ຄະນະຜູ້ແທນ ສສ ຫວຽດນາມ ຢ້ຽມ​ຢາມແຂວງ ຊຽງ​ຂວາງ ສ​ປ​ປ ລາວ

SA Game

ຂ​ປ​ລ

ຄຳ​ນະ​ນຳ​ແຂວງ​ຊຽ​ງ​ຂວາງລົງນາມບົດບັນທຶກການຮ່ວມມືຮອບດ້ານ ຊຽງຂວາງ-ເຊີນລາ

​ອິງ​ຕາມແຫລ່ງຂ່າວຂອງແຂວງຊຽງຂວາງໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ຄະນະຜູ້ແທນ ແຂວງເຊີນລາ ສສ ຫວຽດນາມ ເດີ່ນທາງມາພົບປະຢ້ຽມຢາມ ແຂວງຊຽງຂວາງ ສປປ ລາວ ແລະ ໄດ້ລົງນາມບົດບັນທຶກການຮ່ວມມືຮອບດ້ານໄລຍະປີ 2022-2024 ໃນວັນທີ 16 ສິງຫາ 2022 ຢູ່ຫ້ອງວ່າການແຂວງຊຽງຂວາງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ແລະ ທ່ານ ດັ້ງຫງອກເຮົ້າ ຮອງປະທານຄະນະກຳມະການປະຊາ ຊົນແຂວງ

ໂດຍມີທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານການເມືອງແນວຄິດ, ທ່ານ ລໍ່ມິງຮຸ່ງ ຮອງເລຂາພັກແຂວງ, ຜູ້ປະຈຳການແຂວງເຊີນລາ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໃນບົດບັນທຶກການຮ່ວມມືດັ່ງກ່າວ, ປະກອບມີ ສືບຕໍ່ປະສານສົມທົບເພີ່ມທະວີວຽກງານໂຄສະນາອົບຮົມ ໃຫ້ແກ່ຖັນແຖວພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າຂອງແຕ່ລະຝ່າຍ ກ່ຽວກັບມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໂດຍສະເພາະແມ່ນແຂວງຊຽງຂວາງ ແລະ ແຂວງເຊີນລາ.

SA Game
ຂ​ປ​ລ

ສືບຕໍ່ປະ ສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບ, ປະຕິບັດຫລັກການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ໄດ້ດີ ແລະ ຮັບປະ ກັນວຽກງານ ປກຊ-ປກສ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕໍ່ຕ້ານອາຊະຍາກຳພາຍໃນທ້ອງຖິ່ນສອງແຂວງ; ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຂະແໜງກະສິກຳຂອງສອງແຂວງຈັດຕັ້ງຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ, ຝຶກອົບຮົມຍົກລະດັບວິຊາສະເພາະການປູກຝັງ-ລ້ຽງສັດ, ການສະໜອງດ້ານແນວພັນ, ຮຽນຮູ້ປະສົບການທັດສະນະສຶກສາກ່ຽວກັບຕົວແບບການພັດທະນາເສດຖະກິດ, ຕົວແບບການຜະລິດໃນຂົງເຂດກະສິກຳ-ປ່າ ໄມ້ ແລະ ສັດນ້ຳ; ເພີ່ມທະວີການຮ່ວມມືມິດຕະພາບສົ່ງເສີມດ້ານການຄ້າ ແລະ ໂຄສະນາເຜີຍແຜ່ຂໍ້ມູນການຄ້າ-ການລົງທຶນຂອງສອງແຂວງ, ພ້ອມເຂົ້າຮ່ວມບັນດາຕະຫລາດນັດ, ງານວາງສະແດງສິນຄ້າທີ່ສອງຝ່າຍຈັດຂຶ້ນ ເພື່ອແນະນຳໂຄສະນາ ແລະ ຈຳໜ່າຍຜະລິດຕະພັນສິນຄ້າ.

SA Game
ຂ​ປ​ລ

ສ່ວນວຽກການຊ່ວຍເຫລືອພື້ນຖານໂຄງລ່າງ ແຂວງເຊີນລາ ໃຫ້ການຊ່ວຍເລືອທຶນ ຮອນຈຳນວນ 5 ຕື້ດົງ ໃຫ້ແກ່ແຂວງຊຽງຂວາງ ເພື່ອກໍ່ສ້າງໂຄງການໜຶ່ງຢູ່ທີ່ແຂວງຊຽງຂວາງ, ໄລຍະປີ 2022-2024 ແຂວງເຊີນລາ ຈະຮັບກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງຊຽງຂວາງ ຈຳນວນ 2 ຊຸດ, 90 ທຶນ ດ້ວຍແຫລ່ງງົບປະມານແຂວງເຊີນລາ; ປະ ສານສົມທົບຈັດຕັ້ງບັນດາກິດຈະກຳສະເຫລີມສະຫລອງ 2 ວັນປະຫັວດສາດ, ແລກປ່ຽນວັດທະນາທຳ, ສິລະປະ, ກິລາ ແລະ ທ່ອງທ່ຽວ; ແຂວງເຊີນລາ ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ພະນັກງານ ແລະ ປະຊາຊົນແຂວງຊຽງຂວາງໄປກວດ ແລະ ປິ່ນປົວພະຍາດຢູ່ໂຮງໝໍທົ່ວໄປ ແລະ ບັນດາສະຖາບັນການແພດຂອງແຂວງເຊີນລາ.

ໂອກາດດັ່ງກ່າວ, ແຂວງເຊີນລາ ກໍໄດ້ມອບເງິນຈຳນວນ 200 ລ້ານດົງ ໃຫ້ແຂວງຊຽງຂວາງ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານພາຍໃນແຂວງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.