ຄຊກລ ແລະ ຄະ​ນະ ລົງ​ກວດ ແລະ ທຳ​ລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ

SA Game

ຂ​ປ​ລ

ສາລະວັນ ​ແລະ ຄະ​ນະ ຄ​ຊກ​ລ ໄດ້​ຈັດ​ພິ​ທີ​ທຳ​ລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ

ນັບແຕ່ປີ 1996-2022 ແຂວງສາລະວັນ ສາມາດເກັບກູ້ໄດ້ປະມານ 152.054 ລູກ, ໃນວັນທີ 20 ກັນຍາ 2022 ນີ້, ແຂວງ​ ສາ​ລະ​ວັນ​ໄດ້​ມີ​ພິ​ທີ​ໃນ​ການ​ຕ​້ອນ​ຮັບ ຄະ​ນະ ຄ​ຊກ​ລ ລົງຢ້ຽມຢາມກິດຈະກໍາການໂຄສະນາສຶກສາຄວາມສ່ຽງໄພ ການສໍາຫລວດ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ຈໍານວນ 5 ລູກ ຢູ່ບ້ານເຕົາປູນ ເມືອງສາລະວັນ

ໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະ ມົນຕີ ກະຊວງແຮງ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ(ຄຊກລ), ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກ ແຂງສາລະວັນ, ທ່ານນາງ ແຄັດທະລິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ (ສປຊ) ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

SA Game
ຂ​ປ​ລ

ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ພວກເຮົາໄດ້ພ້ອມກັນລົງຢ້ຽມຢາມ ສະໜາມເກັບກູ້ລະເບີດ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ບ້ານເຕົາປູນ ເມືອງສາລະວັນໃນຄັ້ງນີ້, ເຫັນວ່າຍັງມີສິ່ງທ້າຍຫລາຍໃນການເກັບກູ້ລະເບີດ ເນື່ອງຈາກປະຊາຊົນຍັງມີຄວາມຕ້ອງການ ການພັດທະນາຊີວິດການເປັນຢູ່, ການເຮັດກິດຈະກໍາ ແລະ ການທໍາມາຫາກິນອື່ນໆ

ພວກເຮົາໄດ້ພົບກັບເດັກນ້ອຍນັກຮຽນໂດຍການລົງຢ້ຽມຢາມກິດຈະກໍາການໂຄສະນາສຶກສາຄວາມສ່ຽງໄພ ເຊິ່ງເປັນມາດຕະການໜຶ່ງແນະນໍາແກ່ນັກຮຽນ ຢູ່ໃນເຂດຄວາມສ່ຽງຫລີກລ່ຽງ ຈາກການເກີດອຸບັດເຫດ ແລະ ໄດ້ພົບປະກັບຜູ້ລອດຊີວິດຈາກລະ ເບີດແຕກໃສ່ ແລະ ຄອບຄົວ ເຊິ່ງໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ.

ໂອກາດນີ້, ທ່ານ ປະເດີມພອນ ສົນທະນີ ໄດ້ຕາງໜ້າແກ່ ຄຊກລ ສະແດງຄວາມຂອບໃຈຍັງ ທ່ານນາງ ແຄັດທະລິນ ເຟືອງ ທີ່ຍາມໃດກໍໃຫ້ການຮ່ວມມືຢ່າງໃກ້ຊິດ ຕໍ່ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ກໍຄື ສຸມໃສ່ການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກ(ເສັ້ນທາງກ້າວສູ່ຄວາມປອດໄພ III) 2021-2030

SA Game
ຂ​ປ​ລ

ພ້ອມທັງສະແດງຄວາມຂອບໃຈ ມາຍັງບັນດາທູຕານຸທູດ ທີ່ຍາມໃດກໍໃຫ້ການຊ່ວຍເຫລືອ ແລະ ເອົາໃຈໃສ່ສະໜັບສະໜູນວຽກງານເກັບກູ້ລະເບີດ ຢູ່ ສປປ ລາວ ແລະຫວັງຢ່າງຍິ່ງວ່າ ວຽກງານເກັບກູ້ລະເບີດບໍ່ທັນແຕກ ຈະໄດ້ຮັບການສືບຕໍ່ສະໜັບສະໜູນ ເພື່ອເປັນປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ລວມທັງການການກໍາຈັດສິ່ງກີດ ຂວາງແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເຊິ່ງຍັງມີຫລາຍແຂວງມີຄວາມຈໍາເປັນຕ້ອງໄດ້ໃຫ້ການສະໜັບສະໜູນ ແລະ ແກ້ໄຂວຽກງານລະເບີດບໍ່ທັນແຕກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.