ການຮ່ວມມືທາງດ້ານເສດຖະກິດດີຈິຕອນໃນອາຊຽນຫລັງໂຄວິດ-19

SA Game

ສະພາແຫ່ງຊາດ

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມກອງປະຊຸມຄະນະປະສານງານໄອປາ

ຄະນະຜູ້ແທນສະພາແຫ່ງຊາດລາວ ປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ຄະນະປະສານງານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ການຮ່ວມມືທາງດ້ານເສດຖະກິດດີຈິຕອນໃນອາຊຽນ ພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19” ໃນວັນທີ 7 ມິຖຸນາ 2022, ໂດຍການເປັນເຈົ້າ ພາບຂອງສະພາຜູ້ແທນລາຊະດອນ ແຫ່ງຣາຊະອານາຈັກໄທ ໃນຮູບແບບທາງໄກ.

ກອງປະຊຸມດັ່ງກ່າວ, ເປັນກົນໄກທີ່ສຳຄັນຂອງໄອປາ ໂດຍມີຈຸດປະສົງໃຫ້ບັນດາລັດຖະສະພາສະມາຊິກ ໄດ້ຮ່ວມກັນແລກປ່ຽນ, ທົບທວນຄືນ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ທີ່ມີການຮັບຮອງເອົາຮ່ວມກັນໃນກອງປະຊຸມສະມັດ ຊາໃຫຍ່ໄອປາ ໃນແຕ່ລະປີ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ແລກປ່ຽນ ແລະ ປຶກສາຫາລືກັນຕໍ່ຫົວຂໍ້ ການຮ່ວມມືທາງດ້ານເສດຖະກິດດີຈີຕອນໃນອາຊຽນ ພາຍ ຫລັງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິ ບັດບັນດາມະຕິ ຈຳນວນ 8 ສະບັບ ໃນຂົງເຂດວຽກງານການເມືອງ, ເສດຖະກິດ, ສັງຄົມ ແລະ ວຽກງານສະມາຊິກສະພາແຫ່ງຊາດເພດຍິງຂອງໄອປາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 42 ທີ່ບຣູໄນ ດາຣູຊາລາມ ເປັນເຈົ້າພາບ ໃນປີ 2021 ຜ່ານມາ.

SA Game
ສະພາແຫ່ງຊາດ

ໂອກາດນີ້, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ລາຍງານກ່ຽວກັບການຜັນຂະຫຍາຍ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາມະຕິຕ່າງໆຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 42 ຜ່ານມາ ເຊິ່ງສະພາແຫ່ງຊາດລາວ ໄດ້ຫັນເອົາບັນດາມະຕິດັ່ງກ່າວ ມາປັບໃຊ້ເຂົ້າກັບລະບຽບກົດໝາຍ ແລະ ນະໂຍບາຍແຫ່ງຊາດ ເພື່ອຊຸກຍູ້ການເສີມສ້າງຄວາມໝັ້ນຄົງທາງດ້ານໄຊເບີ ແລະ ການປົກປ້ອງຂໍ້ມູນທາງໄຊເບີ, ການສົ່ງເສີມຄວາມໝັ້ນຄົງຂອງມະນຸດ ໃນການນຳໃຊ້ລະບົບດີຈິຕອນ ຢ່າງເທົ່າທຽບກັນ, ການສົ່ງເສີມການທູດລັດ ຖະສະພາ ເພື່ອກ້າວໄປສູ່ປະຊາຄົມອາຊຽນ, ການນຳໃຊ້ລະບົບດີຈິຕອນຢ່າງເທົ່າທຽມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບເສດຖະກິດຂະໜາດນ້ອຍ ແລະ ກາງ ແລະ ເສີມສ້າງຄວາມເຂັ້ມແຂງ ໃນການເຊື່ອມໂຍງເສດຖະກິດຈຸລະພາກ, ການຟື້ນຟູເສດຖະກິດຫລັງການແພ່ລະບາດຂອງພະຍາດໂຄວິດ-19

ການນໍາໃຊ້ລະບົບດີຈິຕອນ ເຂົ້າໃນວຽກງານການຫລຸດຜ່ອນຜົນກະທົບ ຂອງການປ່ຽນແປງດິນຟ້າອາກາດ, ການຫັນການຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາແບບຍືນຍົງ ລົງສູ່ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າໝາຍລະດັບຊາດມີປະສິດທິຜົນ ແລະ ການສົ່ງເສີມຄວາມສາມາດທາງດ້ານເສດຖະກິດຂອງເພດຍິງ ໃນການປະຕິບັດໜ້າທີ່ວຽກງານໃນອະນາຄົດ ໂດຍຜ່ານການນໍາໃຊ້ລະບົບດີຈິຕອນ ແລະ ການເງິນ.
ພ້ອມກັນນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດດີຈິຕອນໃນອາຊຽນ ພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສະພາແຫ່ງຊາດລາວ ໄດ້ມີການປັບປຸງນະ ໂຍບາຍ ແລະ ກົດໝາຍຫລາຍສະບັບ ພ້ອມທັງຮັບຮອງເອົາວິໄສທັດການພັດທະນາເສດ ຖະກິດດີຈິຕອນແຫ່ງຊາດ 20 ປີ(2021-2040) ເຊິ່ງຈະເປັນປັດໄຈສໍາຄັນໃນການພັດທະ ນາເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.
SA Game
ສະພາແຫ່ງຊາດ

ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາບົດລາຍງານ ຂອງກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 13 ໂດຍການລົງລາຍເຊັນຜ່ານທາງເອເລັກໂຕນິກ ເຊິ່ງບົດລາຍງານດັ່ງກ່າວ ຈະຖືກນຳໄປລາຍງານໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 43 ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ 2022 ນີ້, ທີ່ຣາຊະອານາຈັກກໍາປູເຈຍ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຕົກລົງເຫັນດີໃຫ້ ສສ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 14 ໃນປີ 2023.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສະພາແຫ່ງຊາດ