ຄຳວ່າ ກຽດ ແລະ ສັກສີມີ​ຄວາມ​ໝາຍ​ແນວ​ໃດໃນພາສາລາວ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ກຽດ ແລະ ສັກສີໃນພາສາລາວ.

ພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບ ທີ່ຄົນລາວເຮົາເອງບາງຄົນກໍຍັງບໍ່ຮູ້ແທ້ເຖິງຄວາມໝາຍແລະຄວາມສຳຄັນຂອງບາງຄຳເວົ້າ ຫຼື ບາງຄຳສັບໃນພາສາຂອງໂຕເອງເພາະຄຳສັບຂອງລາວເຮົາບາງຄຳນັ້ນເຮົາອາດຈະໄດ້ຍິນ ຫຼື ໄດ້ເວົ້າຈົນລື້ງຫູແຕ່ເຮົາກໍຍັງໄຈ້ແຍກບໍ່ໄດ້ວ່າຄຳສັບນັ້ນມີຕົ້ນກຳເນີດ ຫຼື ມີເຄົ້າມາຈາກໃສ ແລະ ມີຄວາມໝາຍວ່າແນວໃດຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ໂອ້ລົມສົນທະນາເຊິ່ງກັນແລະກັນ, ເພື່ອໃຫ້ໃຊ້ຖືກຕ້ອງຕາມຄວາມໝາຍຂອງແຕ່ລະຄຳ ມື້ນີ້ເຮົາຈື່ງຈະນຳເອົາຄຳວ່າ ກຽດ ແລະ ສັກສີມາອະທິບາຍ.

ຄຳວ່າ ກຽດ ແລະ ສັກສີ ສອງຄຳນີ້ເປັນຄຳຮ່ວມຄວາມໝາຍແຕ່ບໍ່ສາມາດໃຊ້ທົດແທນກັນໄດ້ໃນທຸກກໍລະນີ ແລະ ຈະມັກໃຊ້ຊ້ອນກັນເປັນຄຳວ່າ ກຽດສັກສີ ຈື່ງອາດເຮັດໃຫ້ເຮົາເກີດມີຂໍ້ສົງໃສວ່າ ຄຳທັງສອງຄຳນີ້ມັນມີຄວາມໝາຍທີ່ເອີ້ນວ່າຄຳຮ່ວມຄວາມໝາຍ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນໃດ ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍ ແລະ ການນຳໃຊ້ຄືແນວໃດ.

SA Game
DooDiDo

ຄຳວ່າກຽດ.

ເປັນຄຳນາມຈາກເຄົ້າສັນສະກິດເຊິ່ງມີຄວາມໝາຍວ່າ ການມີໜ້າມີຕາ, ມີສັກສີ, ການທີ່ໄດ້ຮັບການຍົກຍ້ອງ, ຫຼື ຄວາມມີໜ້າມີຕາໃນສັງຄົມ.ເຊິ່ງຄຳນີ້ສາມາດໃຊ້ໃນສັບພາສາເວົ້າ, ພາສາຂຽນ, ໃຊ້ເພື່ອຍ້ອງຍໍສັນລະເສີນກັນໃນສັງຄົມທົ່ວໄປ ແລະ ກໍສາມາດໃຊ້ໄດ້ໃນທີ່ກອງປະຊຸມໃຫຍ່ໆ ຫຼື ນ້ອຍ ແຕ່ກໍຂື້້ນກັບກາລະໂອກາດວ່າເຮົາຄວນໃຊ້ໃນກາລະເວລາໃດເພື່ອໃຫ້ມັນຖືກຕ້ອງກັບຈຸດປະສົງ ແລະ ກາລະໂອກາດເຊັ່ນ :

ຕົວຢ່າງ :

1.​ ທ້າວອັນນີ້ຈັ່ງແມ່ນລາວກຽດໃຫຍ່.

  1. ຮຽນບັນດາທ່ານຜູ້ມີກຽດ.
  2. ທ່ານ ນາງດວງດີ ກໍ່ໄດ້ມີກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ຄຳວ່າສັກສີ.

     ເປັນຄຳນາມຈາກເຄົ້າສັນສະກິດແປງເປັນຄຳລາວວ່າ ສັກສີ ເຊິ່ງໝາຍເຖິງກຽດ, ຄວາມມີໜ້າມີຕາ, ແລະ ຄວາມມີຍົດມີສັກ. ເຊິ່ງຄຳນີ້ສາມາດໃຊ້ເວົ້າສື່ສານກັນຕາມພາສາໝູ່ຄູ່, ແຕ່ກໍຂື້ນກັບກາລະໂອກາດດ້ວຍເຊັ່ນກັນວ່າສະຖານະການແບບໃດທີ່ເຮົາຄວນໃຊ້, ແລະ ໃນສະຖານທີ່ແບບໃດທີ່ເຮົາຄວນນຳມາເວົ້າຈິ່ງຈະເໝາະສົມເຊັ່ນ :

ຕົວຢ່າງ

  1. ຄືປ່ອຍໃຫ້ເຂົາຕົບຫົວຫຼີ້ນຢູ່?ເສຍສັກສີຂອງຄວາມເປັນຄົນໝົດເລີຍເຈົ້ານະ.
  2. ຄົນເຮົາທຸກຄົນເກີດມາລ້ວນແຕ່ມີສັກສີຂອງຄວາມເປັນຄົນເທົ່າທຽມກັນໝົດ.
  3. ສົມດີຄິດວ່າວຽກງານນີ້ເປັນວຽກງານທີ່ຕ່ຳຕ້ອຍບໍ່ສົມສັກສີກັບຄົນທີ່ຮຽນຈົບປະລິນຍາຕີມາຄືລາວ.

ສະຫຼູບ.

ສະຫຼຸບລວມແລ້ວຄຳວ່າ ກຽດສັກສີ ເປັນຄຳນາມໝາຍເຖິງ ຖານະອັນມີກຽດ, ຄວາມມີໜ້າມີຕາຕາມຖານະຂອງແຕ່ລະບຸກຄົນ ສ່ວນຫຼາຍແມ່ນມັກໃຊ້ໃນເວລາທີ່ຄົນເຮົາຢາກເວົ້າໃຫ້ກຽດຝ່າຍກົງກັນຂ້າມ ເພື່ອໃຫ້ອີກຝ່າຍຮັບຮູ້ເຖິງຄວາມເຄົາລົບ ແລະ ນັບຖືຂອງອີກຝ່າຍທີ່ມີໃຫ້ ຫຼື ຈະມັກໃຊ້ຫຼາຍໃນອົງການຈັດຕັ້ງຕ່າງໆເຊັ່ນວ່າ : ການໄປໃຊ້ສິດເລືອກຕັ້ງແມ່ນກຽດສັກສີ, ສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງລາວໝົດທຸກຄົນ ດັ່ງນີ້ເປັນຕົ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo