ຂອ​ບ​ເຂດ ແລະ ກິດ​ຈະ​ກຳບຸນຊ່ວງເຮືອປະຈໍາປີ 2022 ທີິ່ທ່າວັດຈັນ

SA Game

ອິນ​ໄຊ​ລາວ

​ມາ​ຮູ້​ຈັກ ກິດຈະກຳ ແລະ ບັນດາຂໍ້ຫ້າມ ຂອງບຸນຊ່ວງເຮືອທ່າວັດຈັນປະຈໍາປີ 2022

ໃນ​ງານ​ບຸນ​ປະ​ເພ​ນີ​ທີ່​ທ່າ​ວັດ​ຈັນ​ໃກ້​ຈະ​ມາ​ເຖິງ​ນີ້, ທາງ​ເມືອງ​ກໍ​ໄດ້​ມີ​ການ​ຈັດ​ສັນຢ່າງ​ດີ​ໂດຍ ທ່ານ  ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ຮອງເຈົ້າເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ ໃນການກະກຽມ ບຸນອອກພັນສາ ປະວໍລະນາ ແລະ ປະຈໍາປີ 2022 ທີິ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນຈະໄດ້ຈັດໃຫຍ່ ເພື່ອເປັນການຮັກສາ-ເສີມຂະຫຍາຍງານບຸນປະເພນີ ແລະ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ ເມືອງຈັນທະບູລີ ກໍ່ຄື ຢູ່ໃນນະ ຄອນຫຼວງວຽງຈັນ ໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ.

ສຳລັບພື້ນທີິ່ຈັດງານບຸນ ການຂາຍສິນຄ້າຜະລິດຕະພັນຕ່າງໆ ແມ່ນມີກໍານົດໃຫ້ຂາຍແຕ່ພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດພາຍນອກຈໍານວນໜຶ່ງເທົ່ານັ້ນ. ເຊິ່ງລາຍລະອຽດຂອງງານບຸນໄດ້ກໍານົດໄວ້ດັ່ງນີ້:

ກິດຈະກຳ ທາງດ້ານສາດສະໜາ ແລະ ຮີດຄອງປະເພນີ

  1. ໃນຕອນເຊົ້າ ວັນທີ 5/10/2020; ເວລາ 6:30 ໂມງ, ຕອນເຊົ້າ: ມີການຄອບໄຄ່ວສະຖານທີ່ສັກສິດ.
  2. ເລີ່ມເວລາ 3:00 ໂມງ, ຕອນເຊົ້າ ຂອງວັນທີ 10/10/2020 ເປັນຕົ້ນໄປຈະໄດ້ມີພິທີຄື:
SA Game
ອິນ​ໄຊ​ລາວ

ເຂດວັດວາອາຣາມ

  • ເວລາ: 3:00-4:00ໂມງ ( ຕອນເຊົ້າ ): ພຣະອາຈານມີພິທີສູດອອກພັນສາ ປະວໍລະນາ.
  • ເວລາ: 7:00 ໂມງ ( ຕອນເຊົ້າ ): ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ.
  • ເວລາ: 19:00-19:40 ໂມງ: ມີພິທີວຽນທຽນ, ໄຫຼເຮືອໄຟໂຄກ.

ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ)

  • ເວລາ 20:00 ໂມງ ເປັນຕົ້ນໄປ ມີການຄົບງັນ, ຈຸດບັ້ງໄຟພຸ, ໄຟດອກ ແລະ ບັ້ງໄຟຕະໄລ່.
  • ມີການ ສະແດງ ສີລະປະວັນນະຄະດີ ຈາກພາກສ່ວນ ໂຮງຮຽນ ຢູ່ພາຍໃນເມືອງຈັນທະບູລີ.

ເຂດແຄມຂອງທ່າວັດຈັນ

  • ມີການລອຍກະໂທງ ແລະບໍ່ອານຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.

ກິດຈະກໍາການຊ່ວງເຮືອ ໃນວັນທີ 11/10/2022

ກິດຈະກໍາການແຂ່ງຂັນຊ່ວງເຮືອທີ່ທ່າວັດຈັນ ປະຈຳປີ 2022 ແມ່ນຈະຈັດການແຂ່ງຂັນ ຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ ຈະໄດ້ຊ່ວງເຮືອປະເພນີຍິງ, ປະເພນີຊາຍ, ເຮືອສູດຊາຍ ( ຖ້າຫາກມີນ້ຳຫຼາຍ ), ກໍລະນີມີນ້ໍາໜ້ອຍຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ.

  • ເລີ່ມແຕ່ເວລາ 08:30 ໂມງ ( ຕອນເຊົ້າ ) ເປັນຕົ້ນໄປ ເລີ່ມຊ່ວງເຮືອ, ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.
  • ຖ້າມີນ້ຳໜ້ອຍ ແມ່ນຈະໄດ້ຈັດການຊ່ວງເຮືອ 12 ສີພາຍ ໃນວັນທີ 10/10/2022 ຢູ່ບຸ່ງ ທີ່ທ່າວັດຈັນ ເມືອງຈັນທະບູລີ ເພື່ອໃຫ້ຖືກຕ້ອງຕາມຮີດຄອງປະເພນີ. ເລີ່ມແຕ່ ເວລາ 9:00 ໂມງ ຮອດ 15 ໂມງ ແມ່ນສຳເລັດການແຂ່ງຂັນ.
  • ຄາດຄະເນ ຈຳນວນເຮືອເຂົ້າຮ່ວມການແຂ່ງຂັນ ໃນປີ 2022 ນີ້: ປະເພດເຮືອ 12 ສີພາຍ ມີປະມານ 8 ລຳ, ເຮືອປະເພນີ ຍິງ 55 ສີພາຍ ປະມານ 4 ລຳ ແລະ ເຮືອປະເພນີ ຊາຍ 55 ສີພາຍ 10 ລຳ,
SA Game
ອິນ​ໄຊ​ລາວ

ພາຍໃນງານບຸນຈະໄດ້ຈັດໃຫ້ມີການວາງສະແດງ ແລະ ຂາຍສິນຄ້າເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ.ໃນນີ້: ໄດ້ເນັ້ນການສົ່ງເສີມຜະລິດຕະພັນ, ສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ, ຂອງເມືອງ, ຂອງຄົວຄອບຕົວແບບ, ຄອບຄົວຜະລິດສິນຄ້າໂອດອບ ເພື່ອເປັນສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ, ຄາດຄະເນຈຳນວນ ຫົວໜ່ວຍທຸລະກິດ, ຫ້າງຮ້ານ ທີ່ມາວາງສະແດງ, ຂາຍສິນຄ້າ ແລະ ຂາຍເຂົ້າຫຼາກ, ປີ້ງໄກ່ 600 ກວ່າຫົວໜ່ວຍ.

ສຳລັບລາຄາ ຄ່າສະຖານທີ່, ຄ່າເກັບມ້ຽນຂີ້ເຫຍື້ອ ແລະ ອື່ນໆ ແມ່ນພວກເຮົາໄດ້ໃຫ້ຜູ້ສຳປະທານກຳນົດ ໂດຍໄດ້ເຫັນດີເປັນເອກະພາບຈາກຄະນະກຳມະການຈັດງານ (ສ່ວນລາຍລະອຽດແມ່ນພວກເຮົາໄດ້ກຳນົດໄວ້ ຢູ່ໃນລະບຽບການຄຸ້ມຄອງຕາງຫາກແລ້ວ).

ກິດຈະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ເຊິ່ງກຳນົດຈຸດປ້ອງກັນ 38 ຈຸດ, ໃນນີ້: ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ19 ຈຸດ  ແລະ ປ້ອມແຈ້ງເຫດ (1191) 2 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ, ມີກໍາລັງປ້ອງກັນທັງໝົດມີ 828 ຄົນ,ໃນນີ້ ກໍາລັງຊາວໜຸ່ມ 300 ຄົນ

ກິດຈະກຳວຽກງານການອານາໄມທຳຄວາມສະອາດ

ສໍາລັບຢູ່ໃນບໍລິເວນງານບຸນທ່າວັດຈັນໄດ້ມີບໍລິສັດ ຜູ້ຮັບເໝົາຄື: ຫ້ອງການ ຄບຕເມືອງຈັນທະບູລີ ແລະ ບໍລິສັດ ອານາໄມ ເປັນຜູ້ຮັບຜິດຊອບ ໃນການອະນາໄມທໍາຄວາມສະອາດພາຍໃນງານບຸນ, ສຳລັບການຂົນສົ່ງຂີ້ເຫຍື້ອ ແມ່ນພາຍຫຼັງເລີກງານບູນ ໃນເວລາ 23:00 ໂມງ ແມ່ນພວກເຮົາເຂົ້າອະນາໄມ ແລະ ໃຫ້ສຳເລັດພາຍໃນ 5:00 ໂມງ (ຕອນເຊົ້າ).

ກິດຈະກຳວຽກງານ ຮັກສາສຸຂະພາບ

ມີບັນດາເພດໝໍ ປະຈໍາການຢູ່ຜາມຄະນະກຳມະການ 24 ຊົ່ວໂມງ ຕະຫຼອດໄລຍະງານບຸນ ເພື່ອແກ້ໄຂບັນຫາສຸກເສີມ ແຂກຄົນທີ່ມາທ່ຽວງານບູນທີ່ບໍ່ສະບາຍ ໂດຍສະເພາະແມ່ນ ເປັນວິນ, ເກີດອຸປະຕິເຫດ ແລະ ອື່ນໆ ພ້ອມນີ້ ໄດ້ລົງກວດກາ ປະເພດອາຫານ ແລະ ເຄື່ອງດື່ມ ໃຫ້ຮັກສາໄດ້ທາງຄຸນນະພາບ, ຮັກສາໄດ້ຄວາມສະອາດ, ສິນຄ້າບໍ່ໝົດອາຍຸ.

ວຽກງານປະຊາສຳພັນ

ມີໂທລະໂຄ່ງ ປະຈຳງານບຸນ ນັບແຕ່ມື້ຈັດງານຈົນເຖິງມື້ປິດງານ ເພື່ອຮັບໃຊ້ວຽກງານປະຊາສຳພັນຕ່າງໆ, ເຊິ່ງພວກເຮົາໄດ້ຕິດຕັ້ງໂທລະໂຄ່ງ ມີ 12 ຈຸດ.

ການກໍານົດວັນ, ເວລາ ແລະ ຂອບເຂດສະຖານທີ່ຂອງການຈັດງານ

SA Game
ອິນ​ໄຊ​ລາວ
  • ດ້ານກຳນົດເວລາຈັດງານບຸນຢ່າງເປັນທາງການ 4 ວັນ, ແຕ່ວັນທີ 8-11/10/2022.
  • ຂອບເຂດບໍລິເວນພື້ນທີ່ຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2022 ທີ່ທ່າວັດຈັນ: ທາງດ້ານເໜືອໃຫ້ກຳນົດເອົາຈຸດປ່ອຍເຮືອເຂດບ້ານສີຖານເໜືອເມືອງສີໂຄດຕະບອງລົງໄປຫາຜາມໄຊ ໜ້າວັດຈັນ.
  • ສະຖານທີ່ວາງສະແດງ-ຂາຍສິນຄ້າ: ແມ່ນຂອບເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກ ນັບແຕ່ໂຮງແຮມລ້ານຊ້າງຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງໂຮງຮຽນປາກປ່າສັກ. ( ແຕ່ພວກເຮົາໄດ້ຈົ່ງທາງເຂົ້າ-ອອກ) ໃຫ້ມວນຊົນ ແລະ ລົດການນຳເຂົ້າມາໄດ້ຢ່າງສະດວກ.
  • ເສັ້ນທາງ 4 ແຍກທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ,ສາມແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງ ວັດສີສະເກດ ເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່ ບາງຈຸດ.
  • ສຳລັບການສຳປະທານ ງານບຸນພວກເຮົາ ໄດ້ຕົກລົງມອບໃຫ້ ກຸ່ມບໍລິສັດດາວເຮືອງ ແລະ ວິສາຫະກິດສ່ວນບຸກຄົນຮ້ານອາຫານຟຸຈິວະຣະ ເປັນຜູ້ຮັບເໝົາ ໃນການຈັດງານໃນປີນີ້.
  • ສຳລັບສະຖານທີ່ຈອດລົດຂອງການນຳ, ຄະນະກຳມະການຮັບຜິດຊອບງານບຸນ, ແຂກຖືກເຊີນແມ່ນກຳນົດເອົາເສັ້ນທາງເຈົ້າອານຸວົງໃໝ່ ( ແຄມຂອງ ) ນັບແຕ່ຈຸດທາງເຂົ້າຈົນຮອດອານຸສາວະລີເຈົ້າອານຸວົງ ( ສະເພາະລົດ ທີ່ມີ P ເທົ່ານັ້ນ ).
  • ກຳນົດເວລາເຂົ້າ-ອອກຂອງລົດຊາວຄ້າຂາຍ ຢູ່ງານບຸນແມ່ນອະນຸຍາດໃຫ້ເຂົ້າໄດ້ແຕ່ເວລາ 4:00-6:00 ໂມງເຊົ້າ ແລະ ຕອນກາງຄືນແມ່ນອະນຸຍາດໃຫ້ເຂົ້າໄດ້ເວລາ 24:00 ໂມງເປັນຕົ້ນໄປ.
  • ເວລາປິດເສັ້ນທາງການສັນຈອນຊົ່ວຄາວ ຢູ່ໃນຂອບເຂດການຈັດງານບຸນແມ່ນ ເລີ່ມແຕ່ເວລາ6:00 ໂມງເຊົ້າ ຫາ 24:00 ໂມງກາງຄືນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ