ຄວາມ​ໝາຍ​ຂອງ​ຄຳ​ວ່າ​ເຝິກ ແລະ ຝຶກ​ໃນ​ພາ​ສາ​ລາວ​ຄື​ກັນ ຫລື ຕ່າງ​ກັນ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່່າ ເຝິກ ແລະ ຝຶກ ໃນພາສາລາວ.

ຄຳເວົ້າໃນພາສາລາວເຮົາຍັງມີອີກຫຼາກຫຼາຍຄຳທີ່ເຮົາຍັງມີການຖົກຖຽງກັນເລື່ອງການນຳໃຊ້ຄຳສັບວ່່າໃຊ້ແບບໃດຈື່ງຈະຖືກຕ້ອງ ເຊິ່ງອາດເຮັດໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນເອງໃນການໃຊ້ຊີວິດປະຈຳວັນ ເພາະຄຳສັບບາງຄຳນັ້ນເຮົາອາດຈະບໍ່ໄດ້ເວົ້າ ຫຼື ຂຽນອອກມາຄືກັນ ແຕ່ອາດມີຄວາມໝາຍອັນດຽວກັນກໍໄດ້ເຊັ່ນຄຳວ່າ ເຝິກ ແລະ ຝຶກ.

ສະນັ້ນບົດນີ້​ຈື່ງຈະຍົກເອົາ ຄຳວ່າ  ເຝິກ ແລະ ຝຶກ ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ເປັນຄຳທີ່ຫຼາຍໆຄົນອາດຈະເວົ້າ ຫຼື ຂຽນອອກໄປຄົນລະແບບ ແລະ ອາດຄິດວ່າມັນມີຄວາມໝາຍແຕກຕ່າງກັນກໍໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍຄືກັນ ຫຼື ແຕກຕ່າງກັນແນວໃດ.

SA Game
DooDiDo

ຄຳວ່າເຝິກ ແລະ ຝຶກ.

     ຄຳວ່າເຝິກເປັນຄຳເວົ້າຂອງຄົນແຕ່ກ່ອນທີ່ໝາຍເຖິງ ການແອບ,ການຫັດ, ການເຮັດໃຫ້ເປັນເຊິ່ງເຮົາຈະມັກໃຊ້ກັນຫຼາຍໃນປັດຈຸບັນຕາມພາສາປາກເວົ້າ ເພາະຄຳວ່າເຝິກເປັນຄຳທີ່ນຳໃຊ້ກັນມາຕັ້ງແຕ່ຄົນລຸ້ນກ່ອນໆ, ສ່ວນຄຳວ່າຝຶກເປັນຄຳກິລິຍາທີ່ໝາຍເຖິງການເຝິກ, ແອບ, ຫັດ,ເຮັດໃຫ້ເກັ່ງ, ເຮັດໃຫ້ມີຄວາມຊຳນານຄ່ອງແຄ້ວຂື້ນຫຼາຍກ່ວາເກົ່າເຊິ່ງສ່ວນຫຼາຍຄຳວ່າຝຶກຈະນິຍົມກັນໃຊ້ເວົ້າ ແລະ ຂຽນເປັນຈຳນວນຫຼາຍໃນປະຈຸບັນ.

ຕົວຢ່າງ:

  1. ຫຼັງຈາກເລີກຮຽນຂ້ອຍໄດ້ຮຽນຄອມ 2 ຊົ່ວໂມງຕໍ່ມື້ເພື່ອຝຶກຝົນໃຫ້ໂຕເອງເປັນຄົນທີ່ເກັ່ງແລະຊຳນານດ້ານຄອມພິວເຕີ.
  2. ນ້ອງສາວຂ້ອຍລາວໄດ້ເຝິກໃຫ້ແມວຂອງລາວຍ່າງເອງດ້ວຍຂາສອງຂາ.
  3. ຈົ່ງຝຶກໃຫ້ໂຕເອງເປັນຄົນທີ່ກະຫາຍຄວາມຮູ້ຢູ່ຕະຫຼອດເວລາ.

ສະຫຼຸບ.

     ສະຫຼຸບແລ້ວຄຳວ່າ ເຝິກ ແລະ ຝຶກ ລ້ວນແລ້ວແຕ່ໄດ້ຮັບການນນຳໃຊ້ຢູ່ໃນສັງຄົມປະຈຸບັນ ເຊິ່ງໃຊ້ໃນຄວາມໝາຍອັນດຽວກັນແຕ່ຈະແຕກຕ່າງກັນພຽງຢູ່ບ່ອນວ່າ ຄຳວ່າເຝິກເປັນຄຳທີ່ໃຊ້ມາຕັ້ງແຕ່ດັ້ງເດີມ, ສ່ວນຄຳວ່່າຝຶກແມ່ນຄຳທີ່ໃຊ້ຮ່ວມກັນກັບພາສາໄທ ແລະ ທ່າອ່ຽງໃນການນຳໃຊ້ສ່ວນຫຼາຍກໍແມ່ນຄຳວ່າ ຝຶກ ,ເຊິ່ງມີຄວາມຖີ່ໃນການນຳໃຊ້ຢູ່ທາງອອນລາຍຫຼາຍກ່ວາຄຳວ່່າເຝິກ ສະນັ້ນໃນສອງຄຳນີ້ແມ່ນມີຄວາມໝາຍອັນດຽວກັນເຊິ່ງເຮົາສາມາດນຳໃຊ້ຄຳໃດກໍໄດ້ຂື້ນຢູ່ກັບຄວາມລື້ງເຄີຍຂອງຄົນຕາມທ້ອງຖິ່ນ ຫຼື ຕາມຄວາມລື້ງເຄີຍຂອງໃຜລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo