ກຸ່ມແມ່ຍິງນັກການທູດ ອາຊຽນຊ່ວຍ​ເຫລືອ​ການ​ສະ​ກັດ​ກັ້ນ​ໂຄວິດ-19

SA Game

ຂ​ປ​ລ.

ກຸ່ມແມ່ຍິງນັກການທູດ ອາຊຽນມອບ​ເງິນ​ຊ່ວຍ​ເຫລືອວຽກງານສະກັດກັ້ນໂຄວິດ-19 ນະຄອນຫລວງວຽງຈັນ.

ວັນທີ 25 ຕຸລາ 2021 ນີ້, ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫລວງວຽງຈັນ (ASEAN Women’s Circle in Vientiane-AWCV) ໂດຍສົມທົບກັບ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ມອບເງິນຊ່ວຍເຫລືອ ຈໍານວນ 32 ລ້ານກີບ

ໃຫ້ແກ່ ອົງການປົກຄອງນະຄອນຫຼວງວຽງຈັນ, ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫລວງວຽງຈັນ.

ໃນໂອກາດມອບເຄື່ອງຊ່ວຍເຫລືອດັ່ງກ່າວ, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ບັນດາໜ່ວຍງານດ່ານໜ້າ ກໍຄື ພະນັກງານແພດໝໍ, ທະຫານ, ຕໍາຫລວດ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນນະຄອນຫລວງ, ເມືອງ ແລະ ບ້ານ ທີ່ຕ້ອງໄດ້ແບກຮັບພາລະຢ່າງໜັກໜ່ວງ ໃນການປະຕິບັດໜ້າທີ່ວຽກງານ ຢ່າງຕໍ່ເນື່ອງ

SA Game
ຂ​ປ​ລ.

ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການ ລະບາດຂອງພະຍາດໂຄວິດ-19.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ໃຫ້ກຽດຕ້ອນຮັບ ແລະ ສະແດງຄວາມຂອບໃຈ ມາຍັງ ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫລວງວຽງຈັນ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ການປະກອບສ່ວນຈາກບັນດາສະມາຊິກ ແລະ ສະຖານທູດອາຊຽນ ປະຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນສົມທົບທຶນ ເພື່ອສະໜັບສະໜູນທາງດ້ານສະບຽງອາຫານ ໃຫ້ແກ່ຄະນະສະ ເພາະກິດ ແລະ ພະນັກງານດ່ານໜ້າ ໃນການປະຕິບັດໜ້າທີ່ວຽກງານ ເພື່ອຮັບມືກັບການ ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫລວງວຽງຈັນ, ພ້ອມທັງໄດ້ຝາກສະແດງຄວາມຊົມເຊີຍ ໄປຍັງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ມາໃນໂອກາດນີ້ດ້ວຍ.

ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫລວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2016, ຈຸດປະສົງເພື່ອສົ່ງເສີມຄວາມສາມັກຄີໃນອາຊຽນ, ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສະມາຄົມແມ່ຍິງອາຊຽນ ທີ່ນະຄອນຫລວງວຽງຈັນ ດ້ວຍການແລກປ່ຽນທາງດ້ານວັດທະນະທຳ ແລະ ສັງຄົມ ລະຫວ່າງສະມາຊິກ ໂດຍຜ່ານການຈັດກິດຈະ ກຳຕ່າງໆຮ່ວມກັນເຊັ່ນ:

SA Game
ຂ​ປ​ລ.

ການໄປແລກປ່ຽນວັດທະນະທຳຂອງແຕ່ລະປະເທດສະມາຊິກ ໃນກຸ່ມ, ຈັດງານລ້ຽງນ້ຳຊາພົບປະສ້າງສັນ ແລະ ແລກປ່ຽນວັດທະນະທຳ ປະຈຳປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ນັກການທູດຍິງ ແລະ ທູຕານຸທູດເພດຍິງ ຈາກບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ຈັດກິດຈະກຳ ເພື່ອປະກອບສ່ວນຊ່ວຍເຫລືອສັງຄົມ ເປັນຕົ້ນ ການລະດົມທຶນຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ທີ່ຢູ່ຫ່າງໄກສອກຫລີກ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.