ຄຳວ່າ ຈູບ ມີຄວາມໝາຍແນວໃດແດ່ໃນພາສາລາວ?

SA Game

DooDiDo

ອະ​ທິ​ບາຍຄວາມ​ໝາຍ​ຂອງ​ຄຳ​ວ່າ​ ​ຈູບ ​ໃນ​ພາ​ສາ​ລາວ.

​​ຄວາມ​ຮັກ​ເປັນ​ສິ່ງ​ທີ່​ຫອມ​ຫວານ​ໃນ​ກຸ່ມ​ບ່າວ​ສາວ ຫລື ເວົ້າ​ໄດ້​ວ່າ​ທຸກ​ໄວ​ເລີຍ​ບາງ​ຄົນ​ຮັກ​ກັນ​ດົນ​ແລ້ວ​ຄວາມ​ຫວານ​ທີ່​ເຄີຍ​ມີ​ໃນ​ຄັ້ງ​ອະ​ດີດ​ກໍ​ຄ່ອຍໆ​ຈືດ​ຈາງ​ລົງ​ໄປ​ແຕ່​ບາງ​ຄົນ​ກໍ​ຄົງ​ຍັງ​ຮັກ​ສາ​ໄວ້​ໄດ້​ ແລະ ການ​ສະ​ແດງ​ຄວາມ​ຮັກ​ອີກ​ອັນ​ໜຶ່ງ​ໃນ​ຄົນ​ເຮົາ​ທີ່​ສື່​ສານ​ເຖິງ​ຄວາມ​ຮັກ​ໄດ້​ເປັນ​ຢ່າງ​ດີ​ນັ້ນ​ກໍ​ຄື​ການ​ ຈູບ ບໍ່​ວ່າ​ຈະ​ເປັນ​ຄວາມ​ຮັກ​ຕໍ່​ແຟນ, ເມຍ, ໝູ່​ຄູ່ ແລະ ລູກ​ຫລານ.

ພາສາລາວໃນ​ຕອນ​ນີ້ຈະມາ​ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ຈູບ, ເນືອງ​ຈາກວ່າ​ຄວາມ​ໝາຍ​ຂອງ​ຄຳ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ວ່າ​ເປັນ​ການ​ສະ​ແດງ​ຄວາມ​ຮັກ​ແພງ​ກັນ ແລະ ກັນ ເທົ່າ​ນັ້ນ, ໃນ​ພາ​ສາ​ລາວຍັງ​ສາ​ມາແປ​ໄປ​ໄດ້​ຫລາຍໆ​ຄວາມ​ໝາຍ​ທັງ​ຄຳ​ນາມ​ຄຳ​ກຳ​ມະ ແລະ ອື່ນໆ​ເຊິງ​ເຮົາ​ຈະ​ເອົາ​ຄວາມ​ໝາຍ​ຕ່າງໆ​ມາອ​ະ​ທິ​ບາຍ​ໃຫ້​ຮູ້​ໄປ​ນຳ​ກັນ, ໃນ​ບົດ​ນີ້​ຈະ​ອີງຕາມ​ວັດ​ຈະ​ນາ​ນຸ​ກົມມາ​ອະ​ທິ​ບາຍ ແລະ ໃຫ້​ຄວາມ​ໝາຍ​ຂອງ​​ຄຳ​ດັ່ງ​ນີ້.

SA Game
DooDiDo
ຄຳ​ວ່າ ຈູບ.

ຄວາມ​ໝາຍ​ທີ່ 1. ແມ່ນ​ຊື່​ຫອຍ​ສະ​ນິ​ດ​ໜຶ່ງ ໜ່ວຍ​ນ້ອຍ​ກົ້ນ​ແຫລມ ມີ​ຕາມ​ຫ້ວຍ​ຕາມ​ໜອງ ເອີ້ນ​ວ່າ ຫອຍ​ຈູບ ບາງ​ເຂດ​ກໍ​ເອີ້ນ​ວ່າ ຫອຍ​ຂົມ, …

ຄວາມ​ໝາຍ​ທີ່ 2. ດຶງ, ດູດ, ການ​ດຶງ​ດູດ​ເຂົ້າ​ຫາ​ກັນ….

ຄວາມ​ໝາຍ​ທີ່ 3. ການ​ໃຊ້​ປາກ​ຈູບ ຫລື ດົມ​ດ້ວຍ​ຄວາມ​ຮັກ ເອີ້ນ​ວ່າ ຈູບ, ໃຊ້​ປາກ​ດູດ​ສິ່ງ​ໃດ​ສິ່ງ​ໜຶ່ງ

ຕົວຢ່າງ:

ວານ​ນີ້​ແມ່​ຂ້ອຍ​ໄປ​ໜອງ​ຊອກ​ຫາ​ຫອຍ​ຈູບ​ມາ​ກິນ.

ຫລາຍ​ຂ້ອຍ​ຫລິ້ນ​ເຫລັກ​ກ້າ​ສອງ​ໜ່ວຍ ເຮັດ​ມັນ​ຈູບ​ເຂົ້າ​ຕິດ​ກັນ.

ປ້າ​ຂ້ອຍ​ລາວ​ຮັກ​ຫລານ​ແພງ​ຫລານ​ແຮງ ເຫັນ​ເທືອ​ໃດ​ແລ້ວ​ຈູບ​ຫລານ​ຈົນ​ວ່າ​ແກ້ມ​ເປື້ອນ​ນ້ຳ​ລາຍ​ໄປ​ເລີຍ.

ສະຫຼຸບ.

ຄຳ​ວ່າ ຈູບ. ແມ່ນ​ຊື່​ຫອຍ​ສະ​ນິ​ດ​ໜຶ່ງ ໜ່ວຍ​ນ້ອຍ​ກົ້ນ​ແຫລມ ມີ​ຕາມ​ຫ້ວຍ​ຕາມ​ໜອງ ເອີ້ນ​ວ່າ ຫອຍ​ຈູບ ບາງ​ເຂດ​ກໍ​ເອີ້ນ​ວ່າ ຫອຍ​ຂົມ.

ດຶງ, ດູດ, ການ​ດຶງ​ດູດ​ເຂົ້າ​ຫາ​ກັນ, ການ​ໃຊ້​ປາກ​ຈູບ ຫລື ດົມ​ດ້ວຍ​ຄວາມ​ຮັກ ເອີ້ນ​ວ່າ ຈູບ, ໃຊ້​ປາກ​ດູດ​ສິ່ງ​ໃດ​ສິ່ງ​ໜຶ່ງ, …

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo