ການ​ບິນ​ລາວ ກວ່າ60ປີ ປະ​ຫວັດ​ຄວາມ​ເປັນ​ມາ​ທີ​ຍາວ​ນານ

SA Game

ອິນ​ໄຊ​ລາວ.

ສາຍການບິນແຫ່ງຊາດ ສ​ປ​ປ ລາວ ແລະ ປະຫວັດຄວາມເປັນມາຂອງ“ການບິນລາວ”.

ສາຍ​ການ​ບິນ​ລາວ ຫລື ການຂົນສົ່ງທາງອາກາດຂອງລາວໄດ້ກຳເນີດເກີດຂຶ້ນໃນຊຸມປີ 1960 ເປັນຕົ້ນມາ  ເຊິ່ງພາກສ່ວນໜຶ່ງ ແມ່ນການບິນຂອງ ໍລະບອບເກົ່າສ້າງຂຶ້ນ ແລະ ອີກພາກສ່ວນໜຶ່ງແມ່ນການບິນຂອງແນວລາວຮັກຊາດ ເຊິ່ງພະນັກງານໄດ້ຮັບການກໍ່ສ້າງຢູ່ບັນດາປະເທດສັງຄົມນິຍົມ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນ ປີ 1975 ຈຶ່ງໄດ້ເຕົ້າໂຮມເອົາພາຫະນະ ແລະ ພະນັກງານ ຂອງທັງ 2 ຝ່າຍເຂົ້າກັນ ແລະ ສ້າງຕັ້ງການບິນລາວ ຂຶ້ນໃນວັນທີ 19 ມັງກອນ 1976 ທີ່ ເປັນພາກສ່ວນໜຶ່ງຂອງກົມການບິນພົນລະເຮືອນ ແລະ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ.

ໜ້າທີ່ຂອງການບິນລາວໃນໄລຍະນັ້ນແມ່ນຮັບໃຊ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ພົນລະເຮືອນທົ່ວໄປ.

ເຮືອບິນທີ່ນຳໃຊ້ແມ່ນ ເຊ 123 (C-123) , ເຊ 47 (C-47), ເດເຊ 4 ( DC-4), ອ່ານ 2(AN-2), ມີ 8(MI-8), ອ່ານ 24 (AN-24) ແລະ ອ່ານ 26 (AN-26).

SA Game
ອິນ​ໄຊ​ລາວ.

ໃນປີ 1977 ຍ້ອນຄວາມຮຽກຮ້ອງຕ້ອງການຂອງສົງຄົມຜູ້ຊົມໃຊ້ບໍລິການເພິ່ມຂຶ້ນ ບໍລິສັດ ການບິນລາວ ຈຶ່ງໄດ້ເປີດກວ້າງເສັ້ນທາງບິນສູ່ຕ່າງປະເທດເຊັ່ນ ຮ່າໂນ້ຍ, ບາງກອກ ແລະ ພະນົມເປັນ ແລະ ໃນປີ 1985 ການບິນລາວຈຶ່ງໄດ້ເລີ່ມຫັນຈາກລະບົບການບໍລິຫານໃຫ້ເປັນແບບວິຊາການ ເພື່ອເປັນການສ້າງລາຍຮັບ ແລະ ການເພີ່ມພາລະບົດບາດ.

ການບິນຮັບໃຊ້ວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກ-ລັດໄດ້ເລັງເຫັນເຖິງຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ແບ່ງເຮືອບິນ AN-24 (ອ່ານ ຊາວສີ່) ຈຳນວນ 4 ລຳ, AN-2 (ອ່ານ 2) ຈໍານວນ 4 ລຳ ແລະ Mi-8 (ມີ່ 8) ຈໍານວນ 2 ລຳ ໃຫ້ພ້ອມດ້ວຍພາຫານະ ຮັບໃຊ້ພາກພື້ນດິນໃຫ້ແກ່ການບິນລາວເພື່ອໃຊ້ເຂົ້າໃນວຽກງານການບິນ.

ມາເຖິງວັນທີ 18 ມີນາ 1989 ການບິນລາວທີ່ຂຶ້ນກັບກະຊວງປ້ອງການປະເທດກໍໄດ້ຖືກໂອນໄປໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລະ ວັນທີ່ 23 ພຶດສະພາ 1989 ການບິນລາວຈຶ່ງໄດ້ແຍກຕົວ ອອກຈາກກົມການບິນພົນລະເຮືອນ ສ້າງຕັ້ງ ເປັນບໍລິສັດການບິນລາວ ທີ່ເປັນຫົວໜ່ວຍທຸລະກິດ ຢ່າງຂາດຕົວຂຶ້ນຢ່າງເປັນທາງການ

SA Game
ອິນ​ໄຊ​ລາວ.

ໂດຍມີການໄລ່ລຽງລາຍຮັບລາຍຈ່າຍດ້ວຍຕົນເອງ. ໃນປີ 1990 ບໍລິສັດການບິນລາວ ໄດ້ເຊັນສັນຍາການຮ່ວມທຶນກັບ ບໍລິສັດ ແດນຈາງ ຂາເຂົ້າ-ຂາອອກ ເພື່ອສ້າງຕັ້ງ ເປັນ ບໍລິສັດ ການບິນ ລາວ (ສາຍ ຕ່າງປະ ເທດ) ໂດຍເຊົ່າເຮືອບິນ TU154 (ຕູ ຮ້ອຍຫ້າສິບສີ່) ນຳສາຍການບິນ ບານການ ແອລາຍສ໌ – ບຸນກາລີ ເປັນ ເວລາ ນຶ່ງ ປີ ຫລັງ ຈາກ ນັ້ນ ໄດ້ເຊົ່າ BOEING 737 (ໂບອິງ ເຈັດ ສາມ ເຈັດ) ຈາກ IAL Miami America (ໄອເອແອລ ໄມອາມີ ອາເມລິກາ) ມານຳໃຊ້ແຕ່ບໍ່ມີປະສິດທິຜົນ.

ບໍລິສັດ ແດນ ຈາງ ຂາເຂົ້າ-ຂາ ອອກ ໄດ້ໄປຊອກຄູ່ຮ່ວມທຶນ ໃໝ່ ຄື: ບໍລິສັດ ຊີ ທີ ເອ ເອສ໌ (CTAS) ຈາກ ຮົງກົງ ແລະ ໄດ້ດຳເນີນທຸລະກິດຮອດ ປີ 1994.

ເນື່ອງຈາກ ທຸລະ ກິດ ບໍ່ມີປະສິດທິຜົນບໍລິສັດ ແດນ ຈາງ ຈຶ່ງ ໄດ້ ຖອນ ຕົວ ແລະ ບໍລິສັດ ຊີ ທີ ເອ ເອສ໌ ຈຶ່ງ ໄດ້ຮ່ວມກັບສາຍການບິນຢຸນນານແອລາຍສ໌ ເພື່ອບິນເສັ້ນບິນສາຍຕ່າງປະເທດ ຈົນຮອດ ວັນທີ 30 ທັນວາ 1996 . ໃນວັນທີ 1 ມັງກອນ 1997 ຈຶ່ງໄດ້ລວມເອົາເສັ້ນບິນສາຍພາຍໃນປະເທດເຂົ້ານຳກັນແລ້ວເອີ້ນຊື່ວ່າ ການບິນລາວຮ່ວມພັດທະນາຈຳກັດ (Lao Aviation Joint Development Company Limited), ໄດ້ດຳເນີນທຸລະກິດເປັນ ເວລາ 1 ປີກັບ 4 ເດືອນ ດ້ວຍຮູບການເຊົ່າພາຫະນະການຜະລິດທັງໝົດນຳລັດຖະບານ.

ແຕ່ວ່າການດຳເນີນທຸລະກິດບໍ່ມີປະສິດທິຜົນ   ຈາກນັ້ນການບິນລາວຮ່ວມພັດທະນາຈຳກັດກໍ່ໄດ້ຢຸດຕິການເຄື່ອນໄຫວ ແລະ ໃນວັນທີ 14 ພຶດສະພາ 1998 ໄດ້ຖືກໂອນກັບມາເປັນລັດວິສາຫະກິດການບິນລາວຄືເກົ່າຈົນເຖິງປະຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.