ຄວາມໝາຍຂອງຄຳເວົ້າທີ່ວ່າ ສາວໄສ້ໃຫ້ກາກິນ ໝາຍເຖິງຫຍັງ?

SA Game

DooDiDo

ອະ​ທິ​ບາຍ​ຄຳ​ເວົ້າ​ທີ່​ວ່າ ສາວໄສ້ໃຫ້ກາກິນ ແລະ ​ເນື້ອ​ໃນຂອງ​ຄຳ​ເວົ້າ​ນີ້.

ໃນການໃຊ້ຊີວິດປະຈໍາວັນຂອງຄົນເຮົາມີຫຼາກຫຼາຍຮູບແບບທີ່ແຕກຕ່າງກັນອອກໄປ ແລະ ກໍ່ມີການສົນທະນາກ່ຽວກັບຫຼາຍໆບັນຫາທີ່ເກີດຂຶ້ນໃນຊີວິດປະຈໍາວັນ, ບາງກຸ່ມຄົນກໍ່ໃຫ້ຄວາມສົນໃຈທາງດ້ານເສດຖະກິດ-ການເມືອງ, ບາງກຸ່ມຄົນໃຫ້ຄວາມສໍາຄັນບັນຫາສຸຂະພາບ ແລະ ກໍ່ມີກຸ່ມຄົນຈໍານວນໜຶ່ງທີ່ມັກຈົ່ມຂວັນນິນທາກັນ, ມັກເອົາເລື່ອງຂອງຜູ້ອື່ນໄປເລົ່າຕໍ່ໆກັນ ໂດຍມີການເພີ້ມເຕີມເສີມແຕ່ງໃຫ້ມີອັດທະລົດທີ່ເຂັ້ມຂຸ້ນ ແລະ ໜ້າຟັງ ຈົນບິດເບືອນຈາກຄວາມເປັນຈິງ.

ເມື່ອເວົ້າເຖິງການນໍາໃຊ້ພາສາໃນແຕ່ລະບົດສົນທະນາມັນກໍ່ແຕກຕ່າງກັນອອກໄປ, ເຊິ່ງໃນພາສາລາວເຮົາໄດ້ມີຄໍາສຸພາສິດຫຼາຍໆຄໍາທີ່ໃຊ້ປຽບເປີຍການປະພຶດຂອງຄົນໃນແຕ່ລະປະເພດ, ເຊິ່ງຄົນສະໄໝແຕ່ກີ້ມັກຈະນໍາໃຊ້ຄໍາເຫຼົ່ານັ້ນເຂົ້າໄປໃນບົດເລື່ອງ, ບົດກອນ ແລະ ບົດຄວາມຕ່າໆ ເພື່ອໃຫ້ຜູ້ອ່ານໄດ້ຄົ້ນຄິດ ຊອກຫາຄວາມໝາຍທີ່ເຊື່ອງຊ້ອນຢູ່ໃນຄໍາສັບເຫຼົ່ານັ້ນ ເຊິ່ງມັນຖືວ່າເປັນສະເໜ່ຂອງການຂຽນບົດເລື່ອງເປັນຢ່າງດີ.

SA Game
DooDiDo

ເຊັ່ນຄໍາສຸພາສິດທີ່ວ່າ: “ສາວໄສ້ໃຫ້ກາກິນ” ຄໍາເວົ້າດັ່ງກ່າວບໍ່ໄດ້ແປຄວາມໝາຍຕາມໂຕ, ແນ່ນອນມັນບໍ່ໄດ້   ໝາຍຄວາມວ່າຄົນຈົກເອົາໄສ້ຂອງຕົນໃຫ້ໂຕກາກິນໂດຍແທ້ ແຕ່ມັນເປັນຄໍາເວົ້າທີ່ໃຊ້ປຽບເປີຍ ຫຼືປຽບທຽບໃສ່ການກະທໍາຂອງຄົນ ເຊິ່ງມີຄວາມໝາຍດັ່ງນີ້:

ສາວໄສ້

ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ເປີດເຜີຍຄວາມຊົ່ວ, ເປີດເຜີຍຄວາມລັບ ຫຼືຄວາມເສຍຫາຍອອກໝົດ.

ສາວໄສ້ໃຫ້ກາກິນ

ກໍໝາຍເຖິງການເອົາຄວາມລັບຂອງຕົນ ຫຼືຂອງຝ່າຍຕົນ ໄປເປີດເຜີຍໃຫ້ຜູ້ອື່ນ ຫຼືຝ່າຍກົງກັນຂ້າມຮູ້, ຊຶ່ງມີຄວາມໝາຍຄ້າຍຄືກັບຄໍາສຸພາສິດໜຶ່ງທີ່ວ່າ: ໄຟໃນຢ່ານໍາອອກ ໄຟນອກຢ່ານໍາເຂົ້າ.

ປຽບທຽບເຖິງການສາວໄສ້ໃຫ້ໂຕກາກິນ ຄົນທີ່ສາວໄສ້ ແລະ ຄົນຖືກສາວໄສ້ ກໍບໍ່ໄດ້ປະໂຫຍດອັນໃດ ມີແຕ່ໂຕກາ ທີ່ຢູ່ລ້າໆກໍ່ໄດ້ຮັບຜົນປະໂຫຍດ.

ຕົວຢ່າງ:

ເມື່ອຜົວເມຍຄູ່ໜຶ່ງຜິດກັນ ແລ້ວທັງສອງກໍ່ນໍາເອົາເລື່ອງລາວພາຍໃນຄອບຄົວໄປເລົ່າສູ່ຄົນພາຍນອກຟັງ ຕ່າງຄົນຕ່າງເວົ້າເລື່ອງທີ່ບໍ່ດີຂອງກັນໃຫ້ຜູ້ອື່ນຮັບຮູ້ ກໍ່ເໝືອນການສາວໄສ້ໃຫ້ໂຕກາກິນກິນ ມີແຕ່ເສຍກັບເສຍ.

ສະຫຼຸບ:  

ສາວໄສ້ໃຫ້ກາກິນ ມີຄວາມໝາຍວ່າເອົາຄວາມລັບພາຍໃນ ໄປເປີດເຜີຍໃຫ້ຄົນພາຍນອກຮັບຮູ້ ຫຼື ການນໍາເອົາຄວາມບໍ່ດີຂອງຕົນໄປເລົ່າໃຫ້ຜູ້ອື່ນຟັງ ເຊິ່ງນອກຈາກບໍ່ເຮັດໃຫ້ເກີດຜົນປະໂຫຍດແລ້ວ ຍັງມີແຕ່ເສຍກັບເສຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo