ຄວາມສວຍງາມ ແລະ ສັກສິດຂອງວັດປ່າເລໄລ ສີວິໄລ ເມືອງຫາດຊາຍຟອງ

SA Game

ຄັງ-ສາງ kung-sang

ວັດປ່າເລໄລ ສີວິໄລ ສິລະປະຂະເໜນແບບບາຢອງ ໃນຍຸກຂອງພຣະເຈົ້າໄຊຍະວໍຣະມັນທີ 7

ດິນແດນສະຖານຂອງວັດປ່າເລໄລ ເປັນເມືອງເກົ່າແກ່ ເປັນບ້ານເປັນເມືອງທີ່ຈະເຣີນຮຸ່ງເຮືອງມາແຕ່ອະດິດ ເພາະຂົງເຂດນີ້ເມື່ອຮັບເອົາແນວຄິດຄວາມເຊື່ອຖື ແລະ ສິລະປະຂະເໜນແບບບາຢອງ ແລະ ພຣະພຸດທະສາສະໜາ ໃນຍຸກຂອງພຣະເຈົ້າໄຊຍະວໍຣະມັນທີ 7 ເພາະໃນຍຸກສະໄໝຂອງພຣະອົງ ເພິ່ນຈະເປັນຜູ້ທີ່ປ່ຽນແປງຄວາມເຊື່ອຈາກສາສະໜາພຣາມ

ຫັນຫນ້າມາສູ້ພຣະພຸດທະສາສະໜາ ຂົງເຂດນີ້ກໍ່ແມ່ນມີການຄົ້ນພົບພຣະພຸດທະຮູບທີ່ມີສິລະປະແບບບາຢອງເປັນຈຳນວນຫລາຍ ແລະຍັງມີຫລັກຖານໃຫ້ເຫັນຢູ່ ຫລັງຈາກພຣະເຈົ້າໄຊຍະວໍຣະມັນທີ 7 ສະຫວັນນະຄົດ ອຳນາດ ຄວາມເຊື່ອແບບນີ້ກໍ່ຊຸດໂຊມລົງ ແລະເມືອງວຽງຈັນກໍ່ໄດ້ສຶບຕໍ່ເປັນເອກະລາດ (ຈາກນະຄອນລັດ) ຄຽງຄູ່ກັບວຽງຄຳ

SA Game
ຄັງ-ສາງ kung-sang

ຂົງເຂດນີ້ຈຶ່ງມີວັດຢ່າງຫລວງຫລາຍ ຫນຶ່ງໃນນັ້ນກໍ່ແມ່ນດິນຂອງວັດແຫ່ງນີ້ເອງ ເພາະເພິ່ນໄດ້ມີການຄົ້ນພົບຫິນດິນຈີ່ແບບເກົ່າເປັນຈຳນວນຫລວງຫລາຍ ແລະຄົນຂົງເຂດນີ້ກໍ່ມີການເລົ່າແລະຄວາມເຊື່ອວ່າ ຫນອງນ້ຳ ທີ່ຊື່ວ່າຫນອງຄຳແສນນັ້ນເປັນຈຸດສູນລວມຂອງເມືອງໃນຂົງເຂດນີ້ ຝັ່ງເບື່ອງວັດປ່າເລໄລ ເມື່ອກ່ອນເພິ່ນເອີ້ນກັນວ່າຝັ່ງດິນແດນແຫ່ງແກ້ວ ແລະຝັ່ງຂອງວັດໂພທອງ(ຫນອງຄຳແສນ) ນັ້ນແມ່ນຝັ່ງດິນແດນແຫ່ງຄຳ ນັບແຕ່ຍຸກຂອງເຈົ້າຟ້າງຸ່ມມະຫາຣາຊ ເຈົ້າໄຊຍະເສດຖາທິຣາຊ ເຈົ້າສຸຣິຍະວົງສາ ດິນແດນແຖວນີ້ກໍ່ມີວັດວາສາສະໜາ ຮຸ່ງເຮືອງເຫລືອງເຫລືອມ ຕົກມາຍຸກຂອງເຈົ້າອະນຸວົງ ເມືອງຫາດຊາຍຟອງ ເຊິ່ງເປັນເມືອງຫນ້າດ່ານທີ່ສຳຄັນຂອງປະຕູເຂົ້າເມືອງວຽງຈັນ ກໍ່ຖືກທຳລາຍຈາກກອງທັບຜູ້ຮຸກຮານ ຈົນເປັນວັດຮ້າງ ເມືອງຮ້າງ ພ້ອມກັບເມືອງວຽງຈັນ ທີ່ຖືກເຜົາກ້ຽງ

SA Game
ຄັງ-ສາງ kung-sang

ເມື່ອເປັນດັ່ງນັ້ນຕົກມາຍຸກປະມານປີ ຄສ 1980s ວັດແຫ່ງນີ້ກໍ່ຕັ້ງຊື່ວ່າ ວັດປ່າເລໄລ ຂຶ້ນ ເຊິ່ງປັດຈຸບັນນີ້ວັດປ່າເລໄລ ສິວິໄລ ເປັນວັດທີ່ມີສິມທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະມີຫໍກອງແລະຫໍຣະຄັງທີ່ສູງທີ່ສຸດໃນປະເທດລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຄັງ-ສາງ kung-sang