​ຄວາມ​ສວຍ​ງາມບ້ານເຮືອນລາວ“ມໍລະດົກດັ້ງເດີມ“ຢູ່ດ້ານຫຼັງພະທາດຫຼວງ

SA Game

ຈົດໝາຍຂ່າວ Message

ຍ້ອນຄືນວິຖີຊີວິດແບບດັ້ງເດີມໃນເມື່ອກ່ອນກັບບ້ານເຮືອນລາວທີ່ດ້ານຫຼັງພະທາດຫຼວງ

ຫລາຍໆ​ທ່ານ​ທີ່​ໄປ​ທ່ຽວ​ໃນ​ງານບ​ຸນ​ນະ​ມັດ​ສະ​ການ​ພ​ຣະ​ທາດ​ຫລວງວຽງ​ຈັນ ຫລາຍໆ​ທ່ານ​ຄົງ​ເຄີຍ​ເຂົ້າ​ໄປ​ທ່ຽວ​ຊົມ, ເຊິງບ້ານເຮືອນລາວກັບການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກເຮືອນທີ່ມີຮູບຊົງແບບດັ້ງເດີມຂອງປະຊາຊົນລາວບັນດາເຜົ່າຍັງຫລົງເຫຼືອຢູ່ໄວ້ໃຫ້ເຫັນຢ່າງຫນ້າສົນໃຈ ເຊິ່ງບ້ານເຮືອນລາວດັ່ງກ່າວແມ່ນໄດ້ເນລະມິດ ປີີຫຼື ປຸກສ້າງຂຶ້ນຢູ່ດ້ານຫຼວງຂອງພະທາດຫຼວງນັ້ນເອງ.

ທ່ານ ນາງ ເພັງນະພາ ວົງສະໝໍລະພູມ ຫົວໜ້າບໍລິສັດຊີເອັນພີ (cnp) ທັງເປັນຜູ້ສໍາປະທານ “ບ້ານເຮືອນລາວ” ໄດ້ໃຫ້ສໍາພາດກ່ຽວກັບຈຸດເດັ່ນຂອງ “ບ້ານເຮືອນລາວ” ວ່າເພື່ອຕ້ອນຮັບງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022 ນີ້ຈະມີຄວາມແຕກຕ່າງຈາກທຸກປີທີ່ຜ່ານມານັ້ນ ທັງເປັນການມອບຄວາມຄຶກຄື້ນ ແລະ ບານມ່ວນຊື່ນກໍຄືການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ.

SA Game
ຈົດໝາຍຂ່າວ Message

ທ່ານນາງ ເພັງນະພາ ວົງສະໝໍລະພູມ ກ່າວວ່າ:

ດັ່ງທີ່ຮູ້ “ບ້ານເຮືອນລາວ” ເປັນສະຖານທີ່ທ່ຽວຊົມທີ່ໜ້າສົນໃຈບໍ່ພຽງແຕ່ເຂົ້າໄປທ່ຽວຊົມເທົ່ານັ້ນຫາກຍັງເຮັດໃຫ້ທຸກໆທ່ານໄດ້ມີໂອກາດສຶກສາຂໍ້ມູນ ແລະ ຢ້ອນຄືນຄວາມຊົງຈໍາເປັນອໍາມະຕະຕາມແບບວິຖີຊີວິດແບບດັ້ງເດີມໃນອະດີດເມື່ອກ່ອນຈົນເຖິງປັດຈຸບັນນີ້.

ນັບແຕ່ວັນທີ 2 ພະຈິກ 2022 ທີ່ເດີ່ນພະທາດຫຼວງ ຊຶ່ງພວກເຮົາໄດ້ຈັດສະຖານທີ່ທ່ຽວຊົມ “ບ້ານເຮືອນລາວ” ຂຶ້ນມາໃນຄັ້ງນີ້ ເພື່ອຕ້ອນຮັບງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022 ໂດຍໄດ້ດຳເນີນການສ້າງສໍາເລັດໄປແລ້ວ 90 ສ່ວນຮ້ອຍ ຊຶ່ງປີນີ້ຈະຍິ່ງໃຫຍ່ກວ່າທຸກທີ່ຜ່ານມາ ເພາະໄດ້ຮວບຮວມເອົາວັດທະນະທໍາລາວແຕ່ເໜືອຮອດໃຕ້ມາເຂົ້າໃນຈຸດດຽວກັນ ແຕ່ຈຸດພິເສດແມ່ນບ້ານລາວນີ້ແມ່ນຈະເອກອ້າງວັດທະນະທໍາຂອງລາວໂດຍສະເພາະແມ່ນງານຫັດຖະກຳຕ່າງໆ ພາຍໃນງານກໍຈະມີການຈັດວາງສະແດງສິນຄ້າທີ່ລະດົມມາຈາກແຕ່ລະພາກກໍຄືຈະມີຊຸດຊົນເຜົ່າທຸກຊົນເຜົ່າໃນລາວໃຫ້ພວກເຮົາໄດ້ທ່ຽວຊົມ ຫຼື ຖ້າສົນໃຈຢາກໃສ່ຊຸດກໍຍັງມີບໍລິການໃຫ້ເຊົ່າເພື່ອຖ່າຍຮູບຢູ່ພາຍໃນງານ

SA Game
ຈົດໝາຍຂ່າວ Message

ນອກຈາກນັ້ນກໍຈະມີເຄື່ອງຈັກສານຕ່າງໆທີ່ເປັນຜົນງານຈາກສີໄມ້ລາຍມື ແລະຈາກການຄົ້ນຄົ້ນຄິດປະດິດສ້າງຂອງປະຊາຊົນລາວ ຈຸດເດັ່ນຂອງໝູ່ບ້ານເຮືອນລາວ ເປັນຈຸດວາງສະແດງໂຄມໄຟພະຍານາກ ຊຶ່ງພະຍານາກນີ້ເປັນສິ່ງທີ່ທຸກຄົນໃນປະເທດລາວ ແລະ ປະເທດອ້ອມຂ້າງນັບຖືເປັນຢ່າງສູງ ຊຶ່ງໄດ້ວາງສະແດງຢູ່ພາຍໃນງານເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ທ່ຽວຊົມ. ນອກຈາກນັ້ນ ພາຍໃນງານກໍຍັງມີຮ້ານອາຫານຫຼາຍຮ້ານ ແລະ ມີອາຫານຫຼາຍປະເພດທີ່ຖືກປາກຖືກໃຈຄອຍໃຫ້ບໍລິການທຸກຄົນທີ່ໄປທ່ຽວຊົມ; ສໍາລັບການເຂົ້າຊົມບ້ານເຮືອນລາວຈະມີຄ່າປີ້ເຂົ້າຊົມ 10.000 ກີບຕໍ່ຄົນ (ພະສົງ,ຜູ້ເຖົ້າ ແລະ ເດັກນ້ອຍແມ່ນເຂົ້າຊົມຟີ).

SA Game
DooDiDo

ງານບຸນນະມັດສະການພະທາດຫຼວງແມ່ນເລີ່ມຈັດຂຶ້ນແຕ່ປີ 2015 ເປັນຕົ້ນມາ ຫຼັງຈາກທີ່ບໍ່ໄດ້ຈັດມາເປັນເວລາ 2 ປີ ຊຶ່ງຜ່ານມາກໍໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເພີ່ມຂຶ້ນເລື້ຶອຍໆ ແລະ ໄດ້ຕັ້ງເປົ້າໝາຍວ່າປີນີ້ຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢູ່ປະມານ 1 ແສນຄົນລວມທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ການຈັດງານບຸນນະມັດສະການພະທາດຫຼວງປີນີ້ຈະດໍາເດີນໄປເປັນເວລາຫຼາຍວັນໂດຍສະເພາະນັບ ແຕ່ວັນທີ 4-8 ພະຈິກ 2022 . ທ້າຍສຸດນີ້ຂໍແຈ້ງເພີ່ມຕື່ມ ເຖິງແມ່ນວ່າງານບຸນນະມັດສະການພະທາດຫຼວງສິ້ນສຸດແລ້ວກໍຕາມສໍາລັບປີນີ້ ແຕ່ພວກເຮົາຍັງສືບຕໍ່ເປີດໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າໄປຊົມບ້ານເຮືຶຶອນລາວໄດ້ທຸກມື້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຈົດໝາຍຂ່າວ