ກຳແພງເມືອງບູຮານ ສະຖານທີ່ປະຫວັດສາດສຳຄັນຂອງ​​ກຳ​ແພງນະ​ຄອນ

SA Game

ພາບ: laophattananews.com

ກ່ຳ​ແພງ​ເມືອງວຽງ​ຈັນ​ບູ​ຮານ ທີ່​ຍັງ​ມີ​ຢູ່​ໃນ​ນະ​ຄອນ​ຫລວງວຽງ​ຈັນ.

ກຳແພງເມືອງວຽງຈັນບູຮານ ເປັນ​ສະຖານທີ່ປະຫວັດສາດສຳຄັນຂອງວຽງ​ຈັນ, ເຊິງສະຖານທີ່ດັ່ງກ່າວເປີດ ໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ເຊິ່ງທຸກຄົນສາມາດເຂົ້າໄປເບິ່ງໄປຊົມ ແລະ ສຶກສາຫາຂໍ້ມູນໄດ້ໂດຍບໍ່ເສຍຄ່າໃດໆ.

ກຳແພງເມືອງວຽງຈັນບູຮານ ຕັ້ງຢູ່ສີ່ແຍກໄຟແດງຫຼັກ 10 ບ້ານໜອງໄຮ ເມືອງ ຫາດຊາຍຟອງນະຄອນຫຼວງວຽງຈັນ ຕາມປະຫວັດທີ່ຂຽນ ໄວ້ໃນຫໍວາງສະແດງວ່າ ເປັນກຳແພງດ້ານນອກຂອງ ເມືອງ ຊັ້ນທີ 3 ສ້າງຂຶ້ນໃນລະຫວ່າງປີ ຄ.ສ 1770-1829 ເຊິ່ງເປັນສະໄໝຂອງເຈົ້າສຸລິຍະບຸນຍະສານ ແລະ ເຈົ້າອະນຸວົງ, ໂດຍມີຈຸດປະສົງເພື່ອປ້ອງກັນຂ້າເສິກໃນສະໄໝທີ່ເປັນຫົວລ້ຽວຫົວຕໍ່ລະຫວ່າງລາວກັບສະຫຍາມ.

SA Game
ພາບ: laophattananews.com

ທ່ານ ແສງແພງ ພັນທະວົງ ຜູ້ອຳນວຍການແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ໃຫ້ສຳພາດວ່າ ສະຖານທີ່ປະຫວັດສາດສຳຄັນແຫ່ງນີ້  ແມ່ນໄດ້ເຂົ້າມາບົວລະບັດ ຮັກສວາ, ພັດທະນາ ແລະ ປັບປຸງມາ 10 ກວ່າປີແລ້ວ ໂດຍໃຊ້ທຶນສ່ວນຕົວໃນການພັດ ທະນາ.

ເນື່ອງໃນໂອກາດປີ ທ່ອງທ່ຽວລາວ 2018 ຜ່ານ ມານີ້ ໄດ້ເປີດເທສະການທ່ອງທ່ຽວ ເຊິ່ງໄດ້ຮັບຜົນ ຕອບ ຮັບເປັນຢ່າງດີ ທັງນີ້ກໍ ເພາະວ່າສະຖານທີ່ດັ່ງກ່າວ ເປັນປະຫວັດສາດສຳຄັນ ຂອງຊາດ ແລະ ຄາດວ່າໃນ ປີທ່ອງທ່ຽວລາວ-ຈີນ 2019ນີ້ຈະມີການ ປະສານງານ, ຮ່ວມມືກັບທາງພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ  ແລະ ບັນດາບໍລິສັດທ່ອງທ່ຽວ ຕ່າງໆ ເພື່ອເປີດການ ບໍລິການໃຫ້ນັກທ່ອງທ່ຽວເຂົ້າມາຊົມມີບັນຍາກາດຟົ້ນຟື້ນ ຂຶ້ນກວ່າເກົ່າໃນທຸກໆ ວັນເສົາ- ອາທິດ ກໍຈະມີກິດຈະກຳຕ່າງໆເພື່ອໃຫ້ຜູ້ມາທ່ຽວໄດ້ສຳຜັດກັບບັນຍາກາດ ຢ້ອນຍຸກສົມກັບແຫຼ່ງທ່ອງ ທ່ຽວທາງປະຫວັດສາດເປັນຕົ້ນແມ່ນການສະແດງສິລະປະ, ງານຕະຫຼາດນັດອາຫານ, ສິນຄ້າໂອດັອບ, ເຄື່ອງ ຫັດຖະກຳຕ່າງໆ ແລະ ຍັງຈະ ເປີດເປັນສູນຮຽນຮູ້ທາງ ດ້ານສິລະປະວັດທະນະທຳ ບູຮານ ໃຫ້ນັກຮຽນນັກສຶກ ສາໄດ້ເຂົ້າໃຈຮູ້ຈາລຶກມູນ ເຊື້ອອັນດີງາມຂອງບັນພະບຸລຸດລາວອີກດ້ວຍ.

SA Game
ພາບ: laophattananews.com

(ທ່ານ ແສງແພງ ພັນທະວົງ ຜູ້ອຳນວຍການແຫຼ່ງທ່ອງທ່ຽວ )

ທ່ານຜູ້ອຳນວຍການ ໃຫ້ຮູ້ອີກວ່າ: ໃນປັດຈຸບັນນີ້ ກຳລັງເລັ່ງ ປັບປຸງເສັ້ນທາງ ໃຫ້ໄດ້ມາດຖານ, ສະດວກສະບາຍ ແລະ ໜ້າທ່ຽວຊົມດີຂຶ້ນ ເປັນຕົ້ນແມ່ນທາງ ຍ່າງ ລຽບຄອງນໍ້າ, ຕູບນັ່ງຫຼິ້ນ, ສວນດອກໄມ້, ເວທີສະແດງ ແລະ ເຮືອບູຮານ ໃຫ້ທ່ວງ ທັນກັບເທສະການທ່ອງທ່ຽວທີ່ຈະເປີດຂຶ້ນໃນທ້າຍເດືອນ ມັງກອນນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com