ຂວງ ແລະ ຄວງ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

SA Game

DooDiDo

ຂວງ ແລະ ຄວງ ສອງຄໍານີ້ໃຊ້ແນວໃດ? ຄວາມໝາຍຄືກັນ ຫຼື ຕ່າງກັນ?

ຍ້ອນຄວາມອຸດົມສົມບູນຂອງພາສາລາວ ທີ່ມີຫຼາຍຄໍາສັບຂຽນຕ່າງກັນ, ອ່ານຕ່າງກັນ ແຕ່ຄວາມໝາຍຄືກັນສາມາດໃຊ້ແທນກັນໄດ້ ແລະ ມີຫຼາຍຄໍາທີ່ອ່ານຄ້າຍຄືກັນ, ຂຽນຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນໃຊ້ແທນກັນບໍ່ໄດ້ ຖ້າໃຊ້ບໍ່ຖືກ ຄວາມໝາຍກໍ່ປ່ຽນ ແລະ ຫຼາຍຄັ້ງເຮົາກໍ່ມັກເຫັນການໃຊ້ຄໍາສັບທີ່ບໍ່ຖືກຕ້ອງໃນບົດຂຽນຕ່າງໆ.

ດ້ວຍເຫດນັ້ນ ເຮົາຈຶ່ງນໍາເອົາບົດຄວາມທີ່ເປັນການອະທິບາຍຄວາມໝາຍສັບໃນພາສາລາວມາແບ່ງປັນກັບໝູ່ເພື່ອນ ເພື່ອຮຽນຮູ້ພາສາລາວໄປນໍາກັນ, ເຊິ່ງຕອນນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍຂອງຄໍາວ່າ ຂວງ ແລະ ຄວງ, ຟັງແບບຜິວເຜີນ ສອງຄໍານີ້ອອກສຽງຄ້າຍຄືກັນ, ແຕ່ໃນຄວາມເປັນຈິງແລ້ວ ມັນມີຄວາມໝາຍທີ່ແຕກຕ່າງກັນ. ມັນແຕກຕ່າງກັນຄືແນວໃດ ເຮົາມາຮຽນຮູ້ໄປນໍາກັນ.

SA Game
DooDiDo

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບລົງວັນທີ…… ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

ຄຳວ່າ ຂວງ.

ເປັນທັງຄໍານາມ ແລະ ຄໍາຄຸນນາມ.
ຂວງ (ຄຳນາມ) ເປັນຊື່ຜັກແນວໜຶ່ງເກີດຂຶ້ນປູໄປຕາມພື້ນດິນ ເອີ້ນວ່າ ຜັກຂວງ, ຜັກຂວງຂົມ ຫຼື ຜັກດາງຂົມ.
ຂວງ (ຄໍາຄຸນນາມ) ໝາຍເຖິງ ບໍ່ຈະເລີນ, ຈັງໄຮ, ສິ່ງທີ່ນຳຄວາມຈິບຫາຍມາໃຫ້ເອີ້ນວ່າ: ຂວງ, ເຂັດຂວງ.

ຕົວຢ່າງ:

ບໍ່ຊ່ວຍທໍາມາຫາກິນ ແລ້ວຍັງເຜົາຜານເງິນພໍ່ແມ່ອີກ, ຈັ່ງແມ່ນຂວງແທ້ໆ.
ພວກສໍ້ລາດບັງຫຼວງຈັ່ງແມ່ນຂວງຕໍ່ການພັດທະນາປະເທດຊາດ.

ຄຳວ່າ ຄວງ.

ເປັນທັງຄໍານາມ, ຄໍາມະ ແລະ ຄໍາຄຸນນາມ

ຖ້າເປັນຄຳນາມ ຄວງ ແມ່ນເຫຼັກ ຫຼື ໄມ້ມີກຽວຫັນໄດ້ ໃຊ້ສຳລັບເຈາະໄມ້ ເອີ້ນວ່າ: ເຫຼັກໄຂຄວງ

ຖ້າເປັນຄໍາກຳມະ ຄວງ ແມ່ນການເອົາເຫຼັກທີ່ມີຄົນຜຸນໃຫ້ເປັນຮູ ເອີ້ນວ່າ: ຄວງ,
ແລະ ຍັງໝາຍເຖິງການຊວນໄປແອ່ວ ຫຼື ຊວນໄປຫຼິ້ນ ເອີ້ນວ່າ: ຄວງກັນໄປຫຼິ້ນ.

ຖ້າເປັນຄຳຄຸນນາມ ຄວງ ໝາຍເຖິງ ສະຫວ່າງ, ແຈ້ງ (ຕາເວັນຄວງ), ສຽງກ້ອງ, ກ້ອງສະໜັ່ນ

ສະຫຼຸບ.

ຄໍາວ່າ ຂວງ ເປັນທັງຄໍານາມ ແລະ ຄໍາຄຸນນາມ ເປັນຊື່ເອີ້ນຂອງຜັກຊະນິດໜຶ່ງ ແລະ ໝາຍເຖິງຄວາມບໍ່ຈະເລີນ; ສ່ວນ ຄວງ ເປັນທັງ ຄໍານາມ, ຄໍາມະ ແລະ ຄໍາຄຸນນາມ ແປໄດ້ຫຼາຍຢ່າງເຊັ່ນ: ເຫຼັກໄຂຄວງ, ຄວງກັນໄປຫຼິ້ນ ແລະ ສະຫວ່າງ ການນໍາໃຊ້ຄໍານີ້ຈະມີຄວາມໝາຍແນວໃດແມ່ນຂຶ້ນກັບຮູບໂຄງສ້າງຂອງປະໂຫຍກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo