ຂ່າວດີ! ລາວ- ເກົາຫລີ ຫາລືຊຸກຍູ້ການຄ້າ ການລົງທຶນ ແລະ ການທ່ອງທ່ຽວ

SA Game

ຂ​ປ​ລ

ກອງ​ປະ​ຊຸມ ຫາລືຊຸກຍູ້ການຄ້າ ການລົງທຶນ ແລະ ການທ່ອງທ່ຽວລະ​ຫວ່າງ ສ​ປ​ປ ລາວ ແລະ ສ​.ເກົາ​ຫລີ

ທ່ານດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບລາວ-ສ.ເກົາຫລີ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ລີ ຊັງ ແບ ຜູ້ຈັດການໃຫຍ່, ທີມສົ່ງເສີມສະໜັບສະໜູນສາກົນ ສະມາຄົມທຸລະກິດຮ່ວມທຶນ ສ. ເກົາຫລີ ພ້ອມດ້ວຍຄະນະໃນວັນທີ 24 ມີຖຸນາ 2022 ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ(ໜອງບອນ), ນະຄອນຫລວງວຽງຈັນ

ໂດຍ 2 ຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ປຶກສາຫາລື ເພື່ອຊອກຫາຊ່ອງທາງຊຸກຍູ້ການຮ່ວມມືທາງດ້ານເສດຖະກິດກໍ່ຄືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ລາວ ແລະ ສ. ເກົາຫລີ ຜ່ານຊ່ອງທາງການທູດປະຊາຊົນ.

ການພົບປະກັນຄັ້ງນີ້ ໂດຍຝ່າຍລາວໄດ້ແຈ້ງໃຫ້ຄູ່ພົບປະຊາບ ກ່ຽວກັບຂົງເຂດ ແລະ ຂະແໜງການຕ່າງໆຂອງ ສປປ ລາວ ທີ່ມີທ່າ ແຮງ ແລະ ຕ້ອງການການລົງທຶນ.

SA Game
ຂ​ປ​ລ

ສ່ວນສະມາຄົມທຸລະກິດຮ່ວມທຶນ ສ.ເກົາຫລີ ເປັນສະມາຄົມທີ່ເຕົ້າໂຮມ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ສ້າງຕັ້ງຂຶ້ນໃນປີ 1995, ປັດຈຸບັນມີສະມາຊິກທັງໝົດ 16.700 ບໍລິສັດ ທີ່ດໍາເນີນທຸລະກິດຢູ່ໃນ 5 ຂະແໜງອຸດສາຫະກໍາ ຄື:

ຜະລິດສິນຄ້າ, ຊັອຟແວ, ໄອຊີທີ, ໄບໂອເຕັກໂນໂລຊີ ແລະ ອິນເຕີເນັດ ທີ່ມີສາຂາຈໍານວນ 86 ແຫ່ງ ຢູ່ 49 ປະເທດ. ຄະນະນັກທຸລະກິດສ.ເກົາຫລີ ທີ່ເດີນທາງມາສຶກສາຄວາມເປັນໄປໄດ້ ໃນການລົງທຶນຢູ່ ສປປ ລາວ ໃນຄັ້ງນີ້ ປະກອບດ້ວຍ 4 ບໍ ລິສັດຄື:

ບໍລິສັດ ມອນແຄ (MoldCare), ບໍລິສັດ ຢູຟິດ(U-fit), ບໍລິສັດ ດີບວີເຊິນ(Deepvisions) ແລະ ບໍລິສັດ ສະຕໍຄາມີຣາ(Store Camera) ທີ່ດໍາເນີນທຸລະກິດກ່ຽວກັບໄອທີ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຄ້າຂາຍອອນລາຍ.

ການພົບປະໃນເທື່ອນີ້ ແມ່ນມີຜົນສືບເນື່ອງມາຈາກການພົບປະກັນລະຫວ່າງ 2 ສະມາຄົມມິດຕະພາບ ໃນທ້າຍເດືອນເມສາ 2022 ທີ່ນະຄອນຫລວງວຽງຈັນ ເຊິ່ງໄດ້ເຫັນດີໃນການຊຸກຍູ້ ແລະ ສະໜັບສະໜູນການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະ ຫວ່າງນັກທຸລະກິດຂອງສອງປະເທດ.

ສອງສະມາຄົມມິດຕະພາບ ໄດ້ພະຍາຍາມຮ່ວມກັນໃນການສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມື ທີ່ດີໃນຜ່ານມາຂອງຂະແໜງການຕ່າງໆຂອງ 2 ປະເທດຕາມພາລະບົດບາດ ແລະ ຄວາມສາມາດຕົວຈິງ ເຊິ່ງໃນໄລຍະຜ່ານມາສະມາຄົມມິດຕະພາບ ລາວ-ສ.ເກົາຫລີ ແລະ ສ.ເກົາຫລີ-ລາວ ໄດ້ຮ່ວມກັນລະດົມທຶນເພື່ອມາປະກອບສ່ວນເຂົ້າໃນການ ສ້າງສາພັດທະນາສປປ ລາວ

SA Game
ຂ​ປ​ລ

ໂດຍສະເພາະແມ່ນການລະດົມທຶນເຂົ້າໃນການ ພັດທະນາພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ ເປັນຕົ້ນສະໜັບສະໜູນສ້າງໂຮງຮຽນ, ສະໜັບສະໜູນເຄື່ອງນຸ່ງ, ເກີບ, ຢາປົວພະຍາດ, ອຸປະກອນການແພດຕ້ານໂຄວິດ-19 ແລະ ອື່ນໆ. ອັນພົ້ນເດັ່ນແມ່ນສອງສະມາຄົມມິດຕະພາບ ລາວ-ສ.ເກົາຫລີ ແລະ ສະມາຄົມມິດຕະພາບ ສ.ເກົາຫລີ-ລາວ ໄດ້ເປັນເຈົ້າການຊຸກຍູ້ ແລະ ສະໜັບສະໜູນການໄປມາຫາສູູ່ກັນລະຫວ່າງປະຊາຊົນ ກໍຄືດ້ານການທ່ອງທ່ຽວ ລະຫວ່າງສອງປະເທດໂດຍສະເພາະແມ່ນການເປີດຖ້ຽວບິນໂດຍກົງ ລະຫວ່າງສອງປະເທດໃນປີ 2022.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ