ຄຳວ່າ ສ່ອງ ແລະ ຊ່ອງ ມີຄວາມໝາຍແຕກຕ່າງກັນຄືແນວໃດ ?

SA Game

DooDiDo

ອະ​ທິ​ບາຍຄວາມໝາຍທີ່ແຕກຕ່າງກັນ ຄຳວ່າ ສ່ອງ ແລະ ຊ່ອງ.

ຄຳເວ້ົາໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ຍັງເຮັດໃຫ້ເກີດຂໍ້ສົງໃສ ແລະ ຄ້າງຄາໃຈວ່າຄຳສັບບາງຄຳມີການອອກສຽງທີ່ໃກ້ຄຽງກັນ ແຕ່ຊ້ຳພັດມີຕົວສະກົດ ແລະ ຄວາມໝາຍທີ່ບໍ່ຄືກັນເລີຍ ສະນັ້ນ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ນ້ຳສຽງທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ ສ່ອງ ແລະ ຊ່ອງ

ບົດນີ້ເຮົາ​ຈື່ງຈະຍົກເອົາ ຄຳວ່າ  ສ່ອງ ແລະ ຊ່ອງ ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ຫຼາຍໆຄົນອາດຍັງສະກົດ ຫຼື ອອກສຽງອັນດຽວກັນຢູ່ ເພາະຄິດວ່າມັນມີຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນການໃຊ້ຄຳສັບ,ນ້ຳສຽງ ແລະ  ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາສຶກສາຄຳວ່າ ສ່ອງ ແລະ ຊ່ອງ ນີ້ໄປພ້ອມກັນວ່າ ທັງສອງຄຳນີ້ມິຫຼັກການນຳໃຊ້ ແລະ ສະກົດຄຳທີ່ຄ້າຍຄືກັນ ແລະ ແຕກຕ່າງກັນຄືແນວໃດ?

SA Game
DooDiDo

ຄຳວ່າສ່ອງ.

     ຄຳວ່າ ສ່ອງໄດ້ແບ່ງອອກເປັນ 2 ປະເພດຄຳຄື :

  • ສ່ອງເປັນຄຳກິລິຍາ: ໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ຫຼື ຢາກເວົ້າໃຫ້ລະອຽດກໍ່ໝາຍເຖິງ ການທີ່ເຮົາສຸມສາຍຕາຜ່ານປ່ອງ, ຜ່ານຮູເພື່ອເບິ່ງສິ່ງໃກສິ່ງໜື່ງເຊັ່ນ:

ຕົວຢ່າງ:

  1. ລາວສ່ອງກ້ອງເບິ່ງດາວ
  2. ຈັນດີລາວມັກສ່ອງຕາມປ່ອງເພື່ອເບິ່ງການເຄື່ອນໄຫວຂອງສັດຕູ
  3. ທ່ານໝໍໄດ້ສ່ອງກ້ອງຈຸລະທັດເບິ່ງເຊື້ອຈຸລິນຊີ
  • ສ່ອງເປັນຄຳວິເສດ: ໝາຍເຖິງ ຄວາມແຈ້ງ, ໃສ, ສະຫວ່າງ ເຊັ່ນ

ຕົວຢ່າງ:

  1. ດວງຕາເວັນໄດ້ສ່ອງແສງລົງມາສູ່ພື້ນດິນ
  2. ສົມຈັນມີຄວາມເຊື້ອໝັ້ນຕໍ່ການນຳພາອັນສະຫຼາດສ່ອງໃສຂອງພັກ.

ຄຳວ່າຊ່ອງ.

ຄຳວ່າຊ່ອງສາມາດເປັນໄດ້ແຕ່ປະເພດຄຳນາມ ທີ່ບົງບອກເຖິງ ປ່ອງ, ຮູ, ທາງ, ລະຫວ່າງ ຫຼື ບ່ອນຫວ່າງຂອງສະຖານທີ່ ທີ່ມີບ່ອນຕຶບໜາທັງສອງຂ້າງ, ແລະ ຄຳວ່າຊ່ອງນີ້ ສ່ວນຫຼາຍຈະມັກປະສົມກັບຄຳອື່ນເຊັ່ນ: ຊ່ອງແຄບ, ຊ່ອງວ່າງ, ຊ່ອງທາງ ແລະ ອື່ນໆ.

ຕົວຢ່າງ:

  1. ທາງນ້ຳຍາວຢູ່ລະຫວ່າງດິນ ຫຼື ເກາະດອນເຊືື່ອມຕໍ່ທະເລທັງສອງຂ້າງດັ່ງ ຊ່ອງແຄບມະລະກາ.
  2. ເປັນຫຍັງຈື່ງເຮັດໃຫ້ເກີດມີຊ່ອງວ່າງລະຫວ່າງເຈົ້າກັບເຂົາ.
  3. ເຈົ້າມີຊ່ອງທາງໃນການແກ້ໄຂບັນຫາແລ້ວບໍ່?

ສະຫຼຸບ.

     ຄຳວ່າ ສ່ອງ ແລະ ຊ່ອງ ທັງສອງຄຳນີ້ ມີການສະກົດຄຳທີ່ຕ່າງກັນ, ມີຄວາມໝາຍທີ່ແຕກຕ່າງກັນ ແຕ່ມີການອອກສຽງທີ່ຄືກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການຂຽນ ຫຼື ພິມ ພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ແຕກຕ່າງກັນ ເພາະຄຳວ່າສ່ອງສາມາດເປັນໄດ້ 2 ປະເພດຄຳຄື: ຄຳກິລິຍາ ແລະ ຄຳວິເສດ, ສ່ວນຄຳວ່າຊ່ອງ ສາມາດເປັນໄດ້ພຽງຄຳນາມເທົ່ານັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo