ຄວາມໝາຍ ແລະ ວິທີການນໍາໃຊ້ ຄໍາວ່າ ຍ່າ ແລະ ຢ່າ.

SA Game

DooDiDo

ພາສາລາວຄໍາວ່າ ຍ່າ ແລະ ຢ່າ ມີຄວາມໝາຍນແນວໃດ?

ແນ່ນອນວ່າຫຼາຍຄົນສັບສົນໃນການຈໍາແນກຄໍາສັບເພາະວ່າຄໍາສັບໜຶ່ງສາມາດແປ ໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ, ເຊິ່ງມັນມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ເວ​ລາ​ນຳ​ໄປ​ໃຊ້ຕົວຈິງ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ​ ຂື້ນກັບຄົນຢູ່ແຕ່​ລະຂົງ​ເຂດ, ແຕ່ລະແຂວງ ແລະ ແຕ່​ລະ​ພາກ​ ທັງເໜືອ ກາງ ໃຕ້ ຂອງ​ປະ​ເທດ​ລາວ.

ໃນບົດນີ້ ເຮົາຈະເວົ້າເຖິງຄວາມໝາຍ ແລະ ວິທີການນໍາໃຊ້ ຄໍາວ່າ ຍ່າ ແລະ ຢ່າ ສອງຄໍານີ້ຂຽນຄ້າຍຄືກັນ ທັງການອອກສຽງກໍ່ຄ້າຍກັນ ແລະ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນ ຄິດວ່າຂຽນແນວໃດກໍ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍຕ່າງກັນໂດຍສິ້ນເຊີງ.

ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

SA Game
DooDiDo
ຄຳວ່າ ຍ່າ.

ຍ່າ (ຄໍານາມ1) ໝາຍເຖິງ ແມ່ຂອງພໍ່ເຮົາ ເອີ້ນວ່າ ຍ່າ ຫຼື ຜູ້ເປັນລູກໄພ້ເອີ້ນແມ່ຜົວຂອງຕົນເອງວ່າ ຍ່າ ຫຼື ແມ່ຍ່າ ກໍ່ວ່າ. ນອກຈາກນີ້ ແມ່ຂອງປູ່ ແລະ ຍ່າເຮົາ ເອີ້ນວ່າ ຍ່າທວດ.

ຕົວຢ່າງ: ລູກຊາຍຂອງຂ້ອຍແຕ່ງດອງໄດ້ 2 ປີແລ້ວ ປະຈຸບັນເມຍຂອງລາວກໍາລັງຖືພາ ສະແດງວ່າຂ້ອຍກໍາລັງຈະໄດ້ເປັນຍ່າຄົນແລ້ວ.

ຄໍາບູຮານເພິ່ນເວົ້າໄວ້ວ່າຄວາມສໍາພັນລະຫວ່າງ ແມ່ຍ່າກັບລູກໄພ້ ກໍ່ຊໍ່າໝາກເຜັດກັບແກ່ນຕາ.

ຄຳວ່າ ຢ່າ.

ຢ່າ (ຄໍາກໍາມະ) ເປັນຄໍາຊ່ອຍກິລິຍາ ໝາຍເຖິງ ບອກຫ້າມໃຫ້ເຊົາ ຫຼືບໍ່ເຮັດ, ຢຸດ, ເຊົາ; ເລີກເປັນຜົວເມຍກັນ ຮຽກວ່າຢ່າຮ້າງ, ຄູ່ຂາການພະນັນ ທີ່ບໍ່ກິນກັນເອີ້ນວ່າຢ່າກັນ.

ຕົວຢ່າງ:

ລູກເອີ້ຍຢ່າຂັບລົດໄວຫຼາຍຍ້ານເກີດອຸບັດຕິເຫດ.

ເຈົ້າຢ່າມັກຕວະລູກຫຼາຍ ຕວະຫຼາຍເທື່ອຕໍ່ຫຼາຍເທື່ອເຂົາຈະບໍ່ເຊື່ອຟັງເຈົ້າ.

ອາວ ກັບ ອາໄພ້ຂອງຂ້ອຍມີບັນຫາກັນໃນການໃຊ້ຊີວິດຄູ່ ພວກເຂົາຈຶ່ງຕັດສິນໃຈຢ່າກັນ.

ສະຫຼຸບ.

ສອງຄໍາສັບດັ່ງກ່າວ ເຖິງອ່ານອອກສຽງຄ້າຍຄືກັນ ແຕ່ວ່າມີຄວາມໝາຍທີ່ແຕກຕ່າງກັນ, ຄໍາວ່າ ຍ່າ ໝາຍເຖິງ ແມ່ຂອງພໍ່ເຮົາ, ສ່ວນຄໍາວ່າ ຢ່າ ໝາຍເຖິງບອກຫ້າມໃຫ້ເຊົາ ຫຼືບໍ່ເຮັດ…ສະນັ້ນ, ເພື່ອຫຼີກລ່ຽງຄວາມຜິດພາດໃນການໃຊ້ເຮົາຄວນສຶກສາຄໍາສັບດັ່ງກ່າວໃຫ້ລະອຽດຖີ່ຖ້ວນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo