​ຂ່າວ​ດີ! ນັກທ່ອງທ່ຽວຈາກ​ປະ​ເທດໄທ ເຂົ້າມາທ່ຽວ ລາວ​​ຫລາຍ​ຂື້ນ

SA Game

laoedaily.com

ໄລ​ຍະ​ນີ້​ການ​ທ່ອງ​ທຽວ​ໃນ​ລາວ​ກ່ຳ​ລັງ​ຄື​ກ​ຄື້ນ ແລະ ເພີ່ມຂຶ້ນ 30%ຂອງ​ນັກ​ທ່ອງ​ທ່ຽວ​ໄທທີ່ເຂົ້າມາທ່ຽວ ລາວ

ຕາມ​ການ​ໃຫ້​ຂໍ້​ມູນ​ຂອງຜູ້ປະກອບການບໍລິການຂົນສົ່ງລົດຕູ້ບອກວ່ານັກທ່ອງທ່ຽວໄທເພີ່ມຂຶ້ນ ຈາກຜ່ານມາ 20 – 30% ແຕ່ປັດຈຸບັນເພີ່ມຂຶ້ນເປັນ 40 – 50%.

ການທ່ອງທ່ຽວລາວ ເລີ່ມຄຶກຄື້ນ ເນື່ອງຈາກປັດຈຸບັນນັກທ່ອງທ່ຽວຈາກປະເທດໄທ ເດີນທາງເຂົ້າມາທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໄລຍະວັນເຂົ້າພັນສາ ເປັນໄລຍະພັກຍາວ ( ຈຳນວນ 5 ວັນ ແຕ່ວັນທີ 13 – 17 ) ຂອງຊາວໄທ.

ທ່ານ ນາງ ອຳພອນ ນັກທ່ອງທ່ຽວໄທ ທີ່ເດີນທາງມາຈາກຈັງຫວັດຂອນແກ່ນ ໃຫ້ສຳພາດວ່າ: ວັນນີ້ໄດ້ມີໂອກາດພາໝູ່ເພື່ອນ ແລະ ຍາດພີ່ນ້ອງທີ່ເດີນທາງມາຈາກຊິດນີ ປະເທດອົດສະຕຣາລີ ມາທ່ຽວ ສປປ ລາວ ເພາະພວກເພິ່ນຢາກມາທ່ຽວປະເທດລາວ ເຊິ່ງເປົ້າໝາຍສະຖານທີ່ໆຈະໄປທ່ຽວກໍແມ່ນປະຕູໄຊ, ພະທາດຫຼວງ ວຽງຈັນ ແລະ ອື່ນໆ, ຈາກນັ້ນກໍຈະເດີນທາງດ້ວຍລົດໄຟໄປທ່ຽວຢູ່ແຂວງຫຼວງພະບາງ.

SA Game
laoedaily.com

ພວກຂ້າພະເຈົ້າເດີນທາງມາດ້ວຍຕົນເອງເອົາລົດມາຈອດໄວ້ທີ່ດ່ານຝັ່ງໄທແລ້ວ ຂຶ້ນລົດໂດຍສານເຂົ້າມາຜ່ານຂົວມິດຕະພາບລາວ – ໄທ ແຫ່ງທີ 1 ແລ້ວມີໝູ່ຈອງລົດຕູ້ ແລະ ຈອງປີ້ລົດໄຟໄວ້ໃຫ້ ເຊິ່ງເຫັນວ່າການເດີນທາງທຸກຢ່າງກໍສະດວກສະບາຍ, ດັ່ງນັ້ນຈຶ່ງຢາກເຊີນຊວນຄົນໄທ ມາທ່ຽວລາວໃຫ້ຫຼາຍໆ ເພາະພາສາເວົ້າ, ວັດທະນະທໍາ ແລະ ອາຫານການກິນ ກໍຄ້າຍຄືກັນ ພ້ອມທັງຍັງໄດ້ຊົມບັນຍາກາດທໍາມະຊາດທີ່ສວຍສົດງົດງາມ.

ທ່ານ ນາງ ມົນ ນັກທ່ອງທ່ຽວທີ່ເດີນທາງມາຈາກກຸງເທບມະຫານະຄອນ ປະເທດໄທ ໃຫ້ສຳພາດວ່າ: ໄລຍະນີ້ເປັນວັນຢຸດຍາວທີ່ໄທ ແລະ ເຫັນວ່າ ສປປ ລາວ ເປີດການທ່ອງທ່ຽວໃໝ່ຫຼາຍດ້ານ ແລະ ມີການເປີດນຳໃຊ້ລົດໄຟໃໝ່ດ້ວຍ ກໍເລີຍມາທ່ຽວມານັ່ງລົດໄຟສາຍໃໝ່ເບິ່ງວ່າເປັນແນວໃດ, ສຳລັບໂປຣແກຣມການທ່ຽວຂອງຂ້າພະເຈົ້າແມ່ນພາຍໃນນະຄອນຫຼວງວຽງຈັນ, ເມືອງເຟືອງ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ

ການເດີນທາງແນ່ນອນວ່າເປັນການຜະຈົນໄພ ແລະ ການເດີນທາງມາແຕ່ກຸງເທບກໍສະດວກກສະບາຍ ເຂົ້າມາດ່ານທັງຝັ່ງ ລາວ – ໄທ ເຈົ້າໜ້າທີ່ກໍອຳນວຍຄວາມສະດວກທຸກຢ່າງ. ສຳລັບຄົນທີ່ມີພີ່ນ້ອງຄົນໄທ ຢາກຈະມາທ່ຽວລາວໃນວັນພັກຕ່າງໆແມ່ນມີຄວາມອຸ່ນໃຈຫຼາຍ ເພາະຢູ່ ສປປ ລາວ ການລະບາດຂອງໂຄວິດ – 19 ແມ່ນຊາລົງແລ້ວຮີບທ່ຽວເດີ.

SA Game
laoedaily.com

ທ່ານ ຈັນສອນ ແກ້ວມະນີວົງ ຜູ້ແລ່ນລົດຕູ້ປະຈຳດ່ານຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ກ່າວວ່າ: ໃນໄລຍະນີ້ນັກທ່ອງທ່ຽວຄົນໄທເຂົ້າມາຫຼາຍ ນອກຈາກນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນແລ້ວ ກໍຈະພາກັນຂີ່ລົດໄຟຂຶ້ນໄປທ່ຽວຫຼວງພະບາງ ສະເລ່ຍນັກທ່ອງທ່ຽວເດີນທາງຂີ່ລົດໄຟຂຶ້ນໄປພາກເໜືອຂອງລາວ ມື້ລະ 400 – 500 ຄົນ ( ຈາກຕົວເລກການຂົນສົ່ງສະມາຄົມລົດຕູ້ຢູ່ດ່ານພວກເຮົາ ) ຖ້າທຽບນັກທ່ອງທ່ຽວໃນໄລຍະເດືອນຜ່ານໆມາ ຫຼັງເປີດປະເທດກໍຈະມີປະມານ 20 – 30% ແຕ່ປັດຈຸບັນໂດຍສະເພາະໄລຍະນີ້ເພີ່ມຂຶ້ນເປັນ 40 – 50%. ແນວໃດກໍຢາກເຊີນຊວນນັກທ່ອງທ່ຽວຕ່າງປະເທດໃຫ້ມາທ່ຽວ ສປປ ລາວ ຫຼາຍຂຶ້ນ ເພາະປັດຈຸບັນນີ້ມີທາງດ່ວນ, ມີລົດໄຟທີ່ອຳນວຍຄວາມສະດວກສະບາຍໃນການເດີນທາງ.

ທ່ານ ປະດິດ ທອງສຸດີ ຜູ້ບໍລິການລົດຕູ້ນຳທ່ຽວ ກ່າວວ່າ: ຫຼັງເປີດປະເທດໃໝ່ໆນັກທ່ອງທ່ຽວເຂົ້າມາທ່ຽວປະເທດລາວເຮົາໜ້ອຍ ອາດຈະຍັງບໍ່ຮູ້ຫຼາຍວ່າເຮົາເປີດປະເທດ ແລະ ເປີດການທ່ອງທ່ຽວ, ແຕ່ປັດຈຸບັນຮູ້ແລ້ວກໍພາກັນມາທ່ຽວຫຼາຍ ເພາະໂຄວິດ – 19 ໃນໄລຍະ 2 – 3 ປີຜ່ານມາ ຄົນກໍບໍ່ໄດ້ໄປທ່ຽວໃສ ເມື່ອພວກເພິ່ນຮູ້ວ່າເປີດປະເທດ ແລະ ການເດີນທາງຕ່າງໆກໍສະດວກສະບາຍ ພວກເພິ່ນກໍພາກັນມາທ່ຽວຫຼາຍຂຶ້ນ ໂດຍສະເພາະໄລຍະເຂົ້າພັນສານີ້ຮູ້ສຶກວ່າເພີ່ມຂຶ້ນຫຼາຍພໍສົມຄວນ. ດັ່ງນັ້ນ, ກໍຂໍເຊີນຊວນນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍໆ ພວກເຮົາມີລົດຕູ້ນຳທ່ຽວໄວ້ຄອຍບໍລິການທ່ານຢູ່ດ່ານມິດຕະພາບ ລາວ – ໄທ ແຫ່ງທີ 1 ນີ້.
SA Game
laoedaily.com

ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈ ທ່ອງທ່ຽວ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ປັດຈຸບັນເຫັນວ່າມີນັກທ່ອງທ່ຽວໄທ ເດີນທາງເຂົ້າມາທ່ຽວລາວຫຼາຍ ໂດຍສະເພາະທີ່ໂທມາຈອງທົວນຳບໍລິສັດພວກເຮົາກໍຫຼາຍຂຶ້ນ ແຕ່ສ່ວນຫຼາຍພວກເຮົາຈະຮັບຈອງເປັນແບບ VIP ກຸ່ມໃຫຍ່ຫຼາຍກວ່າ, ຖ້າທຽບໄລຍະເປີດປະເທດ 1 ເດືອນທຳອິດ ກໍມີນັກທ່ອງທ່ຽວມາໃຊ້ບໍລິການປະມານ 20 – 30 ຄົນ, ແຕ່ປັດຈຸບັນກໍເພີ່ມຂຶ້ນເປັນ 50 – 60 ຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com