ຄຳວ່າ ສະ ແລະ ຊະ ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍພາສາລາວ ຄຳວ່າ ສະ ແລະ ຊະ ມີຄວາມໝາຍແນວໃດ?

ຍ້ອນຄວາມຫຼາກຫຼາຍຂອງວິທີການນໍາໃຊ້ພາສາ ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍ ເພາະບາງຄໍາສັບກໍ່ສາມາດແປໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ພ້ອມດຽວກັນນັ້ນ ມັນກໍ່ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ເວ​ລາ​ນຳ​ໄປ​ໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ​ ຂື້ນກັບຄົນຢູ່ແຕ່​ລະ​ເຂດ, ​ແຂວງ ແລະ ແຕ່​ລະ​ພາກ​ຂອງ​ປະ​ເທດ​ລາວ.

ບົດຄວາມນີ້ ເຮົາຈະມາເວົ້າເຖິງຄວາມໝາຍຂອງຄໍາສັບພາສາລາວກໍ່ຄືຄໍາວ່າ ສະ ແລະ ຊະ ສອງຄໍານີ້ສະກົດຄືກັນ ແຕ່ມີຄວາມໝາຍຕ່າງກັນ. ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

SA Game
DooDiDo
ຄຳວ່າ ສະ.

ເປັນທັງຄໍາກໍາມະ ແລະ ຄໍານາມ.

ຄໍາກໍາມະ

  1. ໝາຍເຖິງຫວິດນໍ້າ, ຕັກນໍ້າອອກແຕ່ບ່ອນໃດບ່ອນໜຶ່ງໃຫ້ບົກແຫ້ງ ດັ່ງເຊັ່ນ ສະປາ.

ຕົວຢ່າງ:

ມື້ຄືນນີ້ຝົນຕົກໜັກເຮັດໃຫ້ນໍ້າຖ້ວມເຂົ້າຮອດໃນເຮືອນ, ຂ້ອຍກັບແມ່ສະນໍ້າອອກໝົດຄືນຈົນບໍ່ໄດ້ນອນ.

  1. ໝາຍເຖິງຊໍາລະ, ລ້າງໃຫ້ສະອາດ.

ຕົວຢ່າງ:

ຂ້ອຍໄດ້ຍິນເຂົາເວົ້າວ່າການສະຜົມເຮັດໃຫ້ຜົມຍາວໄວ, ສະນັ້ນຂ້ອຍຈຶ່ງສະຜົມຂອງຂ້ອຍທຸກມື້.

  1. ໝາຍເຖິງຍົກໃຫ້, ທານ,ສະຫຼະ, ປະວາງ, ບໍ່ຫວງແຫນ.

ມື້ນີ້ຂ້ອຍໄດ້ຮັບບັດເຂົ້າຊົມໜັງຟຣີ ແຕ່ວ່າຂ້ອຍພັດຄາວຽກບໍ່ສາມາດໄປເບິ່ງໄດ້ ຈຶ່ງຈໍາເປັນຕ້ອງໄດ້ສະຫຼະສິດ.

ຄໍານາມ.

ໝາຍເຖິງ ບວກ ຫຼື ໜອງ ທີ່ຄົນຂຸດໄວ້ ຫຼື ກໍ່ໄວ້ສໍາລັບໃຊ້ນໍ້າ, ລອຍນໍ້າ ແລະ ສໍາລັບການແຂ່ງຂັນກິລາລອຍນໍ້າ.
ທຸກໆວັນເສົາຂ້ອຍມັກໄປລອຍນໍ້າຢູ່ສະລອຍນໍ້າບ້ານພໍ່ຕູ້.

ຄຳວ່າ ຊະ.

ເປັນຄໍາກໍາມະ ໝາຍເຖິງ ຢາຍ, ບໍ່ໂຮມກັນ, ແຕກຕ່າງກັນຢ່າງບໍ່ເປັນລະບຽບ ເຊັ່ນ ຊະຊາຍ, ຢັງຢາຍ ເປັນຕົ້ນ.

ຕົວຢ່າງ:

ແມ່ບອກລູກຫຼາຍເທື່ອແລ້ວ ຫຼັງຈາກຫຼິ້ນເຄື່ອງຫຼິ້ນແລ້ວໃຫ້ມ້ຽນເປັນລະບຽບ ບໍ່ແມ່ນໃຫ້ມັນຊະຊາຍຢູ່ແບບນີ້.

ສະຫຼຸບ.

ຄໍາວ່າ ສະ ໝາຍເຖິງການຊໍາລະລ້າງ, ການປະວາງ; ສ່ວນຄໍາວ່າ ຊະ ແມ່ນການເຮັດສິ່ງໃດໜຶ່ງແຕກຢາຍອອກຈາກກັນເຮັດໃຫ້ບໍ່ເປັນລະບຽບ. ສອງຄໍານີມີຄວາມໝາຍທີ່ແຕກຕ່າງກັນ ແລະ ໃຊ້ກັບໂຄງສ້າງປະໂຫຍກທີ່ແຕກຕ່າງກັນ. ສະນັ້ນ ເພື່ອຫຼີິີກລ່ຽງ ຄວາມຜິດພາດໃນການໃຊ້ພາສາເຮົາຄວນສຶກສາເບິ່ງຄວາມໝາຍຂອງຄຳນັ້ນໆໃຫ້ລະອຽດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo