ຂໍ້​ຕົກ​ລົງ​ເຫັນ​ດີ​ໃຫ້​ມີ​ການ​ປະ​ສານ​ງານ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່

SA Game

ສະພາແຫ່ງຊາດ

​ສະພາແຫ່ງຊາດ ໄດ້​ມີ​ການ​ໃຫ້​ດີ ແລະ ເຊັນຮັບ​ຮອງ​ເອົາຂໍ້ຕົກລົງ​ການປະສານງານ​ຂອງກະຊວງພະລັງງານ ແລະ ບໍ່ແຮ່

ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຫັນ​ດີ ແລະ ເຊັນຂໍ້ຕົກລົງສະບັບທໍາອິດຮ່ວມກັນ ວ່າດ້ວຍການປະສານງານ ລະຫວ່າງ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 9 ພຶດສະພາ ຜ່ານມາ, ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ລິນຄໍາ ດວງສະຫວັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ຕົກລົງສະບັບນີ້ ຖືວ່າເປັນຂໍ້ຕົກລົງຮ່ວມສະບັບທໍາອິດ ທີ່ສອງຝ່າຍໄດ້ລົງລາຍເຊັນຮ່ວມເປັນລາຍລັກອັກສອນ ເຖິງວ່າໄລຍະຜ່ານມາ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ມີການພົວພັນປະສານງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດມາໂດຍຕະຫລອດ

SA Game
ສະພາແຫ່ງຊາດ

ໂດຍສະເພາະ ການຄົ້ນຄວ້າໂຄງການລົງທຶນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ກ່ອນນໍາເຂົ້າພິຈາລະນາ ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະພາແຫ່ງຊາດ ແຕ່ກໍຍັງບໍ່ທັນມີນິຕິກໍາ ສະເພາະທີ່ເປັນບ່ອນອີງ ໃນການພົວພັນປະສານງານເຊິ່ງກັນ ແລະ ກັນ.

ຂໍ້ຕົກລົງສະບັບນີ້, ໄດ້ກໍານົດກ່ຽວກັບຫລັກການ, ຂອບເຂດ, ລະບຽບການ, ຂັ້ນຕອນ, ວິທີການປະສານງານ ລະຫວ່າງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງ ແວດລ້ອມ ສະພາແຫ່ງຊາດ ກັບກະຊວງພະລັງງານ ແລະ ບໍ່ແຮ່ ໃນການຄົ້ນຄວ້າ, ປຶກ ສາຫາລື, ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານ ໃນການກະກຽມເນື້ອໃນກອງປະຊຸມ ຂອງສະພາແຫ່ງຊາດ (ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ) ທີ່ຕິດພັນກັບວຽກງານພະລັງງານ ແລະ ບໍ່ແຮ່, ເຊິ່ງຈະເປັນການປະກອບສ່ວນອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ລັດຖະ ບານ ຕາມພາລະບົດບາດ, ໜ້າທີ່ ແລະ ສິດຂອງຕົນ ແນໃສ່ຮັບປະກັນການເປັນເສນາທິການທີ່ດີ ໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໃນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບ, ປະສິດທິຜົນ, ວ່ອງໄວ, ຮັດກຸມ ແລະ ທັນເວລາ.

ນອກນີ້, ຂໍ້ຕົກລົງດັ່ງກ່າວ ຈະເປັນເຄື່ອງມືໜຶ່ງ ທີ່ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກໍາມາທິການ ແລະ ກະຊວງດັ່ງກ່າວ ໃຫ້ມີຄວາມໃກ້ຊິດສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີ ຮັກແພງ ລະຫວ່າງສອງພາກສ່ວນ ໃຫ້ຫລາຍຂຶ້ນກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສະພາແຫ່ງຊາດ