ຄຳວ່າ “ທ່ຽງ” ແລະ “ຖຽງ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ທ່ຽງ” ແລະ ຖຽງ”.

ຄໍາວ່າ ​“ທ່ຽງ” ໝາຍເຖິງຕອນບ່າຍ, ກາງເວັນ ຫຼື ເວລາ 12 ໂມງ. ນອກຈາກນັ້ນ, ຍັງໝາຍເຖິງ ຄວາມທ່ຽງທໍາ, ສັດຊື່.

ຄໍາວ່າ ​“ຖຽງ” ໝາຍເຖິງເຮືອນນ້ອຍທີ່ຄົນສ້າງຢູ່ໄຮ່ ຢູ່ນາ ເພື່ອສະດວກ ແລະ ມີບ່ອນພັກເວລາໄປເຮັດ ໄຮ່ ຫຼື ນາ ເອີ້ນວ່າ ຖຽງໄຮ່ ຖຽງນາ. ນອກຈາກນັ້ນ, ຍັງມີຄວາມໝາຍວ່າການໂຕ້ຖຽງ ຫຼື ວິວາດກັນ ຍ້ອນຄວາມບໍ່ເຂົ້າໃຈຊຶ່ງກັນ ແລະ ກັນນັ້ນເອງ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ຖືກ​ຕ້ອງຕາມຫຼັກໄວຍະກອນການຂິດຂຽນ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ທ່ຽງ”:

“ທ່ຽງ” (1. ຄຳນາມ) ຍາມທ່ຽງ, ຕອນທ່ຽງ, ຕອນບ່າຍ, ຕອນສວາຍ, ກາງເວັນ. (2. ຄຳຄຸນນາມ) ສັດຊື່, ສັມມາ, ສຳມາ, ສຸດຈະລິດ, ທ່ຽງທຳ

ຕົວ​ຢ່າງ:

  • ມື້ນີ້ຮຽນໝົດເຊົ້າຈົນຮອດ 12 ໂມງ ຈິ່ງພັກກິນເຂົ້າທ່ຽງ ຈັ່ງແມ່ນຫິວເຂົ້າແທ້ໆ.
  • ວານນີ້ນອນເດີກ ມື້ນີ້ຈິ່ງຈໍາເປັນຕ້ອງນອນເວັນ (ນອນຕອນທ່ຽງ) ເພື່ອເອົາແຮງເຮັດວຽກຕອນ ບ່າຍຕໍ່.
  • ຕອນບ່າຍວານນີ້ໄປເລາະຫ້າງ ເຫັນແຕ່ເຄື່ອງງາມໆ ເສຍດາຍບໍ່ມີເງິນຊື້.
  • ເປົາວຸ້ນຈີ້ນ ເປັນຄົນທ່ຽງທໍາ ຕັດສິນຄະດີດ້ວຍຄວາມບໍລິສຸດຜຸດຜ່ອງ ບໍ່ຮັບສິນບົນ ແລະ ເຂົ້າຂ້າງໃຜ.

ຄວາມໝາຍຄຳ​ວ່າ “ຖຽງ”:

“ຖຽງ” (1. ຄໍານາມ) ຖຽງນາ, ຖຽງໄຮ່. (2. ຄໍານາມ) ການໂຕ້ຖຽງ, ພິພາດ, ວິວາດ, ການຖຽງກັນ

ຕົວ​ຢ່າງ:

  • ເວລາໄປທ່ອງທ່ຽວພາກເໜືອຂອງລາວ ມັກຈະເຫັນທ່ຽງໄຮ່ຢູ່ຕາມເປີ້ນພູ ຢັ່ງຢາຍກັນໄປ ເບີ່ງດີໆ ກໍແປກຕາ, ບາງແຂວງຕາມທົ່ງນາ ກໍມີຖຽງນາຢັ່ງຢາຍກັນໄປເບີ່ງແລ້ວງາມຕາດີ.
  • ວານນີ້ເຫັນສອງສ່ຽວໂຕ້ຖຽງກັນເລື່ອງບົດຮຽນ ເພາະໃຜກໍວ່າໃຜຖືກ, ແຕ່ຖ້າຢາກຮູ້ຄໍາຕອບທີ່ຖືກ ຕ້ອງແທ້ຄວນໄປຖາມອາຈານ ບໍ່ແມ່ນມາວິວາດກັນແນວນີ້.

ສະ​ຫຼຸບ

ຄຳ​ວ່າ “ທ່ຽງ” ມີຄວາມໝາຍວ່າຕອນທ່ຽງ ຫຼື ເວລາ 12 ໂມງ ແລະ ຄວາມທ່ຽງທໍາ ບໍ່ອ່ຽງຊ້າຍ ອ່ຽງຂວາ ເຂົ້າຝ່າຍໃດຝ່າຍນຶ່ງ. ສ່ວນຄຳ​ວ່າ “ຖຽງ” ໝາຍເຖິງ ຖຽງໄຮ່ ຖຽງນາ ເຮືອນນ້ອຍ ຫຼື ບ່ອນພັກເຊົາເວລາໄປ ເຮັດໄຮ່ ເຮັດນາ. ພ້ອມກັນນັ້ນ ຍັງໝາຍເຖິງການໂຕ້ຖຽງ ຫຼື ວິວາດ ໃຊ້ວາຈາເວົ້າແຮງໃສ່ກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo