ຄຳວ່າ ສ້ອນ ແລະ ຊ້ອນໃນພາສາລາວມີຄວາມໝາຍດຽວກັນບໍ່?

SA Game

DooDiDo

ພາສາລາວຄຳວ່າ ສ້ອນ ແລະ ຊ້ອນ ມີຄວາມໝາຍແນວໃດ?

ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ອ່ານອອກສຽງຄ້າຍຄືກັນ ແຕ່ມີຄວາມໝາຍຕ່າງກັນ ແລະ ຄໍາສັບໜຶ່ງກໍ່ສາມາດແປເປັນຫຼາຍຄວາມໝາຍໄດ້ ຂຶ້ນກັບຮູບປະໂຫຍກຂອງມັນ, ຊຶ່ງບາງຄໍາສັບກໍ່ມີຄວາມໝາຍທີ່ສັບສົນເວລານໍາໃຊ້, ຍົກຕົວຢ່າງຄໍາວ່າ: ສ້ອນ ກັບ ຊ້ອນ ການອອກຂຽນແມ່ນມີຄວາມແຕກຕ່າງກັນ ແຕ່ວ່າການອອກສຽງຈໍາແນກໄດ້ຂ່ອນຂ້າງຍາກ.

ສອງຄຳນີ້ສິ່ງທີ່ເປັນບັນຫາແມ່ນການຕີຄວາມໝາຍຂອງມັນ, ເຊິ່ງຄົນສ່ວນຫຼາຍມັກເຂົ້າໃຈວ່າຄໍາສັບສອງຄໍານີ້ມີຄວາມໝາຍດຽວກັນ ສາມາດໃຊ້ໂຕໃດກໍ່ໄດ້, ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍທີ່ແຕກຕ່າງກັນ ແລະ ແນ່ນອນວ່າຫຼາຍຄົນຄົງເຄີຍເຂົ້າໃຈຜິດກ່ຽວກັບຄວາມໝາຍຂອງສອງຄໍານີ້. ແລະ ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຮົາສາມາດຕີຄວາມໝາຍຂອງຄໍາສັບທັງສອງຄໍາດັ່ງກ່າວຄື:

SA Game
DooDiDo
ຄຳວ່າ ສ້ອນ:

ເປັນທັງຄໍານາມ ແລະ ຄໍາກໍາມະ ມີຄວາມໝາຍໃກ້ຄຽງໃກ້ຄື.

ຄຳນາມ ແປວ່າ ເຄື່ອງໃສ່ເອົາປາເຮັດຄືໄຊແຕ່ບໍ່ມີງາປາເຂົ້າໄປຄາຢູ່ກົ້ນ

ຄໍາກຳມະ ແປວ່າ ເອົາສະຫວິງ, ສະນາງ(ຈາງນາງ) ຫຼື ຂອງອື່ນຊວ້ານເອົາປາກຸ້ງຢູ່ໃນນ້ຳ.

ຕົວຢ່າງ:

ມື້ນີ້ຂ້ອຍຈະໄປສ້ອນກຸ້ງສ້ອນປາຢູ່ຫ້ວຍຫົວນາມາເອາະສູ່ແມ່ກິນ.

ເຈາະຈິ້ມສໍ້ເອົາຄວາມສຳຄັນ ເອີ້ນວ່າ ສ້ອນເອົາຄວາມ.

ຫຼານເປັນໄຂຫຼາຍມື້ຍັງບໍ່ເຊົາ ພໍ່ຕູ້ຈຶ່ງໃຫ້ຜູ້ເຖົ້າມາເຮັດພິທີເອີ້ນຂວັນ (ການທຳພິທີເອີ້ນເອົາຂວັນຂອງຄົນເຈັບດ້ວຍການເອົາແພ ຫຼື ສະຫວິງສ້ອນເອົາຂວັນ (ຕາມຄວາມເຊື່ອຂອງສາດສະໜາ).

ຄຳວ່າ ຊ້ອນ:

ເປັນທັງ ຄໍານາມ, ຄໍາກໍາມະ ແລະ ຄໍາຄຸນນາມ ມີຄວາມໝາຍຕ່າງກັນຄື:

ຄຳນາມ.

ຄວາມໝາຍທີ່ 1. ແມ່ນຊື່ຂອງດອກໄມ້ສະນິດໜຶ່ງເປັນດອກນ້ອຍສີຂາວທີກິ່ນຫອມ ເອີ້ນວ່າ ດອກຊ້ອນ, ມີສອງແນວດອກຊ້ອນນ້ອຍ ແລະ ຊ້ອນສະເພົາ.

ຕົວຢ່າງ:

ທຸກໆວັນສິນ ແມ່ຂອງຂ້ອຍເກັບດອກຊ້ອນມາຮ້ອຍເປັນພວງມະໄລເພື່ອບູຊາພະ.

ຄວາມໝາຍທີ່ 2. ແມ່ນບ່ວງຢ່າງໜຶ່ງທີ່ມີກ້ານຍາວ ເອີ້ນວ່າ ບ່ວງຊ້ອນ.

ຕົວຢ່າງ:

ເວລາເສີບອາຫານປະເພດແກງຢ່າລືມເອົາຊ້ອນຕັກແກງໄປນໍາເດີ້.

ຄໍາກຳມະ. ແປວ່າ ທຽມ, ຊອນ, ເຕັງກັນເປັນຊັ້ນໆ.

ຕົວຢ່າງ:

ວຽກບ້ານທີ່ອາຈານໃຫ້ມາມັນຊ້ອນກັນຫຼາຍບົດຈົນຂ້ອຍເຮັດບໍ່ທັນ.

ຄໍາຄຸນນາມ. ແປວ່າ ຄຽງຄູ່, ການນອນຄຽງຄູ່ກັນແບບຊາຍໜຸ່ມຍິງສາວ ເອີ້ນວ່າ ນອນຊ້ອນ.

ຕົວຢ່າງ:

ອາຍຸກະຈົນຮອດ 30 ປີ ແລ້ວ ຍັງບໍ່ມີຮອດຄົນຊິມານອນຊ້ອນຄຽງຄູ່, ຮູ້ສຶກດຽວດາຍແທ້ນໍ.

ສະຫຼຸບ:

ຄໍາວ່າ ສ້ອນ ໝາຍເຖິງ ຕັກ, ຊວ້ານ ເອົາສິ່ງໃດໜຶ່ງ; ສ່ວນຄໍາວ່າ ຊ້ອນ ຄໍານາມແມ່ນໃຊ້ເປັນຊື່ເອີ້ນ ດອກໄມ້ຊະນິດໜຶ່ງ ແລະ ເປັນຊື່ບ່ວງຕັກແກງ, ຄໍາກໍາມະ ແມ່ນທຽມ ຫຼື ເຕັງກັນເປັນຊັ້ນໆ, ຄໍາຄຸນນາມແມ່ນ ການຄຽງຄູ່ແບບໜຸ່ມສາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo