ຂົວ​ສ້າງ​ໂດຍ​ພູມ​ປັນ​ຍາ​ຊາວ​ບ້ານ​ສວຍ​ງາມ​ມາ​ພ້ອມ​ກັບ​ຄວາມ​ສາ​ມັກ​ຄ​ີ

SA Game

ເກດ ອານຸສອນ

​ສວຍ​ງາມ! ຂົວຂ້າມນ້ຳພູນສຳເລັດ ຜົນງານຄ​ວາມ​ສາ​ມັກ​ຄີອ້າຍນ້ອງທະຫານ​ ແລະ ຊາວ​ບ້ານ.

ໃນ ສ​ປ​ປ ລາວ ເຮົາ, ມີ​ແມ່​ນ້ຳ​ລຳ​ເຊ​ຢ່າງ​ຫລວງ​ຫລາຍ ແລະ​ ຊິ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຕາມ​ລຳ​ແມ່​ນ້ຳ​ກໍ​ແມ່ນ​ຕິດ​ພັນ​ກັບ​ການ​ຫາ​ກິນ​ຕາມ​ລອງ​ແມ່​ນ້ຳ ການ​ເດີນ​ທາງ​ໄປ​ມາ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເວ​ລະ​ຈະ​ເດີນ​ທາງ​ໄປ​ຄົນ​ລະ​ຟາກ​ນ້ຳ​ກໍ​ຕ້ອງ​ໄດ້​ສ້າງ​ຂົວ​ຂ້າມ​ນ້ຳ​ໄປ​ໃນ​ບາງ​ລະ​ດູ, ສະ​ນັ້ນ ອ້າຍ​ນ້ອງ​ທະ​ຫານ ແລະ ປະ​ຊາ​ຊົນ​ກໍ​ຕ້ອງ​ໄດ້​ສ້າງ​ຂົວ​ເພື່ອ​ການ​ໄປ​ມາ​ສະ​ດວກ​ຕາມ​ຮູບ​ແບບ​ຂອງພູມ​ປັນ​ຍາ​ຊາວ​ບ້ານ.

ວັນທີ 7 ທັນວາ 2021 ຜ່ານ​ມາ, ກອງພັນໃຫຍ່201 ໄດ້ລົງມືການສ້າງຂົວຂ້າມນ້ຳພູນ ຂົວແບບໃຊ້ຊົ່ວຄາວໃນລະດູແລ້ງ ແລະ ສໍາເລັດລົງໃນວັນດຽວກັນ ລະຫວ່າງ ກອງພັນໃຫຍ່ 201 ຫາ ບ້ານສຸວັນນະພູມ, ເຊີ່ງນໍາພາໂດຍ ທ່ານ ພັອ ບຸນພົບ ວິໄລສັກ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງ 201 ແລະ ທ່ານ ພັນໂທ ຄໍາແສງ ພັນອິນດາ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 201,

SA Game
ເກດ ອານຸສອນ

ພ້ອມດ້ວຍຄະນະພັກຄະນະບັນຊາກອງພັນໃຫຍ່ 201, ກໍາລັງມາສ້າງຂົວໃນຄັ້ງນີ້ ແມ່ນແຮງງານມາຈາກ ພະນັກງານ-ນັກຮົບ, ພະແນກການ, ກອງຮ້ອຍ, ໝວດ, ກອງ ພັນນ້ອຍທີ່ຂຶ້ນກັບກອງພັນໃຫຍ່201.

SA Game
ເກດ ອານຸສອນ

ສະຫາຍ ພັຕ ເພັດສອນ ອິນສະໜາ ຫົວໜ້າຂະແໜງຊ່າງແສງກອງພັນໃຫຍ່ 201 ຜູ້ຊີ້ນໍາການສ້າງຂົວໃນຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ເພື່ອປະຕິບັດຄໍາສັ່ງຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ 201 ມອບໝາຍໃຫ້, ໃນນາມວິຊາການຊີ້ນໍາລວມ ເຮັດຂົວຂ້າມນໍ້າພູນຄັ້ງນີ້ ແມ່ນໄດ້ຈັດຕັ້ງນຳພາ ກຳລັງໄປຕັດໄມ້ 1.150 ລໍາ, ໄມ້ປ່ອງ 700 ກວ່າລໍາ, ໄມ້ຈິງ 450 ລໍາ ແລະ ມາຮອດມື້ນີ້, ເປັນມື້ລົງມືເຮັດຕົວຈິງ.

SA Game
ເກດ ອານຸສອນ

ຫຼັງຈາກນັ້ນ ຈຶ່ງໄດ້ແຈ້ງໃຫ້ບັນດາອ້າຍນ້ອງທົ່ວກອງພັນໃຫຍ່ 201 ເຂົ້າຮ່ວມຂະບວນການທັງໝົດ 545 ສະຫາຍ, ສະຫະພັນແມ່ຍິງ 35 ສະຫາຍ, ການສ້າງຂົວແມ່ນໄດ້ແບ່ງໝ້າວຽກໃຫ້ແຕ່ລະຈຸສານແຕະ, ເຮັດເປັນກະຈວຍ, ມີຄວາມກວ້າງ 1,20 ແມັດ, ຍາວ 72 ຊັງຕີແມັດ, ແຕ່ລະປີຫລັງຈາກສີ້ນສຸດລະດູຝົນແລ້ວ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ແມ່ນໄດ້ຄົ້ນຄວ້າຕົກລົງໃຫ້ຂະ ແໜງຊ່າງແຊ່ງຂຶ້ນແຜນເຮັດຂົວຂ້າມນ້ຳພູນ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ-ປະຊາຊົນ ໄປມາຫາສູ່ໄດ້ສະດວກສະບາຍຫລາຍຂຶ້ນ.

ຂົວນ້ຳພູນ ທີ່ສ້າງມາດ້ວຍນ້ຳເຫື່ອ ແລະແຮງງານຂອງອ້າຍນ້ອງທະຫານກອງພັນໃຫຍ່ 201 ນີ້ແມ່ນຕ້ອງຢູ່ເມືອງປາກລາຍ ແຂວງໄຊຍະບູລີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com