ຄຳວ່າ “ຮັກ” ແລະ “ຫັກ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ຮັກ” ແລະ “ຫັກ”.

ຄຳວ່າ “ຮັກ” ແລະ “ຫັກ” ເຖິງວ່າການອອກສຽງຈະໃກ້ຄຽງກັນຕ່າງແຕ່ສຽງສູງ ກັບສຽງຕໍ່າ ກໍຕາມແຕ່ ຄວາມໝາຍພັດຄົນລະຢ່າງ ສະ​ນັ້ນ ເພື່ອເປັນ​ການ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງວ່າໂດຍສະເພາະແມ່ນການຂຽນນັ້ນ ​ເຮົາຈະ​ຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈຢ່າງລະອຽດສາກ່ອນ.

ຄຳວ່າ “ຮັກ” ໝາຍເຖິງການຮັກ ຫຼື ແພງສິ່ງໃດໜຶ່ງ ຫຼື ມັກໃນສິ່ງນັ້ນໆ ດ້ວຍຄວາມບໍລິສຸດໃຈ ຊຶ່ງອາລົມ ຂອງຄວາມຮັກສ່ວນໃຫຍ່ແມ່ນຈະເຮັດໃຫ້ດີໃຈ ປື້ມໃຈ ໃນທາງກົງກັນຂ້າມຖ້າຮັກບໍ່ສົມຫວັງ, ຜິດຫວັງ ມັກຈະເຮັດໃຫ້ເສຍອາລົມ. ນອກຈາກນັ້ນ ຍັງເປັນຊື່ຕົ້ນດອກໄມ້ຊະນິດໜຶ່ງທີ່ມີດອກເປັນສີຂາວ.

ຄຳວ່າ “ຫັກ” ແມ່ນການຂາດ, ການແຕກຫັກອອກຈາກກັນ ຫຼື ກັບຄືນທາງເກົ່າແບບກະທັນຫັນ ເຊັ່ນ: ງ່າ ຕົ້ນໄມ້ຫັກ, ການຫັກຫຼັງຊຶ່ງກັນ ແລະ ກັນ, ການຫັກລົດໜີສິ່ງໃດໜຶ່ງ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຮັກ”:

“ຮັກ” (1.ຄໍາກິລິຍາ) ພໍໃຈດ້ວຍຄວາມຍິນດີ, ແພງ, ມັກ. (2.ຄໍານາມ) ຊື່ຕົ້ນໄມ້ແນວໜຶ່ງເປັນຕຸ່ມໃບໜາສີ ໝົ່ນ ເອີ້ນ ຕົ້ນດອກຮັກ.

ຕົວ​ຢ່າງ:

  • ເກີດເປັນຄົນຊາດດຽວໄປໃສກະໃຫ້ສ້າງຮັກສ້າງແພງ ການຮູ້ຈັກຮັກແພງກັນນັ້ນແມ່ນຄຸ້ມຄ່າ ເພາະ ມີແຕ່ໄດ້ກັບໄດ້.
  • ຄູ່ບ່າວສາວໄດ້ຮູ້ຈັກຮັກແພງ ແລະ ສຶກສາໃຈກັນມາດົນ ກ່ອນຈະຕົກລົງປົງໃຈ ແຕ່ງງານຕາມຮິດ ຄອງປະເພນີ.
  • ສອງສ່ຽວນັ້ນ ລົມສາວຄົນດຽວກັນ ເຮັດໃຫ້ຄົນໜຶ່ງໄດ້ເປັນແຟນ (ເປັນຊູ້) ສ່ວນອີກຄົນໜຶ່ງແມ່ນອົກ ຮັກ ຄິດວ່າລາວຊິຄຽດໃຫ້ໝູ່ລາວພັດດີໃຈນໍາເພື່ອນ ແລະ ຍອມຮັບຄວາມຈິງ ຖືວ່າເປັນຄົນໃຈ ກວ້າງຫຼາຍ.
  • ງານລ້ຽງປີໃໝ່ ອາຈານພານັກຮຽນເອົາດອກຮັກມາຫ້ອຍເຮັດເປັນພວງມາໄລຄ້ອງຄໍ ເພື່ອໃສ່ໃຫ້ ກັນໃນຕອນຟ້ອນລໍາວົງ.

ຄວາມໝາຍຄຳ​ວ່າ “ຫັກ”:

“ຫັກ” (1.ຄໍາກິລິຍາ) ພັບ ຫຼື ງໍເຂົ້າໃຫ້ຂາດຈາກກັນ, ທົບຕ່າວ ຫຼື ຫຼົບຄືນ. ຫັກມູມ. (2.ຄໍານາມ) ຊື່ ກ້ວຍແນວໜຶ່ງ ໜ່ວຍມຸກ ແລະ ສັ້ນ. ຫັກລາຄາ. (3.ຄໍາກິລິຍາ) ຫຼຸດລາຄາໃຫ້ນ້ອຍລົງ. ຫັກໜ້າ. (4.ຄໍາກິລິຍາ) ເຮັດໃຫ້ອາຍ. ຫັກຫຼັງ. (5.ຄໍາກິລິຍາ)  ປີ້ນເອົາດີແຕ່ໂຕ ໃຫ້ຮ້າຍແກ່ຜູ້ອື່ນທີ່ຮ່ວມຄຶດນໍາກັນມາ. ຫັກຫານ. (6.ຄໍາກິລິຍາ) ຫັກເອົາດ້ວຍຄວາມກ້າ, ກ້າຫານ.

ຕົວ​ຢ່າງ:

  • ໃນເວລາທີ່ມີພະຍຸລົມແຮງ ໃຫ້ລະມັດລະວັງ ຢ່າໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະຢ້ານຟ້າຜ່າ ອີກ ຢ່າງໜຶ່ງ ກໍຢ້ານງ່າໄມ້ຫັກທັບ ຊິເຮັດໃຫ້ບາດເຈັບໄດ້.
  • ການທີ່ຈະເຮັດໃຫ້ເຫຼັກລວດຂາດ ວິທີໜຶ່ງກະຄືຫັກໄປຫັກມາຫຼາຍໆຄັ້ງ.
  • ໃນຂະນະທີ່ລາວກໍາລັງຂັບລົດຢູ່ກາງທາງ ຢູ່ດີໆກໍມີໂຕແບ້ແລ່ນຕັດໜ້າ ເຮັດໃຫ້ລາວຕ້ອງຫັກລົດ ຫຼີກ ເພື່ອຄວາມປອດໄພ.
  • ວານນີ້ໝູ່ຂ້ອຍເວົ້າໃຫ້ຄືໄປຮອດເຮືອນລາວຊ້າແທ້ ທີ່ຈິງລົດຕິດຫຼາຍ (ແອອັດ) ກວ່າຈະຫັກມູມ ໄປທາງເຮືອນລາວໄດ້ໃຊ້ເວລາເກືອບໜຶ່ງຊົ່ວໂມງ.
  • ແມ່ຄ້າຢູ່ຕະຫຼາດຜິດກັນຍ້ອນຍາດລູກຄ້າ ແລະ ຫັກໜ້າຊຶ່ງກັນ ແລະ ກັນ ຢ່າງບໍ່ປະນີປະນອມ.
  • ບໍຄິດບໍ່ຝັນເລີຍວ່າສອງສ່ຽວເຂົາເຈົ້າ ທີ່ຮັກແພງກັນມາຕັ້ງແຕ່ນ້ອຍ ຊິກັກຫຼັງກັນຍ້ອນຍາດຜູ້ສາວ ຄົນດຽວ ເວົ້າມາແລ້ວເປັນຕາອາຍແທນແທ້ໆ.
  • ກິລາບານເຕະນັດຊິງແຊມ ລະຫວ່າງທີມ ເຊວຊີ ແລະ ບາເຢີນ ຮຸ່ນແຮງຫຼາຍ ຈົນມີນັກກິລາຂາ ຫັກໜຶ່ງຄົນ.

ສະ​ຫຼຸບ

ການອອກສຽງ ຄຳວ່າ “ຮັກ” ແລະ “ຫັກ” ເຖິງຈະໃກ້ຄຽງກັນ ແຕ່ຄວາມໝາຍກະແຕກຕ່າງກັນ ເພາະຄຳວ່າ “ຮັກ” ແມ່ນສິ່ງທີ່ດີ ໝາຍເຖິງການໃກ້ສິດ, ການຮັກແພງກັນ. ສ່ວນຄຳວ່າ “ຫັກ” ແມ່ນການຂາດ ອອກຈາກກັນ, ການຕ່າວກັບຄືນທາງເກົ່າຢ່າງ ກະທັນຫັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo