ຂ່າວ​ດີ! ຍີ່​ປຸ່ນ ໃຫ້​ການຊ່ວຍ​ເຫຼືອມອບ​​ເຂົ້າ 627 ໂຕນ ແກ່ ສ​ປ​ປ ລາວ

SA Game

ອົງ​ການອາ​ຫານ​ໂລກ

ຍີ່​ປຸ່ນ ຊ່ວຍ​ເຫຼືອ​ເຂົ້າໃຫ້ແກ່ ສ​ປ​ປ ລາວເປັນ​ຈ່ຳ​ນວນ ຫົ​ກ​ຮ້ອຍກວ່າ​ໂຕນ.

ໃນຊ່ວງຕົ້ນປີ​ນີ້ປະ​ມານເດືອນ ກຸມພາຜ່ານ​ມາ, ຍີ່ປຸ່ນ ໄດ້ມອບເງິນຊ່ວຍເຫຼືອຈໍານວນ 180 ລ້ານເຢນ ຫຼື​ ປະມານ 1,​7 ລ້ານ ໂດລາ ເພື່ອຊ່ວຍເຫຼືອບັນເທົາຜົນກະທົບຈາກເຫດການ ຝົນຕົກໜັກ ແລະ ໄພນໍ້າຖ້ວມ ໃນເດືອນຕຸລາ 2020 ໃນແຂວງສະຫວັນນະເຂດ ແລະ ບັນດາແຂວງໃນພາກໃຕ້ຂອງ ສປປ ລາວ. ໂດຍການຊ່ວຍເຫຼືອຂອງ ລັດ​ຖະ​ບານ ແລະ ປະຊາຊົນຍີ່ປຸ່ນ.

ອົງການອາຫານໂລກ ໄດ້ຊື້ເຂົ້າຈໍານວນ 627 ໂຕນ ໃນຄັ້ງທໍາອິດ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ຈໍານວນ 35.000 ຄົນ ໃນ 65 ຊຸມຊົນ ໃນບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ. ເພື່ອຊ່ວຍເຫຼືອຟື້ນຟູຜົນກະທົບຈາກ​ໄພ​ພິ​ບັດຂອງບັນດາຊຸມຊົນເຫຼົ່ານີ້, ອົງການອາຫານໂລກ ຈະໄດ້ໃຫ້ການຊ່ວຍເຫຼືອໃນການບູລະນະຟື້ນຟູ ພື້ນຖານໂຄງລ່າງດ້ານກະສິກໍາ ທີ່ໄດ້ຮັບຜົນກະທົບຈາກໄພນໍ້ຖ້ວມ.

SA Game
ອົງ​ການອາ​ຫານ​ໂລກ

ເຂົ້າສານຈໍານວນ 627 ໂຕນ ຊຶ່ງ​ເປັນການຊ່ວຍເຫຼືອຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນຍີ່ປຸ່ນ ໄດ້​ຂົນ​ສົ່ງມາຮອດ ສາງຂອງອົງການອາຫານໂລກທີ່ນະຄອນຫຼວງວຽງຈັນ​ໃນ​ວັນ​ທີ 23 ສິງ​ຫານີ້. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຖານເອກອັກຄະລາຊະທູດແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການອາຫານໂລກໄດ້ເປັນຄູ່ຮ່ວມງານກັນເພື່ອໃຫ້ຄວາມຊ່ວຍເຫຼືອແກ່ບັນດາຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ.

ດ້ວຍການຊ່ວຍ​ເຫຼືອເຂົ້າກິນ ແລະ ຊ່ວຍເຫຼືອໃນການກໍ່ສ້າງ ຫຼື ບູລະນະສ້ອມແປງ ພື້ນຖານໂຄງລ່າງ ຂອງຊຸມຊົນ ຊຶ່ງລວມມີ ພື້ນທີ່ກະສິກໍາ, ຊົນລະປະທານ ແລະ ຄອງລະບາຍນໍ້າ, ຖະໜົນຫົນທາງ ແລະ ໂຄງລ່າງພື້ນຖານອື່ນໆ ຂອງຊຸມຊົນ.

ສິ່ງຕ່າງໆເຫຼົ່າ​ນີ້ ຈະຊ່ວຍໃຫ້ຊຸມຊົນຈະສາມາດຜະລິດໄດ້ຫຼາຍ​ຂຶ້ນໃນ​ອະນາຄົດ ແລະ ມີຄວາມສາມາດກຽມ ພ້ອມ ແລະ ຟື້ນຟູ​ຜົນ​ກະ​ທົບຈາກໄພພິບັດ. ອົງການອາຫານໂລກ ຍັງຈະໄດ້ຈັດຝຶກອົບຮົມໃຫ້ ເພື່ອຊ່ວຍໃຫ້ບັນດາຊຸມຊົນ ສາມາດບໍລິຫານຈັດການ ໂຄງສ້າງຕ່າງໆເຫຼົ່ານີ້, ເພື່ອສ້າງລາຍຮັບໃຫ້ຫຼາຍຂຶ້ນ ແລະ ມີຄວາມກຽມພ້ອມ ສໍາລັບເຫດການທີ່ບໍ່ຄາດຄິດທີ່ຈະເກີດຂຶ້ນໃນອະນາຄົດ.

ທ່ານ ລີປາວ ຢ່າງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ກ່າວ​ວ່າ: “ສະພາບດິນຟ້າອາກາດໃນທົ່ວໂລກ ນັບມື້ນັບມີການປ່ຽນແປງຂຶ້ນເລື້ອຍໆ, ໂດຍສະເພາະຢູ່ ສປປ ລາວ ໄພພິບັດນໍ້າຖ້ວມ ຖືວ່າເປັນເຫດການໜຶ່ງທີ່ມັກເກີດຂຶ້ນເປັນປະຈໍາ ໃນລະຫວ່າງເດືອນກໍລະກົດ – ເດືອນຕຸລາ ຂອງທຸກໆປີ ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ພື້ນ ຖານໂຄ່ງລ່າງການຜະລິດຂອງປະຊາຊົນຈຳນວນຫຼວງຫຼາຍ.

ການຊ່ວຍເຫຼືອຂອງລັດຖະບານ ຍີ່ປຸ່ນ ໃນຄັ້ງນີ້, ຖືວ່າເປັນການຊ່ວຍເຫຼືອທີ່ມີມູນຄ່າສູງ ແລະ ມີຄວາມສຳຄັນຫຼາຍທີ່ສຸດ ຕໍໍ່ປະຊາຊົນລາວຜູ້ທີ່ໄດ້​ຮັບ​ຜົນ​ກະ​ທົບ​ຈາກໄພພິບັດ ແລະ ຜູ້ທຸກຍາກ ທີ່ຈະມີຊີວິດການເປັນຢູ່ດີຂຶ້ນ”.

ທ່ານ ທາເກວະກະ ເຄໂຊ ເອກ​ອັກ​ຄະລາ​ຊະ​ທູດ​ຍີ່​ປຸ່ນ ປະ​ຈຳ ສ​ປ​ປ ລາວ ກ່າວ​ວ່າ: “ປະເທດລາວ ແລະ ປະເທດຍີ່ປຸ່ນ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດເປັນປະຈໍາ ເຊັ່ນວ່າ ໄພນໍ້າຖ້ວມ. ມັນມີຄວາມສໍາຄັນຫຼາຍໃຫ້ແກ່ພວກເຮົາທີ່ຈະຕ້ອງສ້າງຄວາມເຂັ້ມແຂງ ໃນການຜະລິດກະສິກໍາແບບຍືນຍົງຂອງຊຸມຊົນ.

ປະເທດຍີ່ປຸ່ນ, ໃນຖານະຄູ່ຮ່ວມງານຍຸດທະສາດຂອງ ສ​ປ​ປ ລາວ, ຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອ ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຜ່ານຜ່າ ສະຖານະການຄວາມຫຍຸ້ງຍາກນີ້ໄປພ້ອມໆກັນ ຄຽງຄູ່ກັບ ບັນດາຄູ່ຮ່ວມ ງານຕ່າງໆ ລວມທັງ ອົງການອາຫານໂລກ.” ທ່ານ ຢານ ເດລບາເຣີ ​ຕາງ​ໜ້າ​ອົງ​ການ​ອາ​ຫານໂລກ​ປະ​ຈຳ​ລາວ ກ່າວ​ວ່າ: “ການປ່ຽແປງຂອງສະພາບດິນຟ້າອາກາດ ແມ່ນສິ່ງທ້າທາຍຕໍ່ເນື່ອງ ສໍາລັບທຸກໆປະເທດໃນໂລກ, ລວມ​ທັງ ສ​ປ​ປ ລາວ ໂດຍສະເພາະແມ່ນກຸ່ມຄົນທີ່ມີຄວາມສ່ຽງ ຊຶ່ງຊີວິດຂອງພວກເຂົາຂຶ້ນກັບການຜະລິດກະສິກໍາ.

ໄພນໍ້າຖ້ວມ ຈະສ້າງຄວາມເສຍຫາຍໃຫ້ແກ່ບັນດາຊຸມຊົນນັບ​ມື້​ຮຸນ​ແຮງ​ຂຶ້ນ, ນອກຈາກນີ້ ຍັງມີຄວາມທ້າທາຍຕໍ່ການປ່ຽນແປງ ສະພາບດິນຟ້າອາກາດ ຊຶ່ງ​ການ​ຊ່ວຍ​ເຫຼືອ​ຂອງຍີ່ປຸ່ນໃນຄັ້ງນີ້ ແມ່ນເພື່ອຊ່ວຍໃຫ້ສາມາດຂ້າມຜ່ານ ການຂາດແຄນອາຫານ ສໍາລັບບັນດາຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ນອກຈາກນີ້ ຍັງເປັນການຊ່ວຍໃຫ້ພວກເຂົາມີຄວາມສາມາດຟື້ນຟູໃນໄລຍະຍາວ ຊຶ່ງສາມາດເຮັດໃຫ້ທຸກໆ​ຄົນມີອະນາຄົດທີ່ດີຂຶ້ນ.”

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອົງ​ການອາ​ຫານ​ໂລກ.