ຄຳວ່າ ເສື່ອມ ແລະ ເຊື່ອມ ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ເສື່ອມ ແລະ ເຊື່ອມ.

ໃນ​ພາ​ສາ​ລາວ​ຫລາຍໆ​ຄຳ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ ແລະ ຫລາຍໆ​ຄຳ​ກໍ​ມີ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນສະ​ນັ້ນ​ການ​ທີ່​ຈະ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ແທ້​ກໍ​ຕ້ອງ​ໄດ້​ສືກ​ສາ​ລົງ​ເລີກ​ອີກກວ່າ​ປົກ​ກະ​ຕິ, ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ສະ​ກົດ​ຄຳ​ແບບ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ.

ໃນພາສາລາວຄຳ​ວ່າ​ເສື່ອມ ແລະ ເຊື່ອມ ທີ່ມີ​ທັງ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ ອາດເຮັດໃຫ້ສັບສົນໃນການນຳໃຊ້, ເພາະວ່າສອງຄຳນີ້ມີສຽງອັນດຽວກັນ ຕ່າງແຕ່ສຽງສູງ ກັບສຽງຕໍ່າ ແລະເທົ່ານັ້ນຍັງບໍ່ພໍ ຄວາມໝາຍຂອງທັງສອງຄຳຍັງມີລັກສະນະຄ້າຍຄືກັນຈົນເກືອບແຍກບໍ່ອອກ..

SA Game
DooDiDo

ຄຳ​ວ່າ ເສື່ອມ.

​ໃຊ້ກັບລັກສະນະທີ່ເປັນນາມທຳຫຼຸດໜ້ອຍຖອຍລົງ ເຊັ່ນ ເສື່ອມເສຍກຽດສັກສີ, ເສື່ອມສັດທາ, ເສື່ອມໂຊມ, ເສື່ອມສະພາບ.

ຕົວ​ຢ່າງ:

  • ລົດ​ຂອງ​ຂ້ອຍ​ນັບ​ມື້​ນັບ​ເສື່ອມ​ສະ​ພາບ​ລົງ
  • ​ຄົນ​ເຮົາ​ຖ້າ​ເວົ້າ​ບໍ່​ມີ​ສັດ​ຈະ​ແລ້ວ​ຄວາມ​ສັດ​ທາ​ຂອງ​ຜູ່​ອື່ນ​ທີ່​ມີ​ກໍ​ຄອຍໆ​ເສື່ອມ​ລົງ.
  • ໂອຍ! ບໍ່​ແມ່ນ​ເສື່ອມ​ສະ​ພາບ​ແລ້ວ​ບໍ່? ແຕ່ງ​ງານ​ກັນ​ມາ​ຕັ້ງ​ດົນ​ບໍ່​ມີ​ລູກ​ຈັກ​ຄົນ.

ຄຳ​ວ່າ ເຊື່ອມ.

ໃຊ້ລັກສະນະຂອງຮູບທຳ ເຊັ່ນ ຂີ້ເຜິ້ງເຊື່ອມເຂົ້າກັນ, ຂີ້ກົ່ວເຊື່ອມເຂົ້າກັນ ແຕ່ຄຳວ່າ ເຊື່ອມ ນອກຈາກເປັນຮູບທຳແລ້ວຍັງມີລັກສະນະນາມທຳອີກເຊັ່ນ ເຊື່ອມສາຍສຳພັນ, ເຊື່ອມໃຈເປັນໜຶ່ງດຽວ, ເຊື່ອມຊຶມມະຕິຂອງພັກ ດັ່ງນີ້ເປັນຕົ້ນ..

ຕົວ​ຢ່າງ:

  • ພໍ່​ຂອງ​ຂ້ອຍ​ຈອດ​ເຫລັກ​ໜ້າ​ບ້ານ​ຕ້ອງ​ໄດ້​ໃຊ້​ຂີ້​ກົ່ວ​ເພື່ອ​ເຊື່ອມ​ເຫລັກ​ເຂົ້າ​ກັນ.
  • ສອງ​ປະ​ເທດ​ອ້າຍ​ນ້ອງ​ລາວ​ຫວຽດ​ໄດ້​ເຊື່ອມ​ສາຍ​ສຳ​ພັນ​ອັນ​ແໜ້ນ​ແຟ້ນ​ມາ​ແຕ່​ດົນ​ນານ.
  • ບໍ່​ວ່າ​ເວ​ລາ​ດົນ​ນານ​ເທົ່າ​ໃດ​ພັກ​ ແລະ ລັດ ກໍ​ພະ​ຍາ​ຍາມ​ໃຫ້​ອ້າຍ​ນ້ອງ​ພະ​ນັກ​ງານ​ເຊື່ອມ​ຊຶມ​ມະ​ຕິ​ຂອງ​ພັກ ແລະ ລັດ.

ສະ​ຫລຸບ.

ການໃຊ້ຄຳທັງສອງມີຄວາມໝາຍ ແລະບໍລິບົດແຕກຕ່າງກັນ ໂດຍ ຄຳ​ວ່າ ເສື່ອມ ເນັ້ນໃສ່ລັກສະນະຂອງຄວາມເສຍຫາຍ ສ່ວນ ຄຳ​ວ່າ ເຊື່ອມ ແມ່ນເນັ້ນໃສ່ລັກສະນະທີ່ເຮັດໃຫ້ເປັນໜຶ່ງດຽວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo