ, ການໃຊ້ຄຳສັບ ແລະ  ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາຍົກໃຫ້ເຫັນເຖິງຄວາມແຕກຕ່າງທາງດ້ານຄວາມໝາຍຂອງຄຳວ່າ ເຫຼົ່າ ແລະ ເລົ່າ .

SA Game
DooDiDo

ຄຳວ່າ ເຫຼົ່າ.

ຄຳວ່າເຫຼົ່າເປັນສະມຸຫະນາມ: ມີຄວາມໝາຍເວົ້າເຖິງໝູ່, ພວກ, ຫຼື ຈຳນວນຄົນທີ່ນັບແຕ່ສອງຄົນຂື້ນໄປເຮົາຈະເອີ້ນວ່າເຫຼົ່າ ເຊິ່ງສາມາດຍົກມາເປັນຕົວຢ່າງໄດ້ດັ່ງນີ້ :

  • ບັນດານັກສຶກສາເຫຼົ່ານີ້ກຳລັງກຽມໂຕໄປສອບເສັງນັກຮຽນເກັ່ງ.
  • ນ້ອງໆນັກຮຽນເຫຼົ່ານີ້ມີຄວາມໄຝ່ຝັນວ່າໃຫຍ່ມາຢາກເປັນນັກຂຽນແຫ່ງຊາດ.

ຄຳວ່າເຫຼົ່າເປັນນາມ: ມີຄວາມໝາຍເວົ້າເຖິງ ບ່ອນທີ່ເຄີຍປູກຝັງແລ້ວໄດ້ປະຮ້າງໄວ້ຈົນເກີດເປັນປ່າໃໝ່ຂື້ນເຊັ່ນ ປ່າເລົ່າ, ໄຮ່ເລົ່າ ເຊິ່ງສາມາດຍົກມາເປັນຕົວຢ່າງໄດ້ດັ່ງນີ້ :

  • ປ່າເຫຼົ່າແຫ່ງນີ້ແຕ່ກ່ອນພໍ່ຂ້ອຍໄດ້ເຮັດເປັນສວນສາລີ.
  • ຕອນຢູ່ຊຽງຂວາງຂ້ອຍກັບຄອບຄົວໄດ້ປູກໝາກນັດຢູ່ໄຮ່ເຫຼົ່າແຫ່ງນີ້.

ຄຳວ່າ ເລົ່າ.

ເປັນຄຳກິລິຍາ: ມີຄວາມໝາຍເວົ້າເຖິງ ການບອກເລົ່າເລື່ອງລາວ, ການທ່ອງ(ທ່ອງບົດຮຽນ, ທ່ອງຄຳສັບ…)ເຊັ່ນ :

  1. ແມ່ຕູ້ຂອງຂ້ອຍໄດ້ເລົ່ານິທານໃຫ້ຂ້ອຍຟັງກ່ອນນອນທຸກໆຄືນ.
  2. ຕອນຮຽນຢູ່ປະຖົມຂ້ອຍໄດ້ລຸກແຕ່ 5 ໂມງເຊົ້າທຸກໆມື້ເພື່ອເລົ່າບົດຮຽນ.

ເປັນຄຳວິເສດ: ມີຄວາມໝາຍເວົ້າເຖິງ ເວົ້າອີກ, ເວົ້າຊ້ຳໆຊາກໆ,ເວົ້າແລ້ວກັບມາເວົ້າອີກເຊັ່ນ :

  1. ຈັ່ງແມ່ນເພິ່ນເວົ້າແລ້ວເວົ້າອີກບໍ່ເມື່ອຍແນ່ຫວາ?
  2. ເວົ້າແລ້ວເວົ້າເລົ່າບໍ່ເຊົາຈັກເທື່ອເນາະເລື່ອງນີ້.

ສະຫຼຸບ.

ຄຳວ່າ ເຫຼົ່າ ແລະ ເລົ່າ ນັ້ນອາດມີນ້ຳສຽງໃນການເວົ້າ ແລະ ການອ່ານທີ່ໃກ້ຄຽງກັນຫຼາຍທີ່ສຸດ ແຕ່ມີຄວາມໝາຍທີ່ແຕກຕ່າງກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການຂຽນ,ການອ່ານ ຫຼື ການອອກສຽງພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ມີຄວາມໝາຍແຕກຕ່າງກັນ ເພາະຄຳວ່າ ເຫຼົ່າ ນັ້ນໝາຍເຖິງ ໝູ່, ພວກ,ຫຼື ບ່ອນທີ່ເຄີຍປູກຝັງແລ້ວໄດ້ປະຮ້າງໄວ້ຈົນເກີດເປັນປ່າໃໝ່ຂື້ນ, ສ່ວນຄຳວ່າ ເລົ່າ ມີຄວາມໝາຍເວົ້າເຖິງ ເວົ້າອີກ, ເວົ້າຊ້ຳໆຊາກໆ,ເວົ້າແລ້ວກັບມາເວົ້າອີກດັ່ງທີ່ເຮົາໄດ້ກ່າວມາຂ້າງເທິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo