ການນຳໃຊ້ ຄຳວ່າ ຂ້ອຍ ແລະ ຄ້ອຍ ກັບຄວາມໝາຍຂອງມັນ.

SA Game

DooDiDo

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ຂ້ອຍ ແລະ ຄ້ອຍ ແຕກ​ຕ່າງ​ກັນ​ແນວ​ໃດ?

​​ໃນ​ພາ​ສາ​ລາວ ການນໍາໃຊ້, ​ການ​ສົນ​ທະ​ນາສື່ສານ ລວມທັງ​ການ​ສະ​ກົດ​ຄຳ ແລະ ຕ່າງໆມີ​ຄວາມ​ຫລາກ​ຫລາຍ​ໃນ​ການ​ນຳ​ໃຊ້​ບາງ​ສ່ວນ​ກໍ​ນຳ​ໃຊ້​ຖືກ​ຫລັກ​ໄວ​ຍາ​ກອນ​ບາງ​ສ່ວຍ​ກໍ​ຍັງ​ຄົງ​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ຜິດ​ພາດ​ຢູ່, ດັ່ງ​ທີ່​ຮູ້​ກັນ​ດີ ໃນ​ພາ​ສາ​ລາວ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ,ຄວາມ​ໝາຍ​ອື່ນ​ໄປ​​ໄດ້.

ພາສາລາວໃນ​ຕອນ​ນີ້ຈະເອົາຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ມີຄວາມໝາຍ​ທີ່​ແຕກ​ຕ່າງ, ເປັນ​ຄຳ​ທີ່​ໃຊ້​ເປັນ​ປະ​ຈຳ​ທຸກ​ມື້​ເລີຍເພື່ອ​ບໍ່​ໃຫ້ສັບສົນໃນການນໍາໃຊ້ ແລະ ການ​ສະ​ກົດ​ຄຳ​ໃຫ້​ຖືກ​ຕ້ອງ​ນັ້ນກໍ​ຄືຄໍາວ່າ: ຂ້ອຍ ແລະ ຄ້ອຍ ມາ​ອະ​ທິ​ບາຍ ເຊິງສອງຄໍານີ້​ຖ້າ​ວ່າ​ເປັນ​ຄົນ​ລາວ​ແລ້ວ​ສ່ວນຫຼາຍນຳ​ໃຊ້​ຖືກ​ຕ້ອງ​ຢູ່​ແລ້ວ​ເພາະ​ເປັນ​ຄຳ​ທີ່​ຕ້ອງ​ໃຊ້​ເປັນ​ປະ​ຈຳ ແຕ່​ຫາກວ່າ​ເປັນ​ຄົນ​ຕ່າງ​ປະ​ເທດ​ຕ່າງ​ພາ​ສາ​ອາດ​ຈະ​ມີ​ການ​ຜິດ​ພາດ​ໃນ​ການ​ສະ​ກົດ​ຄຳ​ກໍ​ເປັນ​ໄປ​ໄດ້​ເນືອງ​ຈາກ​ຄວາມ​ຄ້າຍ​ຄື​ກັນ​ເກືອບ​ທັງ​ໝົດ​ເລີຍ​ໃນ​ການ​ອອກ​ສຽງ ແລະ ສຽງ​ຂອງ​ຕົວ​ອັກ​ສອນຕ່າງແຕ່ສຽງສູງ ກັບສຽງຕໍ່າເທົ່ານັ້ນ.

SA Game
DooDiDo
ຄຳ​ວ່າ ຂ້ອຍ.

ມີຄວາມໝາຍວ່າ ​ຂ້າ​ພະ​ເຈົ້າ, ໃຊ້​ແທນ​ຕົວ​ຜູ້​ເວົ້າ ແລະ ຍັງ​ມີ​ອີກ​ຄວາມ​ໝາຍ​ໜຶ່ງ​ເປັນ​ລັກ​ສະ​ນະ​ຄຳ​ນາມຄວາມ​ໝາຍ​ກໍ​ຄື ຂ້າ, ທາດ, …

ຕົວຢ່າງ:

ຂ້ອຍ​ຢາກ​ໃຫ້​ເຈົ້າ​ເຂົ້າ​ໃຈ​ຂ້ອຍ​ແດ່.

ຊົມ​ເຊີຍ​ເດີ​ໄດ້​ດີ​ແລ້ວ​ຢ່າ​ລືມ​ຂ້ອຍ​ແດ່.

ລາວ​ສະ​ໝັກ​ໃຈ​ໄປ​ເປັນ​ຂ້ອຍ​ເຂົາ, ແນວ​ຢາກ​ເຂົ້າ​ເຮັດ​ວຽກ​ນຳ​ເຂົາ.

ຄໍາວ່າ ຄ້ອຍ.

​ຄ້ອຍ​ມີ​ຄວາມ​ໝາຍ​ວ່າ ບ່ອນ​ຕ່ຳ, ບ່ອນ​ທີ່​ເປັນ​ເນີນ​ລົງ​ໄປ, ເນີນ​ລົງ​ໄປ​ຈົນ​ເຖິງ​ຕ່ຳ​ທີ່​ສຸດ​ເອີ້ນ​ວ່າ ຄ້ອຍ, ອີ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື ບ່າຍ​ລົງ​ໄປ ຫງ່ຽງ, ບໍ່​ລືມ (ຄຶດ​ຄ້ອຍໆ)

ຕົວຢ່າງ:

ລາວ​ຂີ່​ລົດ​ລົງ​ຄ້ອຍ​ມາ​ໄວ​ຫລາຍ​ເລີຍ​ເຮັດ​ໃຫ້​ລົດ​ລາວ​ເສຍ​ຫລັກ​ປິ້ນ​ຢູ່​ນີ້.

ພໍ​ຕາ​ເວັນ​ຄ້ອຍ​ຄ່ຳ​ລົງ​ຮູ້​ສືກ​ເຫງົາໆ​ຄິດ​ຮອດ​ບ້ານ.

ຄຶດ​ຄ້ອຍໆ​ມາ​ກໍ​ຮູ້​ສື​ເສຍ​ໃຈ​ກັບ​ສິ່ງ​ທີ່​ຜ່ານ​ມາ.

ສະຫຼຸບ.

ຄໍາວ່າ: ຂ້ອຍ ແລະ ຄ້ອຍ ສຳ​ນຽງ​ອາດ​ຈະ​ຄ້າຍ​ຄື​ກັນຕ່າງ​ແຕ່​ສຽງ​ສູງ​ສຽງ​ຕ່ຳ​ເທົ່າ​ນັ້ນ​ແຕ່​ວ່າ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ​ຄື: ຂ້ອຍ ມີຄວາມໝາຍວ່າ ​ຂ້າ​ພະ​ເຈົ້າ, ໃຊ້​ແທນ​ຕົວ​ຜູ້​ເວົ້າ ແລະ ຍັງ​ມີ​ອີກ​ຄວາມ​ໝາຍ​ໜຶ່ງ​ເປັນ​ລັກ​ສະ​ນະ​ຄຳ​ນາມຄວາມ​ໝາຍ​ກໍ​ຄື ຂ້າ, ທາດ, …

ສ່ວນ ຄ້ອຍ ​ມີ​ຄວາມ​ໝາຍ​ວ່າ ບ່ອນ​ຕ່ຳ, ບ່ອນ​ທີ່​ເປັນ​ເນີນ​ລົງ​ໄປ, ເນີນ​ລົງ​ໄປ​ຈົນ​ເຖິງ​ຕ່ຳ​ທີ່​ສຸດ​ເອີ້ນ​ວ່າ ຄ້ອຍ, ອີ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື ບ່າຍ​ລົງ​ໄປ ຫງ່ຽງ, ບໍ່​ລືມ (ຄຶດ​ຄ້ອຍໆ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo