ຄະນະລັດຖະມົນຕີອາເມລິກາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

SA Game

ຂປລ

ສປປ ລາວ ຕ້ອນຮັບຄະນະລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມລິກາ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເວັນດີ ເຊີມານ ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມລິກາ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນາ 2022 ນີ້, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ ສປປ ລາວ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ນາງ ເວັນດີ ເຊີມານ ພ້ອມດ້ວຍຄະນະ ເຖິງວ່າຈະເປັນໄລຍະສັ້ນໆ ແຕ່ກໍມີຄວາມສໍາຄັນໃນການຮັດແໜ້ນ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ທີ່ມີມາໄດ້ 60 ກວ່າປີນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວເພີ່ມຂຶ້ນ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ຄວາມຄືບໜ້າຂອງການຮ່ວມມື ລະຫວ່າງສອງປະເທດ ຕະຫລອດໄລຍະທີ່ຜ່ານມາ ບົນພື້ນຖານການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມລິກາ ໃນຂະແໜງການຕ່າງໆ ເຊັ່ນ:

SA Game
ຂປລ

ເສດຖະກິດ, ການຄ້າ, ສາທາລະນະສຸກ, ການສຶກສາ, ການຮ່ວມມືດ້ານມະນຸດສະທໍາໃນວຽກງານຂຸດຄົ້ນ ແລະ ຊອກຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ.

ອັນເດັ່ນແມ່ນການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງ ລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມລິກາ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານທຶນຮອນ, ອຸປະກອນການແພດ ແລະ ວັກຊິນຕ້ານໂຄວິດ-19 ແກ່ ສປປ ລາວ.

ທ່ານ ຮອງນາຍົກລັດຖະມົນຕີ ຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ກໍຄືປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດ ໂຄວິດ-19 ແລະ ສະແດງຄວາມຫວັງວ່າ ລັດຖະບານ ກໍຄື ປະຊາຊົນ ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນອານາຄົດ.

ພ້ອມດຽວກັນນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຢູ່ ສປປລາວ ໃນປັດຈຸບັນ, ຈຸດສຸມຂອງລັດຖະບານ ແຕ່ນີ້ຮອດປີ 2025, ວິໄສທັດ 2030 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ທ່ານ ນາງ ເວັນດີ ເຊີມານ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ກິແກ້ວ ໄຂຄໍາພິທູນ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ແມ່ນແນໃສ່ເສີມສ້າງການພົວພັນຮ່ວມມືສອງຝ່າຍ ໃຫ້ແໜ້ນແຟ້ນ.

ທ່ານຮອງລັດຖະມົນຕີ ເວັນດີ ເຊີມານ ໄດ້ຕີລາຄາສູງການຮ່ວມມືສອງຝ່າຍ ໃນໄລຍະທີ່ຜ່ານມາ ແລະ ຢືນຢັນຈະສືບຕໍ່ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນດ້ານຕ່າງໆ ເພື່ອເປັນການປະກອບສ່ວນເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນອະນາຄົດ.

ພ້ອມທັງໄດ້ແຈ້ງວ່າ ລັດຖະບານ ອາເມລິກາ ຈະເພີ່ມການຊ່ວຍເຫລືອໃຫ້ແກ່ ສປປ ລາວ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກໃນປີ 2022 ລວມທັງແຜນການຈະສະໜອງວັກຊິນ ປ້ອງກັນ ໂຄວິດ-19 ສໍາລັບເດັກນ້ອຍຈໍານວນ 200.000 ຫລອດ ໃນປີນີ້.

SA Game
ຂປລ

ໃນວັນດຽວກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີຕ່າງປະເທດ ກໍໄດ້ພົບປະເຮັດວຽກຮ່ວມກັບ ທ່ານ ນາງ ເວັນດີ ເຊີມານ ທີ່ກະຊວງການຕ່າງປະເທດ ເຊິ່ງສອງຝ່າຍໄດ້ມີການປຶກສາຫາລືຫລາຍບັນຫາທີ່ສໍາຄັນ ກ່ຽວກັບການພົວພັນຮ່ວມມື ລາວ-ອາເມລິກາ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ແລກ ປ່ຽນຄໍາເຫັນກ່ຽວກັບບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.