ຄຳວ່າ “ນັນ” ແລະ “ແຊວ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ນັນ” ແລະ “ແຊວ”.

ແນ່ນອນຄຳວ່າ “ນັນ” ແລະ “ແຊວ” ມີຄວາມໝາຍທັງຄືກັນ ແລະ ຕ່າງກັນ ຂຶ້ນກັບການໃຊ້ໃນແຕ່ລະປະໂຫຍກ.

ຄຳວ່າ “ນັນ” ໝາຍເຖິງມົນລະພິດທາງສຽງ, ເປັນສຽງວົນແຊວ ຫຼື ສຽງດັງອຶກກະທຶກຄຶກໂຄມເປັນຕາລໍາຄານ.

ຄໍາວ່າ “ແຊວ” ກໍເຊັ່ນກັນໝາຍເຖິງມົນລະພິດທາງສຽງ, ເປັນສຽງວົນແຊວ, ເນືອງນັນ ຫຼື ສຽງດັງເຮັດໃຫ້ລໍາຄານ, ມີສຽງລົບກວນຈາກສີ່ງໃດສິ່ງນຶ່ງ. ພ້ອມນັ້ນ, ຍັງໝາຍເຖິງຊື່ຂອງໂຕນົກຊະນິດໜຶ່ງຮ້ອງມ່ວນ ເອີ້ນວ່ານົກແຊວ. ລວມທັງໝາຍເຖິງໄມ້ພາຍເຮືອຊະນິດນຶ່ງ. ນອກຈາກນັ້ນ, ຍັງເປັນການເວົ້າຢອກ ຫຼື ສຽດສີກັນ ເຊັ່ນ: ຫຼາຍຄົນມັກແຊວລາວວ່າ ເປັນຄົນສະໝອງປູ້ ບໍ່ທັນຍຸກທັນສະໄໝ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ນັນ”.

“ນັນ” (1. ຄໍາກຳມະ), ສຽງນັນ, ສຽງເນືອງນັນ, ສຽງດັງລົບກວນ, ທໍາໃຫ້ມີສຽງດັງສະນັ່ນ, ສຽງດັງຟົດ. ສຽງໂຫ່ຮ້ອງ, ຮ້ອງໃຫ້ສຽງດັງຂຶ້ນພ້ອມກັນ. ແຊວ, ສຽງວົນແຊວ, ສຽງດັງອຶກກະທຶກຄຶກໂຄມ.

ຕົວ​ຢ່າງ:

  • ວານນີ້ຕອນຄໍ່າຢູ່ໃນບ້ານເຂົາເຈົ້າອຸ່ນດອງ ແລະ ເປີດເພັງສຽງດັງນັນໝົດຄືນ ເຮັດໃຫ້ຜູ້ເຖົ້າຫຼາຍ ຄົນນອນບໍ່ຫຼັບ.
  • ຮ້ານອາຫານຢູ່ຂ້າງເຮືອນເປີດເພັງນັນຫຼາຍ ເປີດທຸກໆມື້ບໍ່ມີວັນເສົາວັນທິດ ຈັ່ງແມ່ນເມື່ອຍນໍາ ເຮັດໃຫ້ບໍ່ໄດ້ພັກຜ່ອນເຕັມທີ ໄປວຽກເຫງົານອນຕະຫຼອດ.
  • ການແຂ່ງຂັນເຕະບານນັດຊິງແຊມໂລກມ່ວນຫຼາຍ ຄົນສົ່ງສຽງເຊຍດັງສະນັ່ນຂ້າງຂອບສະໜາມ ຂະໜາດເຮົາເບີ່ງການຖ່າຍທອດສົດຜ່ານໂທລະພາບຍັງອົດໃຈບໍ່ໄຫວເຊຍນັນຊ້າວໆຄືກັນ.
  • ໄກ່ແມ່ກະຕາກຢູ່ລົກໄກ່ນັນແຊວໆ ສົງໃສມີງູ ຫຼື ແນວໃດແນວນຶ່ງ ເຂົ້າໄປໃນຫັ້ນ ຈິ່ງເຮັດໃຫ້ມັນຕົກ ໃຈ.

ຄຳວ່າ “ແຊວ”.

“ແຊວ” (1. ຄໍາກຳມະ) ສຽງວົນແຊວ, ສຽງດັງລົບກວນ, ທໍາໃຫ້ມີສຽງດັງສະນັ່ນ, ສຽງດັງຟົດ. ສຽງໂຫ່ຮ້ອງ, ຮ້ອງໃຫ້ສຽງດັງຂຶ້ນພ້ອມກັນ. ສຽງນັນ, ສຽງເນືອງນັນ, ສຽງດັງອຶກກະທຶກຄຶກໂຄມ. (2. ຄໍານາມ) ຊື່ໝາກໄມ້ແນວນຶ່ງຕົ້ນເປັນເຄືອໝາກມີລົດສົ້ມຝາດມັກເກີດຕາມບຸ່ງ. (3. ຄໍານາມ) ຊື່ນົກແນວນຶ່ງທີ່ມີຂົນເປັນສີດໍາ (ນົກແຊງແຊວກໍວ່າ), ໂຕຜູ້ມີຂົນຫາງສອງເສັ້ນພົ້ນອອກໄປເອີ້ນວ່ານົກແຊວຫາງຕ່ອງ. (ເບີ່ງແຊງແຊວ), (4. ຄໍານາມ) ເຄື່ອງພາຍເຮືອຢ່າງນຶ່ງຄ້າຍຄືໄມ້ພາຍແຕ່ດ້າມຍາວ ແລະ ມັດຕິດກັບເຫຼັກໄວ້. (5. ຄໍາກຳມະ) ການພາຍເຮືອດ້ວຍເຄື່ອງພາຍແນວນັ້ນ ເອີ້ນວ່າ ແຊວເຮືອ. ເປັນການເວົ້າຢອກຫຼິ້ນ ຫຼື ສຽດສີກັນ.

ຕົວຢ່າງ:

  • ອີງຕາມກົດລະບຽບໃນເວລາສອບເສັງແມ່ນຫ້າມວົນແຊວ ຫຼື ກ່າຍກັນ ຖ້າຜູ້ໃດບໍ່ປະຕິບັດແມ່ນຈະຖືກປະຕິບັດລະບຽບ ຕາມລະບຽບການ.
  • ສະໄໝກ່ອນຢ່າງຜ່ານທົ່ງນາ ເຫັນນົກອ້ຽງສົ່ງສຽງແຊວໆບົນຫຼັງຄວາຍ, ປະຈຸບັນຢ່າງຜ່ານທົ່ງນາ ແມ່ນບໍ່ເຫັນພາບດັ່ງເກົ່າ ໜ້າເສຍດາຍ.
  • ສຽງຮ້ອງໂຫ່ແຊວ ມາກັນແລ້ວຂະບວນແຫ່ເຂີຍ ໃຫ້ກະກຽມຕັນປະຕູເງິນປະຕູຄໍາໄວ້ ລວມທັງເຫຼົ້າ ຕ້ອນຮັບແຂກເຈົ້າບ່າວ.

ສະຫຼຸບ.

ຄຳວ່າ “ນັນ” ແລະ “ແຊວ” ມີຄວາມໝາຍທັງຄືກັນ ແລະ ຕ່າງກັນ ໃນສ່ວນທີ່ຄືກັນນັ້ນໝາຍຄວາມວ່າ ເປັນການເນືອງນັນ, ການວົນແຊວ ຫຼື ສຽງດັງ. ນອກຈາກນັ້ນ, ຄໍາວ່າ “ແຊວ”​ ຍັງໝາຍເຖິງຊື່ຂອງໂຕນົກແນວນຶ່ງ, ແມ່ນໄມ້ພາຍເຮືອ ແລະ ໃນບາງເທື່ອກໍໃຊ້ເປັນຄໍາຢອກລໍ້ກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo