ກຽມນຳສະເໜີອົງການຢູ່ເນັສໂກ ໃຫ້ປູ່ເຍີ-ຍ່າເຍີ ເຂົ້າເປັນມໍຣະດົກໂລກ

SA Game

Sourioudong Sundara

ນະຄອນຫຼວງພະບາງ ປຶກສາຫາລືກະກຽມນຳສະເໜີ ປູ່ເຍີ-ຍ່າເຍີເຂົ້າເປັນມໍຣະດົກໂລກ

ຈາກ​ຂໍ້​ມູນ​ຂອງ​ທ່ານ Sourioudong Sundara ທີ່​ໄດ້​ໂພ​ສ​ໄວ້​ໃນ​ເຟ​ສ​ບຸກ​ສ່ວນ​ຕົວ​ຂອງ​ທ່ານ​ໄວ້​ວ່າ: ດ້ວຍຄວາມເປັນຫ່ວງເປັນໄຍ, ເພາະວ່າໃນໄລຍະທີ່ຜ່ານມາມີຫຼາຍຄົນອາດຈະບໍ່ເຂົ້າໃຈ ຫຼື ຮູ້ເທົ່າບໍ່ເຖິງການໂດຍໄດ້ນຳໃຊ້ສັນຍາລັກຂອງປູ່ເຍີຍ່າເຍີໃຊ້ໃນທາງທີ່ບໍ່ສົມມາພາຄວນ ອາດຈະມີຜົນກະທົບຕໍ່ຈິດໃຈຕໍ່ຜູ້ທີ່ມີຄວາມເຊື່ອຖື ແລະ ສັດທາຂອງຄົນລາວທັງຊາດ:

(1) ປູ່ເຍີຍ່າເຍີ ແລະ ສິງແກ້ວ ແມ່ນປຽບສະເໝືອນດັ່ງສົມໝຸດຕິແທບ ແລະ ອົງປະກອບສຳຄັນທີ່ຂາດບໍ່ໄດ້ໃນຮີດຄອງປະເພນີສະຫຼອງທຳນຽມຫຼວງຂອງຊາວເມືອງມໍລະດົກໂລກ ແລະ ບຸນກຸດສົງການປີໃໝ່ລາວ;

(2) ເຖົ້າແກ່ແນວໂຮມເມືອງມໍລະດົກໂລກ ໄດ້ມີພິທີບວງສວງເຫຼົ້າໃຫ ໄກ່ໂຕ ພ້ອມດ້ວຍພາຫວານ ແລະ ໄດ້ອະຣາທະນາອັງເຊີນປູ່ເຍີຍ່າເຍີຕາມທຳນຽມຮີດຄອງປະເພນີສະຫຼອງກຸດສົງການປີໃໝ່ລາວ;

(3) ການຈັດລຳດັບກ່ອນຫຼັງຕາມທຳນຽມປະເພນີຫົດສົງພຣະບາງພຸດທະລາວັນ ໃນວັນກຸດສົງການປີໃໝ່ລາວ ແມ່ນມີກະຕິກາຕ້ອງໄດ້ປະຕິບັດ:

SA Game
Sourioudong Sundara

1. ເມື່ອກ່ອນຕັ້ງແຕ່ສະໄໝຂຸນລໍຕົ້ນກຳເນິດປະຫວັດສາດຕາມລໍາດັບມາຊາວລາວພວກເຮົາຖືຜີ ຈົນມີນະວະນິທານເລື່ອງປູ່ເຍີ ຍ່າເຍີ ກັບສິງຄໍາ,ນໍ້າເຕົ້າປຸງ ແລະ ເຄືອເຂົາກາດ, ຈິ່ງເກີດມີການສ້າງຮຸ່ນຈໍາລອງ ປູ່ເຍີ ຍ່າເຍີ ລ້ຽງສິງຄໍາໄວ້ໂຕໜຶ່ງ ເຊິ່ງເປັນໂຕແທນ ອັນເປັນສິ່ງທີ່ນັບຖືໃນສະໄໝນັ້ນ ແລະ ປູ່ເຍີ ຍ່າເຍີ ກໍເລີຍໄດ້ມາເປັນຜູ້ສົງພຣະບາງເປັນອັນດັບທີ່ໜຶ່ງ;

2. ມາຮອດສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ ເພິ່ນໄດ້ນໍາເອົາພຣະບາງແລະສາສນາພຸທ ນິກາຍລັງກາວົງເຂົ້າມາປະດິດສະຖານໄວ້ໃນປະເທດຂອງເຮົາ ທໍາການລົບລ້າງລັດທິຜີສາງນາງໄມ້, ພຣະສົງ ກໍເລີຍໄດ້ມາສົງພຣະບາງເປັນອັນດັບທີ່ສອງ;

3. ພຣະເຈົ້າແຜ່ນດິນສະໄໝນັ້ນ, ບໍ່ວ່າຈະນອນຝັນ ຫຼື ມີລາງສັງຫອນອັນໃດອັນໜຶ່ງ ຫຼື ຈະຕັດສິນໃຈເຮັດອັນໃດລົງໄປ ກໍຕ້ອງອີງຕາມພາມທັງແປດເປັນຜູ້ທໍານາຍທາຍທັກເສຍກ່ອນ, ພາມທັງແປດຈິ່ງໄດ້ມາສົງພຣະບາງເປັນອັນດັບທີ່ສາມ;

4. ຝ່າຍປົກຄອງປະເທດຊາດບ້ານເມືອງ ອີງອາໄສຂອງສາມຢ່າງດັ່ງກ່າວຂ້າງເທິງ ເປັນຖານແຫ່ງຮີດຄອງປະເພນີ ຈື່ງໄດ້ສົງພຣະບາງເປັນອັນດັບທີ່ສີ່;

5. ວົງສາຄານະຍາດແຫ່ງຊາດລາວເຮົາປະກອບດ້ວຍບັນດາເຜົ່າຕ່າງໆ ປອງດອງສາມັກຄີກັນສ້າງສາບ້ານເມືອງລາວ ມີຫຼາກຫຼາຍສີສັນຂະນົບທຳນຽມປະເພນີພາສາປາກເວົ້າພາສາຂຽນແບບບູຮານ ມີພາສາຂຽນແບບປັດຈຸບັນ ມີພາສາປາເວົ້າພັດທະນາການຕາມຍຸກທີ່ທັນສະໄໝ ມີພາສາຂຽນທີ່ທັນສະໄໝ ມີຫຼາຍຊົນຊາດຊົນເຜົ່າເໝືອນດອກໄມ້ທີ່ມີຫຼາຍສີ ແລ້ວຖືກສອດຮ້ອຍປະສົມປະສານເຂົ້າເປັນພວງມາໄລດັ່ງລູກແຄນດຽວກັນ, ດັ່ງນັ້ນຊົນເຜົ່າຕ່າງໆ ຈິ່ງໄດ້ສົງພຣະບາງເປັນອັນດັບທີ່ຫ້າ;

6. ໄມ້ລໍາດຽວລ້ອມຮົ້ວບໍໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ, ສະນັ້ນ ປະຊາຊົນພົນລະເມືອງທຸກຊົນຊາດຊົນເຜົາໃນປະເທດຊາດຂອງເຮົາ ພ້ອມພຽງກັນຮັກສາບ້ານເກີດເມືອງນອນ ຮັກສາດິນແດນ ຮັກສາທຸກຢ່າງທີ່ເປັນຂອງຕົນເອງ ທີ່ເປັນຂອງຊາດບ້ານເມືອງ ບໍ່ວ່າຍຸກໃດສະໄໝໃດ ແລະ ປະຕິບັດຕາມຂອງສາຍການປົກຄອງ ໄດ້ສົງພຣະບາງເປັນອັບສຸດທ້າຍ ແລະ ໄຜຈະເປັນຜູ້ທ້າຍສຸດ.

SA Game
Sourioudong Sundara

ຮີດຄອງປະເພນີວັດທະນະທຳສືບສານກິດຈະກຳເທວະດາຫລວງ ປູເຍີຍ່າເຍີ ພາຍໃນກຸດສົງການປີໃໝ່ລາວ ຈສ 1380 ຄສ 2018 ແມ່ນບົ່ງບອກເຖິງເອກະລັກຄວາມເປັນຊາດລາວ:(1) ວັນທີ່ 14 ເມສາ ເວລາ 16:00 ໂມງ ເທວະດາຫລວງ ປູເຍີ-ຍ່າເຍີ ໄປຕັກນໍ້າອອກບໍ່ ບໍລິເວນຫ້ວຍປາກມາວ ປ່ອງໃສ່ນໍ້າຄານ ໃສ່ໄຫ ເພື່ອກະກຽມໄວ້ໄປສົງນໍ້າພຣະບາງ ທີ່ວັດໃຫມ່ ສຸວັນນະພູມມາຣາມ ນະຄອນຫລວງພຣະບາງ;(2) ວັນທີ່ 15 ເມສາ ເທວະດາຫລວງ ປູເຍີ-ຍ່າເຍີ ສິງແກ້ວສິງຄຳ ຈະເລິ່ມຕົ້ນເຂົ້າຂະບວນແຫ່ຫວໍ່ ໄປຄາຣະວະ ທີ່ຫົວເມືອງ ວັດຊຽງທອງ:1. ເລິ່ມຕົ້ນຈາກວັດທາຕຸນ້ອຍ ຍ່າງໄປທາງເຫນືອ ຈົນຮອດຫນ້າພຣະຣາຊວັງ (ຫໍພິພິຕະພັນ),2. ຍ່າງຂຶ້ນໄປຄາຣະວະບ່ອນທີ່ເປັນອະດິດຂອງວັດສາວຫລຽວ (ທາຕຸດຳໆ ກ່ອນຂຶ້ນພູສີ),3. ຂຶ້ນໄປແລ້ວໄດ້ກ່າວຄຳວ່າ “ນ້ອງຢາກເຫັນຫນ້າອ້າຍໃຫ້ໄປເບິ່ງຊຽງທອງ ສັງຂານເນົາ ພີ່ຈະໄປນຳນໍ້າ ……”,4. ຍ່າງລົງບໍລິເວນນັ້ນແລ້ວຍ່າງໄປທາງເຫນືອ ຈົນຮອດເຂດຊຽງທອງ,5. ກ່ອນເຂົ້າວັດຊຽທອງ ແມ່ນໄປຄາຣະວະຫໍນ້ອຍໆ ຫຼື ກຳແພງວັດຄີລີ ກົງກັນຂ້າມກັບທາງເຂົ້າປະຕູໂຂງເຂົ້າວັດຊຽງທອງ,6. ຈາກນັ້ນກໍ່ຈະເຂົ້າໄປເອົາວັນດອກໄມ້ໄປຄາຣະວະໃນວັດຊຽງທອງ ແລະ ຟ້ອນລຳຖວາຍເຊິ່ງປຽບສະເໝືອນຫລັກຫົວເມືອງ ເພື່ອໃຫ້ບ້ານເມືອງສະຫງົບ ສຸກຊຸ່ມກຸ່ມເຢັນ ດິນດຳນໍ້າຊຸ່ມ;(3) ວັນທີ່ 16 ເມສາ ແມ່ນ ເທວະດາຫລວງ ປູເຍີ-ຍ່າເຍີ ສິງແກ້ວສິງຄຳ ເຂົ້າຂະບວນແຫ່ຫວໍອອກຈາກວັດຊຽງທອງ:

SA Game
Sourioudong Sundara

1. ຍ່າງລົງກັບຄືນຫາງເມືອງ ໄປຄາຣະວະບູຊາດ້ວຍວັນດອກໄມ້ ແລະ ກ່າວຄຳອວຍພອນເພື່ອໃຫ້ບ້ານເມືອງສະຫງົບ ສຸກຊຸ່ມກຸ່ມເຢັນ ດິນດຳນໍ້າຊຸ່ມ ທີ່ຈຸດບ່ອນສະຖານທີ່ອັນເປັນທໍລະນີສົງຂອງວັດແກ້ວ ແຖວເດີ່ນທາຕຸຫລວງ,2. ໄປຄາຣະວະ ແລະ ຟ້ອນອວຍພອນທີ່ຫນ້າທາຕຸ ຂອງວັດທາຕຸນ້ອຍ ເພື່ອໃຫ້ບ້ານເມືອງສະຫງົບ ສຸກຊຸ່ມກຸ່ມເຢັນ ດິນດຳນໍ້າຊຸ່ມ ແລ້ວກັບຄືນສຸ່ວັດອາຮາມ;(4) ວັນທີ່ 17 ເມສາ ແມ່ນມີພິທີອະຣາດທະນາອັງເຊີນພຣະບາງລົງຫົດສົງທີ່ວັດໃຫມ່ ສຸວັນນະພູມມາຣາມ, ໃນພິທີນີ້ ຫລັງຈາກມີການປະດິດສະຖານພຣະບາງ ແລະ ມີການສູດຈາກພຣະສົງແລ້ວ, ເທວະດາຫລວງ ປູເຍີ-ຍ່າເຍີ ຈະຂຶ້ນສົງນໍ້າພຣະບາງກ່ອນທຸກໆຜູ້ທຸກໆອົງທຸກໆຄົນ ຈາກນັ້ນກໍ່ແມ່ນ ພຣະສົງ ຂຶ້ນຫົດສົງ ໂຫຣາຈາຣຍ໌ ແລະຕໍ່ດ້ວຍນາງສັງຂານ ຜູ້ນຳ ແລະປະຊາຊົນທົ່ວໆໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara