ຂ່າວ​ດີ! ອັດຕະປື ເປີດນໍາໃຊ້ຕຶກ ຟອກ-ປິ່ນປົວໝາກໄຂ່ຫລັງແລ້ວ

SA Game

ຂ​ປ​ລ

​ກ້າວ​ໄປ​ອີກ​ຂັ້ນໂຮງໝໍແຂວງອັດຕະປື ເປີດ​ພິ​ທີນໍາໃຊ້ຕຶກຟອກ-ປິ່ນປົວໝາກໄຂ່ຫລັງ

ໂຮງໝໍແຂວງອັດຕະປື ໄດ້ຈັດພິທີເປີດການນໍາໃຊ້ ຕຶກຟອກຫມາກໄຂ່ຫລັງ ແລະ ປິ່ນປົວຄົນເຈັບ ຜູ້ທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ໃນວັນທີ 4 ສິງຫາ 2022 ​ຜ່ານ​ມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ,ມີທ່ານ ອິນປັນ ອິນທິລາດ ຫົວໜ້າພະ ແນກສາທາລະນະສຸກແຂວງອັດຕະປື, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ .

ທ່ານ ດຣ ບຸນທະວີ ຈະເລີນຜົນ ຜູ້ອຳນວຍການໂຮງໝໍແຂວງອັດຕະປື ໄດ້ກ່າວວ່າ:

ໂຄງການຟອກໄຂ່ຫລັງ ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫລັງຊຸດໂຊມ ຂອງໂຮງໝໍແຂວງອັດຕະປື ຄັ້ງນີ້ ເປັນໂຄງການໜຶ່ງທີ່ຊ່ວຍຍົກລະດັບ ວຽກງານການປິ່ນປົວ ຢູ່ໂຮງໝໍ ແຂວງອັດຕະປື ແລະ ເປັນຄັ້ງປະຫວັດສາດ ໃນການຍົກລະດັບການປິ່ນປົວພະຍາດໄຂ່ຫລັງຊຸດໂຊມ ຢູ່ແຂວງອັດຕະປື ໃຫ້ທຽບທັນກັບບັນດາໂຮງໝໍແຂວງຕ່າງໆ ໃນທົ່ວປະເທດ, ທັງເປັນການຫລຸດຜ່ອນການເດີນທາງ ແລະ ປະຢັດຄ່າໃຊ້ຈ່າຍຕ່າງໆ ຂອງພໍ່ແມ່ປະຊາຊົນ ທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ.

SA Game
ຂ​ປ​ລ

ໂຄງການສ້າງຕືກຟອກໝາກໄຂ້ຫລັງ ແຫ່ງນີ້ເກີດຂື້ນໄດ້ ຍ້ອນຄວາມເອົາໃຈໃສ່ຊຸກຍູ້ ຊ່ວຍເຫລືອຈາກການນຳກະຊວງສາທາລະນະສຸກ ກໍ່ຄືການນໍາຂອງແຂວງອັດຕະປື ແລະ ອົງການຮ່ວມມືສາກົນເກົາຫລີ ທີ່ໄດ້ຮ່ວມກັນໃຫ້ການສະໜັບສະໜູນທຶນ ເພື່ອມາສ້ອມແປງ ໃນມູນຄ່າ184 ລ້ານກີບ,ສ່ວນອຸປະກອນ ແມ່ນໄດ້ຮັບການຊ່ວຍເຫລືອຈາກອົງການຮ່ວມມືສາກົນເກົາຫລີ ຫລື ກອຍກາ

SA Game
ຂ​ປ​ລ

ໂດຍການຈັດຊື້ຜ່ານກົມປິ່ນປົວ ກະຊວງສາທາລະນະສຸກ ປະ ກອບມີ: ເຄື່ອງຟອກໄຂ່ຫລັງ 2 ເຄື່ອງ, ມູນຄ່າ 63.900 ໂດລາສະຫະລັດ ໂດຍແມ່ນບໍລິສັດວຽງທອງການຢາເປັນຜູ້ຮັບເໝົາຈັດຊື້ ແລະ ສະໜອງ ພ້ອມທັງຕິດຕັ້ງ, ທັງຈັດສະໜອງຢາ ແລະ ອຸບປະກອນຮັບໃຊ້ໃນການຟອກໃຫ້ອີກຈຳນວນໜຶ່ງ. ສ່ວນດ້ານບຸກຄະລາກອນ ທາງໂຮງຫມໍແຂວງ ກໍໄດ້ຈັດສົ່ງພະນັກງານໄປຝຶກອົບຮົມຢູ່ໂຮງໝໍ ແຂວງຈຳປາສັກ 2 ຊຸດ,ຊຸດລະ 3 ທ່ານ,ທ່ານໝໍ 1 ທ່ານ, ພະຍາບານ 2 ທ່ານ ໃຊ້ເວລາຝຶກອົບຮົມ 3 ເດືອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: