​ກຽມ​ຊົມ! ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ​ຈະ​ສ້າງ​ຕະ​ຫລາດ​ນ້ຳ

SA Game

rfa.org

ຈະ​ສ້າງ​ ຕະ​ຫລາດ​ນ້ຳ ທີ່ສາມຫຼ່ຽມຄຳເພື່ອ​ໃຫ້​ເປັນ​ບ່ອນ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທຽວ.

ຊ່ວງ​ນີ້​ບໍ​່​ມີ​ໃຜ​ແລ້ວ​ທີ່​ບໍ່​ຮູ້​ສາມຫຼ່ຽມ​ຄຳ ເຊິ່ງ​ໄດ້​ມີ​ການ​ພັດ​ທະ​ນາ​ຂື້ນ​ໄປ​ເລື້ອຍໆ, ເວົ້າໄດ້ວ່າເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນມີບາດກ້າວພັດທະນາຕໍ່ເນື່ອງໃນແຕ່ລະວັນ ທີ່ສຳຄັນເຂດນີ້ແມ່ນຖອດແບບການກໍ່ສ້າງຂອງຈີນມາເຕັມໆ ນັບແຕ່ການຕັດຜັງເຂດ ຖະໜົນຫົນທາງ ອາຄານຕ່າງໆການປະດັບປະດາແສງສີ ເຮັດໃຫ້ຄົນທີ່ໄດ້ໄປຮອດໄປເຖິງເຫັນໄດ້ຫຼາຍມຸມໃນກາງເວັນ, ກາງຄືນຄວາມສວຍງາມທີ່ແຕກຕ່າງກັນ.

ສຳລັບໂຄງການກໍ່ສ້າງ ຕະຫຼາດວັດທະນະທຳນາໆຊາດ ຫຼື ຕະຫຼາດນ້ຳ ຂອງເຂດເສດຖະກິດເສດ ສາມຫຼ່ຽມຄຳ ເປັນໂຄງການໃໝ່ທີ່ຈະມາເພີ່ມສີສັນໃຫ້ກັບເຂດຕອນນີ້ແມ່ນສ້າງສຳເລັດໄປແລ້ວ 75 % ພວມຢູ່ລະຫວ່າງການສ້ອມແປງ ແລະ ຕົກແຕ່ງໃຫ້ຄ້າຍຄືກັບບັນຍາກາດຢູ່ຕ່າງປະເທດ.

ໂຄງການດັ່ງກ່າວ ມີຈຸດປະສົງເພີ່ມທະວີໃຫ້ມີແຫຼ່ງທ່ອງທ່ຽວພາຍໃນເຂດເສດຖະກິດພິເສດ ແລະ ປະເທດລາວເຮົາ ໃຫ້ມີສະຖານທີ່ທ່ອງທ່ຽວ ທີ່ໃຫ້ປະສົບການທີ່ແປກໃໝ່ຫຼາຍຂຶ້ນກວ່າເດີມ.

SA Game
laoedaily.com

ສຳລັບໜ້າວຽກທັງໝົດຄາດວ່າຈະສຳເລັດໃນປີ 2023 ນີ້ ເຊື່ອວ່າຖ້າຫາກສ້າງສຳເລັດແລ້ວ ຈະສາມາດດຶງດູດເອົານັກທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ມາສຳຜັດກັບບັນຍາກາດທີ່ແຕກຕ່າງ ໃນເຂດຢ່າງຫລວງຫລາຍ.

ໂຄງການຕະຫຼາດນ້ຳ ຜູ້ພັດທະນາເຂດໄດ້ທຸ່ມງົບປະມານໃນການລົງທຶນ 100 ກວ່າລ້ານໂດລາສະຫະລັດ ໃນເນື້ອທີ່ 7 ເຮັກຕາ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ2021 ເປັນຕົ້ນມາ ພາຍໃນຈະມີໂຮງແຮມ, ຕະຫຼາດນ້ຳ, ຮ້ານກາເຟ, ຮ້ານອາຫານ, ສະຖານບັນເທີງ ແລະ ອື່ນໆ ໃນຮູບແບບອະນຸລັກປະເພນີ ປະສົມປະສານກັບຄວາມທັນສະໄໝ.

SA Game
rfa.org

ໂຄງການນີ້ຈະກາຍເປັນສູນກາງ ຫຼື ແລນມາກໃໝ່ທີ່ຈະດຶງດູດກຸ່ມເປົ້າໝາຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈາກທົ່ວທຸກມູມໂລກເຂົ້າມາທ່ຽວຊົມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com