ກຽມ​ເປີດ​ໂຮງ​ໝໍ​ກະ​ເສມ​ຣາດ​​ທີ່​ນະ​ຄອນ​ຫລວງວຽງ​ຈັນໃນ​ກາງ​ເດືອນ​ສິງ​ຫາ​ນີ້

SA Game

ພາບ​: laoedaily.com

ໂຮງໝໍກະເສມຣາດ ​ຈະເປີດບໍລິການ​ໃນ​ວັນ​ທີ່ 19 ສິງຫາຈະມາເຖິງ​ນີ້.

ໂຮງໝໍກະເສມຣາດ ຕັ້ງຢູ່ບ້ານດອນນົກຂຸ້ມ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ ດ້ານງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ໂດຍ​ມີ​ ທ່ານ ນາງ ວາລີ ເວດສະພົງ ຜູ້ກໍ່ຕັ້ງ ແລະ ເປັນຮຸ້ນສ່ວນລົງທຶນ.

ໂຮງໝໍກະເສມຣາດ ອິນເຕີເນຊັນແນລ ວຽງຈັນ ໂຮງໝໍເອກະຊົນທີ່ມີລະບົບທັນສະໄໝຕາມມາດຕະຖານສາກົນ ເຊິ່ງໄດ້ລົງມືກໍ່ສ້າງມາແຕ່ກາງປີ 2018 ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດ ແລະ ກຽມພ້ອມເປີດໃຫ້ບໍລິການແລ້ວໃນວັນທີ 19 ສິງຫາ 2021 ນີ້, ດ້ານຜູ້ຮ່ວມທຶນຝ່າຍລາວເຜີຍ ກຽມ 110 ຕຽງໄວ້ຮອງຮັບ,ສ່ວນຄ່າບໍລິການນັ້ນແມ່ນປະຢັດໄດ້ຫຼາຍກວ່າການຂ້າມໄປໃຊ້ບໍລິການຢູ່ໂຮງໝໍປະເທດເພື່ອນບ້ານ.

SA Game
ພາບ​: laoedaily.com

ທ່ານ ນາງ ວາລີ ເວດສະພົງ ໄດ້ໃຫ້ສໍາພາດແກ່ທີມຂ່າວເສດຖະກິດການຄ້າ ເມື່ອບໍ່ດົນມານີ້ ກ່ຽວກັບການກຽມເປີດໃຫ້ບໍລິການໂຮງໝໍດັ່ງກ່າວວ່າ: ໃນໂຮງໝໍແຫ່ງນີ້ພວກເຮົາມີເກືອບທຸກພະແນກ, ມີປິ່ນປົວຫົວໃຈ, ທັງພະຍາດຍິງ, ປະສູດ, ເດັກນ້ອຍ, ຜ່າຕັດ ແລະ ອື່ນໆ. ແຕ່ໃນເບື້ອງຕົ້ນເຮົາອາດຈະຍັງບໍ່ສົມບູນ ເຊັ່ນ: ສັນຍະກຳ, ພະແນກຜິວໜັງ ແຕ່ເຮົາຈະເພີ່ມມາພາຍຫຼັງຈົນຄົບ.

ດ້ານຄວາມພ້ອມການບໍລິການແມ່ນພວກເຮົາມີ 110 ຕຽງ ລວມທັງ ໄອຊີຢູ ໄວ້ຮອງຮັບ, ແຕ່ວິທີການຂອງການເປີດນັ້ນອາດຈະເປີດເທື່ອລະໜ້ອຍ ເພາະເຮົາບໍ່ຮູ້ວ່າຈະມີລູກຄ້າຫຼາຍໜ້ອຍພຽງໃດ, ສະນັ້ນໃນວັນທີ 19 ແມ່ນຈະເປີດຢູ່ 5 ຊັ້ນ ຫຼື ປະມານ 70 ຕຽງ ແຕ່ກໍຈະຄ່ອຍໆທະຍອຍເປີດຕາມຈຳນວນຄົນໄຂ້.

ສຳລັບແພດໝໍໃນເບື້ອງຕົ້ນແມ່ນເຮົານຳເຂົ້າ ເນື່ອງຈາກຕ້ອງການລະບົບ ຫຼັກໆແມ່ນນຳເຂົ້າຈາກຝັ່ງໄທ ແລະ ມີພະນັກງານຄົນລາວສ່ວນໜຶ່ງ ແຕ່ສຳລັບລະດັບຫົວໜ້າພະແນກແມ່ນມາແຕ່ໄທທັງໝົດ ເພາະເອົາຄົນເພິ່ນມາ ແລະ ເອົາຄົນເຮົາປະກົບເພື່ອຈະສ້າງຄົນເຮົາ ເຊິ່ງມີແຜນສ້າງຄົນແມ່ນ 3 ປີ 5 ປີ 7 ປີ ຂຶ້ນກັບຕົວພະນັກງານເອງວ່າຈະສາມາດຮັບຮູ້ໄດ້ພຽງໃດ ເພາະໃນທີ່ສຸດແລ້ວກໍຕ້ອງສ້າງເອົາຄົນພາຍໃນ, ທ່ານ ນາງ ວາລີ ກ່າວ.

SA Game
ພາບ​: laoedaily.com

ທ່ານ ນາງ ວາລີ ເວດສະພົງ ກ່າວຕື່ມວ່າ: ສຳລັບຄ່າບໍລິການຕ້ອງເຂົ້າໃຈວ່າ ໂຮງໝໍເຮົາເປັນໂຮງໝໍທາງເລືອກ ລາຄາບໍ່ຕ່າງຈາກປະເທດໄທ ຫາກເຮົາສາມາດໄປປິ່ນປົວຢູ່ໄທໄດ້ ຢູ່ໂຮງໝໍແຫ່ງນີ້ລາຄາກໍບໍ່ໄດ້ຕ່າງກັນ ແຕ່ມີຂໍ້ດີຄືເຮົາບໍ່ມີການເດີນທາງ, ພີ່ນ້ອງມາຢ້ຽມຢາມແບບບໍ່ຕ້ອງເສຍຄ່າເດີນທາງຫຍຸ້ງຍາກ ສາມາດກວດເຊັກລາຄາໄດ້.

ແນວໃດກໍຕາມ, ພວກເຮົາກໍພະຍາຍາມວ່າຈະເຮັດແບບໃດ ເພື່ອໃຫ້ຄົນເຂົ້າຫາໄດ້ງ່າຍ ເຊິ່ງໃນໄລຍະທຳອິດກໍຈະມີການແຈກແຖມກ່ອນ ເພື່ອເປັນການສະຫຼອງເປີດໂຮງໝໍໃໝ່, ນອກຈາກນັ້ນກໍອາດຈະມີໂປຣໂມຊັນມາໃຫ້ລູກຄ້າເປັນບາງໄລຍະໄປ. ສ່ວນເລື່ອງມາດຕະຖານ ຄວາມທັນສະໄໝຂອງໂຮງໝໍແຫ່ງນີ້ ສາມາດເວົ້າໄດ້ເລີຍວ່າບາງຢ່າງເໜືອກວ່າບາງໂຮງໝໍປະເທດໃກ້ຄຽງທີ່ພວກເຮົາເຄີຍໄປໃຊ້ບໍລິການມາ.

ແນວໃດກໍຕາມ, ໃນໄລຍະຂອງການເປີດບໍລິການໃໝ່ນີ້ ພວກເຮົາຈະພະຍາຍາມສຸດກຳລັງທີ່ຈະສາມາດເຮັດໃຫ້ມັນໄດ້ຕາມຄວາມຄາດຫວັງຂອງປະຊາຊົນໃຫ້ຫຼາຍທີ່ສຸດ ສຳລັບນ້ອງໆທີ່ເອົາມາຝຶກຝົນ ໂດຍສະເພາະແມ່ນພະນັກງານຄົນລາວແມ່ນອາດຈະຍັງບໍ່ຄ່ອງແຄ້ວ ກໍຫວັງວ່າສັງຄົມຈະໃຫ້ໂອກາດພວກເຂົາ. ແຕ່ທັງໝົດນັ້ນໂດຍສ່ວນຕົວແລ້ວເຊື່ອວ່າບຸກຄະລາກອນທີ່ເປັນຄົນລາວເຮົາກໍສາມາດເຮັດໄດ້ ເຊື່ອວ່າເຂົາຈະມີການພັດທະນາຕົນເອງຢ່າງຕໍ່ເນື່ອງ, ທ່ານ ນາງ ວາລີ ເວດສະພົງ ກ່າວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com