ການ​ພົບ​ປະສອງ​ຝ່າຍ ລາວ ແລະ ຫວຽດ​ນາມ ໃນ​ກອງ​ປະ​ຊ​ຸມ​ສຸດຍອດ​ອາ​ຊຽນ

SA Game

ປະເທດລາວ Pathedlao

ທີ່ກອງ​ປະ​ຊຸມ​ສຸດຍອດ​ອາຊຽນ-ອາ​ເມ​ລິ​ການາຍົກ ລາວ ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີຫວຽດນາມ

ສ​ປ​ປ ລາວ​ເປັນ​ປະ​ເທດ​ໜຶ່ງ​ທີ່​ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດອາເມລິກາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່

ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ກໍຄື ລະຫວ່າງ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທ່າມກາງບັນຍາກາດແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.

SA Game
ປະເທດລາວ Pathedlao

ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນການພົບປະຂອງສອງນາຍົກ ໃນເດືອນມັງກອນ ແລະ ການໂອ້ລົມທາງໂທລະສັບ ໃນເດືອນເມສາ 2022 ຜ່ານມາ, ສອງຝ່າຍ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ໄດ້ເຫັນດີຮ່ວມກັນໃນເດືອນມັງກອນ ແລະ ໄດ້ພ້ອມກັນວາງທິດທາງ ໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍເຫັນດີສືບຕໍ່ຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ທັງສອງຝ່າຍຕົກລົງຮ່ວມກັນແລ້ວ ເປັນຕົ້ນ ຜົນກອງປະຊຸມສອງກົມການເມືອງ, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2022 ຂອງຄະນະກໍາມະການຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ, ຂໍ້ຕົກລົງຮ່ວມມື ລະຫວ່າງບັນດາກະຊວງຂະແໜງການ ໂດຍສະເພາະແມ່ນຍຸດທະສາດຮ່ວມມືໄລຍະ 10 ປີ(2021-2030), ສັນຍາຮ່ວມມື 5 ປີ (2021-2025)

ສືບ ຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ ຕາມທິດຊີ້ນໍາຂອງພັກ, ການນໍາພາຂອງລັດ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ສັງ ຄົມ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ເປັນຕົ້ນ ຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ.

SA Game
ປະເທດລາວ Pathedlao

ການພົບປະສອງຝ່າຍຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສະໜິດສະໜົມ ອັນໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ປະເທດລາວ Pathedlao