ກຽມ​ສະ​ຖານ​ທີ່ ແລະ ແພດ​ໜໍ​ເພີ່ມ​ເພື່ອ​ຮອງ​ຮັບ​ຜູ້​ຕິດ​ເຊື້ອ​ທີ່​ເພີ່ມ​ຂື້ນ.

SA Game

ພາບ: laodaily.com.la

ກຽມໂຮງໝໍສະໜາມ ແລະ ຝຶກພະນັກງານປະຈຳໂຮງໝໍດັ່ງເພື່ອຮອງຮັບກໍລະນີຜູ້ຕິດເຊື້ອຍັງເພີ່ມຂຶ້ນ.

ການ​ກະກຽມໂຮງໝໍສະໜາມຢູ່ນະຄອນຫຼວງວຽງຈັນເພີ່ມ ຮອງຮັບກໍລະນີຜູ້ຕິດເຊື້ອຍັງເພີ່ມຂຶ້ນ ແລະ ຝຶກພະນັກງານທີ່ຈະປະຈຳໂຮງໝໍດັ່ງກ່າວ, ພ້ອມນີ້ຍັງກຽມທີມແພດໝໍເສີມ (ທ່ານໝໍເດັກ,ໝໍປະສູດ, ສະເພາະທາງ ຫູ ດັງ ຄໍ ແລະ ອື່ນໆ)ເປັນກຳລັງສຳຮອງ ເພື່ອ​ຊ່ວຍ​ໃນ​ການ​ປິ່ນ​ປົວ​ຜູ້​ປ່ວຍ​ພະ​ຍາດ​ໂຄວິດ-19 ເນືອງ​ຈາກ​ແພດ​ໝໍ​ສະ​ເພາະ​ທາງ​ຍັງ​ຂາດ​ເຂີນ ອີກ​ທັງ​ຍັງ​ມີ​ການ​ລະ​ບາດ​ເພີ່ມ​ຂື້ນ​ທຸກ​ມື້.

ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ  ໄດ້ລາຍງານກ່ຽວກັບການຄຸ້ມຄອງ ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ໃນການຖະແຫຼງຂ່າວວັນທີ 1 ພຶດສະພາ 2021 ກ່ຽວກັບການກະກຽມ ສາຍງານປິ່ນປົວ ເຊິ່ງກະກຽມຢູ່3ດ້ານຄືຶຶຶ:

ການກະກຽມທາງດ້ານສະຖານທີ່ ມີໂຮງໝໍ ມິດຕະພາບ ໂຮງໝໍເສດຖາ ແລະ ໂຮງໝໍກອງທັບ 103 ລວມທັງໝົດມີ 216 ຕຽງ (ເລີ່ມຕົ້ນແມ່ນກຽມກໍລະນີຜູ້ມີອາການເບົາບາງ-ໜັກ) ແຕ່ປັດຈຸບັນການແຜ່ລະບາດທີ່ມີຕົວເລກສູງຂຶ້ນທຸກມື້ ໂຮງໝໍທີ່ກ່າວມາແມ່ນຈະໄດ້ຖືກໃຊ້ງານໃນກໍລະນີຄົນເຈັບປານກາງ-ໜັກ.

SA Game
ພາບ: laodaily.com.la

ເນື່ອງຈາກສະພາບຜູ້ຕິດເຊື້ອທີ່ມີຕົວເລກສູງຂຶ້ນປັດຈຸບັນໂຮງໝໍແມ່ນບໍ່ສາມາດຮອງຮັບຄົນເຈັບໄດ້ (ລົ້ນໂຮງໝໍ) ຈຶ່ງໄດ້ມີການກະກຽມໂຮງໝໍພາກສະໜາມຄື: ສູນກິລາບານເຕະແຫ່ງຊາດ ຫ້ວຍຫົງ ຮັບໄດ້ 150 ຄົນ (ປັດຈຸບັນໃຊ້ງານ); ສູນສະໜາມຍິງປືນກອງທັບຫຼັກ 27 ຮັບໄດ້ 300-500 ຕຽງ; ສູນກິລາໃນຮົ່ມລ້ານຊ້າງ ຮັບໄດ້ ປະມານ 300 ຕຽງ (ຄາດວ່າວັນຈັນຈະເປີດໃຊ້); ສະໜາມລາແຫ່ງຊາດຫຼັກ 16 ຮອງຮັບໄດ້ປະມານ 500 ຕຽງ; ໂຮງແຮມດອນຈັນ ຮັບໄດ້ປະມານ 250 ຕຽງ. ຍັງບໍ່ພໍເທົ່ານີ້ຍັງມີການກະກຽມສະຖານທີ່ອື່ນໄວ້ໃນກໍລະນີຕົວເລກສູງຂຶ້ນ.

ການກະກຽມບຸກຄະລາກອນ ແມ່ນກະກຽມມາແຕ່ປີ 2020 ໂດຍຝຶກໃຫ້ທີມຫຼັກສູນກາງ 650 ທ່ານ ແລະ ຕ່າງແຂວງ 17 ແຂວງ 425 ທ່ານ; ນອກນີ້ຍັງກຽມໃຫ້ທີມເສີມ(ທ່ານໝໍເດັກ ທ່ານໝໍປະສູດ ທ່ານໝໍສະເພາະທາງ ຫູ ດັງ ຄໍ ແລະ ອື່ນໆ) ມາຮອງຮັບ ແລະ ກຽມເປັນກຳລັງສຳຮອງ ຢູ່ສູນກາງ 240 ທ່ານ ແລະ ຢູ່ແຂວງ 466 ທ່ານ

ນອກນີ້ຍັງກະກຽມທີມການຄວບຄຸມ ບໍ່ໃຫ້ເຊື້ອແຜ່ກະຈາຍໃນວົງກວ້າງໄດ້ມີການຝຶກອົບຮົມທົ່ວປະເທດໃຫ້ໄດ້ແບບມືອາຊີບ 263 ທ່ານ; ທີມຄຸ້ມຄອງກໍລະນີອາການໜັກ ແບ່ງອອກເປັນ 3 ພາກ ເໜືອ ກາງ ໃຕ້ ໄດ້ທັງໝົດ 80 ທ່ານ.

ສ່ວນການກະກຽມທາງອຸປະກອນການແພດ ແມ່ນໄດ້ກະກຽມມາແຕ່ປີ2020 ເຊິ່ງໄດ້ແຈກຢາຍໄປທົ່ວທຸກໂຮງໝໍເມືອງແລ້ວ.

ອິງຕາມຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນ ປັດຈຸບັນໄດ້ຝຶກໃຫ້ພະນັກງານທີ່ຈະປະຈຳໂຮງໝໍພາກສະໜາມເຊິ່ງໄດ້150-200ຄົນ ເຊິ່ງເຮົາຍັງສືບຕໍ່ຝຶກໄປຈົນຄົບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la.