ຄຳວ່າ “ກາງ” ແລະ “ພື” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ກາງ” ແລະ ພື”.

ໃນຄວາມເປັນຈິງແລ້ວການນໍາໃຊ້ຄໍາວ່າ “ກາງ” ແລະ ​“ພື” ສ່ວນໃຫຍ່ແມ່ນມີຄວາມໝາຍຄືກັນຊຶ່ງໝາຍເຖິງການແຜ່ສິ່ງໃດສິ່ງນຶ່ງອອກ, ການຜຶ່ງສິ່ງໃດສິ່ງນຶ່ງອອກ ຫຼື ການແຜ່ອອກໃຫ້ກວ້າງ ເຖິງວ່າການເວົ້າຕ່າງກັນໄປແຕ່ຄວາມໝາຍກໍຄືກັນ ເຊັ່ນ: ການຕັ້ງເຕັ້ນແມ່ນໃຫ້ກາງຜ້າອອກປົກຮາວເຫຼັກ ຫຼື ພືປົກຮາວເຫຼັກ ແລ້ວຈິ່ງມັດໃຫ້ແໜ້ນ ເພື່ອຄວາມປອດໄພ, ການຕາກສົ້ງເສື້ອແມ່ນໃຫ້ພື ຫຼື ກາງ ຕາກໃສ່ຮາວຕາກຜ້າ ຈິ່ງແຫ້ງໄວ.

ແຕ່ເຖິງຢ່າງໃດກໍ່ຕາມການນໍາໃຊ້ໃນຫຼາຍກໍລະນີແມ່ນມີຄວາມ ໝາຍສະເພາະ ແລະ ບໍ່ສາມາດແທນກັນໄດ້ ເປັນຕົ້ນ ການກາງເຕັ້ນ ບໍແມ່ນການພືເຕັ້ນ, ການກາງຈ້ອງ ບໍ່ແມ່ນການພືຈ້ອງ, ການກາງມອງ ບໍ່ແມ່ນການພືມອງ, ການກາງມຸ້ງ ບໍແມ່ນການພືມຸ້ງ, ກາງທາງ ບໍ່ແມ່ນ ພືທາງ, ກາງເມືອງ ບໍ່ແມ່ນພືເມືອງ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈການນຳ​ໃຊ້ 2 ຄໍາດັ່ງກ່າວ ​ໃຫ້​ຖືກ​ຕ້ອງຕາມຫຼັກການຂິດຂຽນວ່າ​ເຮົາມາທໍາຄວາມເຂົ້າໃຈເພີ່ມເຕີມດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ກາງ”:

“ກາງ” (1. ຄໍາກິລິຍາ) ຂຶງພືດ, ຄຶງ, ໂຍກ, ແຕກສ່ວນ, ແຍະ, ແບອອກ, ຜຶ່ງ, ເປີດ, ມາຍອອກ, ແຜ່ອອກ, ເປີດ, ອ້າອອກ, ກັ້ງ, ກັ້ງອອກ, ແບອອກ, ພື, ພືອອກ.ຈ່າງອອກ, ຕັນໄວ້, ລັດໄວ້. (2. ຄໍານາມ)  ກາງ, ໃຈກາງ. (3. ຄໍານາມ)  ຊື່ພະຍາດແນວນຶ່ງ ເປັນຕຸ່ມເປື່ອຍ ເກີດຕາມປາກ ຫລື ຮ່າງກາຍ. (4. ຄໍາຄູນນາມ) ກາງ, ເຄີ່ງກາງ, ສ່ວນກາງ, ສຸນກາງ.

ຕົວ​ຢ່າງ:

  • ເວລາຝົນຕົກໃຫ້ກາງ ຫຼື ກັ້ງຄັນຮົ່ມ ຈິ່ງບໍ່ປຽກ ບໍ່ແມ່ນ ໃນເວລາຝົນຕົກໃຫ້ພືຄັນຮົ່ມ ຊຶ່ງບໍ່ເປັນທີ່ນິຍົມໃຊ້.
  • ເວລາໄປຫາປາໃຫ້ກາງມອງຂັ້ນຫາດໄວ້ ບໍ່ແມ່ນປ່ອຍຍາວຕາມຫາດ ມັນຊິບໍ່ຖືກປາ.
  • ເວລາຜູ້ໃຫຍ່ເອົາເງິນໃຫ້ຄວນນົບກ່ອນ ແລ້ວແບມືອອກ (ກາງມືອອກ) ໃຫ້ເພີ່ນເອົາເງິນໃສ່ມື ຈິ່ງສຸພາບ ແລະ ເປັນຕາຮັກ ເດີລູກ.
  • ເວລາຕາກຜ້າທີ່ຊັກໃຫ້ຜຶງເສຍກ່ອນ ເພື່ອໃຫ້ມັນແຫ້ງໄວ.
  • ການກາງແຮ້ວ ຫຼື ວາງກັບດັກ ແມ່ນມີມາແຕ່ບູຮານ ແມ່ນການດັກເອົາສັດເພື່ອມາບໍລິໂພກຂອງມະນຸດ.
  • ອີງຕາມຫຼັກການຈາລະຈອນຂອງສປປ ລາວ ການຂັບຂີ່ແມ່ນໃຫ້ແລ່ນເລັນຂວາ ບໍ່ແມ່ນແລ່ນຄວບກາງທາງ ຫຼື ເລັນຊ້າຍ ເພາະຈະເຮັດໃຫ້ເກີດອຸບັດຕິເຫດ ແຕ່ໃນຫຼາຍໆປະເທດກໍມີຫຼັກການກົງ ກັນຂ້າມກັນ ເຊັ່ນ: ປະເທດອັງກິດ, ປະເທດໄທ ແລະ ອື່ນໆ.
  • ນະຄອນຫຼວງວຽງຈັນກວ້າງໃຫຍ່ໄພສານ ແຕ່ຈຸດໃຈກາງເມືອງແມ່ນເຂດຕະຫຼາດເຊົ້າ.
  • ເວລາເດັກນ້ອຍເກີດໃໝ່ຕ້ອງເອົາໃຈໃສ່ເບີ່ງແຍງເປັນພິເສດເພາະ ຢ້ານລິ້ນເປັນກາງ, ເຈັບທ້ອງ, ອອກຕຸ່ມ ແລະ ອື່ນໆ.
  • ການປົກຄອງຂອງຫຼາຍລັດແມ່ນໃນຮູບແບບການກະຈາຍອໍານາດຈາກສຸນກາງ ລົງຮອດສູ່ທ້ອງຖີ່ນ.
  • ບ້ານເຮົາທັງສອງຄົນແມ່ນໄກກັນ ຄິດວ່ານັດພົບກັນຢູ່ເຄີ່ງກາງທາງ ໜ້າຈະຍຸດຕິທໍາຕໍ່ທັງສອງ ຝ່າຍ.

ຄວາມໝາຍຄຳ​ວ່າ “ພື”:

“ພື” (1. ຄໍາກິລິຍາ) ພືອອກ, ຂຶງພືດ, ຄຶງ, ໂຍກ, ແຕກສ່ວນ, ແຍະ, ແບອອກ, ຜຶ່ງ, ເປີດ, ມາຍອອກ, ແຜ່ອອກ, ເປີດ, ອ້າອອກ, ແບອອກ, ກາງ, ກັ້ງ, ກັັ້ງອອກ.

ຕົວ​ຢ່າງ:

  • ການຫວ່ານແຫຕ້ອງຫວ່ານໃຫ້ໄດ້ໄກ ແລະ ໃຫ້ພືເປັນວົງມົນ ຈິ່ງມີໂອກາດຖືກປາຫຼາຍ ອີກຢ່າງ ນຶ່ງເຂົາວ່າເປັນຄົນຫວ່ານແຫເກັ່ງ.
  • ເວລາຕາກຢາພື້ນເມືອງໃຫ້ຕາກແດດກ້າໆ ສາມແດດດ້ວຍການພື ຫຼື ແຜ່ອອກ ມັນຈິ່ງຮັບແສງ, ຮັບລົມ ແລະ ແຫ້ງພໍດີ ຫາກຕາກແດດນ້ອຍເກີນໄປ ຫຼື ຫຼາຍກວ່ານັ້ນຈະເຮັດໃຫ້ຢາ ບໍ່ໄດ້ຮັບຄຸນະພາບດີ.

ສະ​ຫຼຸບ

ຄຳ​ວ່າ “ກາງ” ແລະ “ພື” ສ່ວນໃຫຍ່ແມ່ນມີຄວາມໝາຍຄືກັນ ຄື ການຜຶງອອກ, ອ້າອອກ, ແບບອອກ ນັ້ນເອງ ຕົວຢ່າງ ການກາງຜ້າ ຫຼື ພືຜ້າ. ແຕ່ກໍ່ມີຫຼາຍກໍລະນີທີ່ນໍາໃຊ້ແລ້ວມີຄວາມໝາຍແຕກຕ່າງ ແລະ ເປັນຢ່າງອື່ນແບບສະເພາະຕົວເຊັ່ນ: ການກາງແຮ້ວ, ພະຍາດປາກເປັນກາງ, ໃຈກາງ, ກາງທາງ ເປັນຕົ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo