ຄຳວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີຄວາມໝາຍແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄຳ​ວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີ​ຄວາມ​ໝາຍ​ແນວ​ໃດ?

ເມື່ອເວົ້າເຖິງພາສາ, ບໍ່ວ່າຈະເປັນພາສາໃດໃນໂລກນີ້ກໍລ້ວນແລ້ວແຕ່ມີເອກະລັກສະເພາະໂຕຂອງໃຜມັນ, ທຸກພາສາມີຮູບແບບການນໍາໃຊ້ທີ່ແຕກຕ່າງກັນອອກໄປ ບາງພາສາກໍມີຄວາມໝາຍໃນໂຕ ແຕ່ບາງພາສາກໍມີຄວາມສະຫຼັບສັບຊ້ອນບໍ່ສາມາດແປຕາມໂຕໄດ້ ເຊິ່ງສ່ວນຫຼາຍກໍມັກຈະເປັນຮູບແບບວະລີ ຫຼື ຄໍາເວົ້າທີ່ໃຊ້ປຽບເປີຍການໃຊ້ຊີວິດປະຈໍາວັນຂອງຜູ້ຄົນທົ່ວໄປ.

ເຊິ່ງໃນພາສາລາວກໍມີຫຼາກຫຼາຍຄໍາເວົ້າທີ່ໃຊ້ເປັນຄໍາປຽບເປີຍໃນການໃຊ້ຊີວິດຫຼາຍໆດ້ານ ເຊິ່ງເຮົາເອີ້ນວ່າ “ຄໍາສຸພາສິດ”, ຄໍາສຸພາສິດເປັນຄໍາເວົ້າສັ້ນໆແຕ່ເຊື່ອງຊ້ອນດ້ວຍເນື້ອໃນໃຈຄວາມທີ່ເລິກເຊິ່ງ, ໃຊ້ປຽບເປີຍການກະທໍາໃດໜຶ່ງຂອງຄົນ, ເຊິ່ງຄົນລາວສະໄໝກ່ອນນິຍົມໃຊ້ຄໍາສຸພາສິດເປັນສ່ວນຫຼາຍໃນບົດສົນທະນາ ແລະ ໃນການຂຽນບົດຄວາມຕ່າງໆ, ແຕ່ໃນປະຈຸບັນນີ້ ໂລກປ່ຽນໄປ ການນໍາໃຊ້ພາສາກໍມີການປັບປ່ຽນໄປຕາມຍຸກສະໄໝ, ເຊິ່ງໃນຍຸກໂລກາພິວັດນີ້ຄົນສ່ວນຫຼາຍຈະລະເລີຍການນໍາໃຊ້ຄໍາສັບທີ່ຫຍຸ້ງຍາກ ໂດຍສະເພາະຄໍາສຸພາສິດ ທີ່ຕ້ອງມານັ່ງຕີຄວາມໝາຍທີ່ຊັບຊ້ອນຂອງມັນ. ດ້ວຍເຫດນັ້ນ, ຈຶ່ງເຮັດໃຫ້ຄໍາສຸພາສິດໃນພາສາລາວຄ່ອຍໆຖືລືມໄປເທື່ອລະນ້ອຍ.

SA Game
DooDiDo

ສະນັ້ນ, ເພື່ອເປັນການອະນຸລັກຮັກສາຄວາມເປັນເອກະລັກຂອງພາສາລາວໄວ້ ແລະ ເພື່ອບໍ່ໃຫ້ຄົນລຸ້ນຫຼັງລືມຄໍາສຸພາສິດໃນພາສາລາວ, ໃນບົດຄວາມນີ້ເຮົາຈຶ່ງຍົກເອົາຄໍາສຸພາສິດບົດໜຶ່ງຂຶ້ນມາ ເພື່ອຕີຄວາມໝາຍ ແລະ ຍົກຕົວຢ່າງນໍາໃຊ້ ຄືຄໍາວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”.

ຄໍາວ່າ “ຊີ້ນົກເປັນນົກ ຊີ້ກາເປັນກາ” ໃຊ້ເປັນຄໍາກໍາມະ ຫຼື ຄໍາກິລິຍາ ໝາຍເຖິງ ບໍ່ວ່າຜູ້ໃຫຍ່ທີ່ມີອໍານາດວາດສະໜາວ່າແນວໃດ ຜູ້ນ້ອຍກໍລົງຄ້ອຍຕາມໄປຢ່າງນັ້ນ ໂດຍບໍ່ຄໍານຶງເຖິງວ່າຜິດ ຫຼືຖືກ ເພາະຢ້ານກົວ ຫຼືເພາະຢາກປະຈົບປະແຈງ.

ຕົວຢ່າງ:

ໃນອົງການຈັດຕັ້ງໜຶ່ງມີທີການຍາດແຍ່ງຊີງເອົາຄວາມດີ ຫຼືເອົາຜົນງານ ຜູ້ເປັນລູກນ້ອງກໍມັກຈະປະຈົບປະແຈງຜູ້ເປັນນາຍ, ບໍ່ວ່ານາຍສັ່ງໃຫ້ເຮັດຫຍັງກໍຮີບຟ້າວເຮັດຕາມທັນທີ, ນັ້ນເອີ້ນວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”.

ຜູ້ມີອໍານາດບາລະມີສູງສັ່ງໃຫ້ຜູ້ທີ່ດ້ອຍກວ່າເຮັດ ຫຼືກະທໍາສິ່ງໃດໜຶ່ງ ເຖິງແມ່ນວ່າບໍ່ຢາກເຮັດ ແຕ່ກໍຕ້ອງຍອມຝືນໃຈເຮັດ ຍ້ອນຄວາມຍ້ານກົວຕໍ່ອໍານາດບາລະມີຂອງຜູ້ສັ່ງ, ນັ້ນກໍເອີ້ນວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”.

ສະຫຼຸບ.

ຄໍາສຸາພາສິດທີ່ວ່າ “ຊີ້ນົກເປັນນົກ ຊີ້ກາເປັນກາ” ມີຄວາມໝາຍວ່າຍອມເຮັດຕາມທຸກສິ່ງທຸກຢ່າງທີ່ຜູ້ມີອໍານາດ  ເໜືອຕົນສັ່ງໃຫ້ເຮັດ ໂດຍບໍ່ມີການຄັດຄ້ອງ ຫຼືຄັດຄ້ານແຕ່ຢ່າງໃດ ດ້ວຍເຫດຜົນຍ້ອນຄວາມຍ້ານກົວ ຫຼືຍ້ອນຄວາມຢາກປະຈົບປະແຈງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo