ການນຳໃຊ້ ຄຳວ່າ ກະເທືອນ ແລະ ສະເທືອນ ມີຄວາມໝາຍດຽວກັນ.

SA Game

DooDiDo

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ ກະ​ເທືອນ ແລະ ສະ​ເທືອນ ຄື​ກັນ ແລະ ​ຕ່າງ​ກັນ​ແນວ​ໃດ?

​​ໃນ​ພາ​ສາ​ລາວ ການນໍາໃຊ້, ​ການ​ສົນ​ທະ​ນາສື່ສານ ລວມທັງ​ການ​ສະ​ກົດ​ຄຳຕ່າງໆມີ​ຄວາມ​ຫລາກ​ຫລາຍ​ໃນ​ການ​ນຳ​ໃຊ້​ບາງ​ສ່ວນ​ກໍ​ນຳ​ໃຊ້​ຖືກ​ຫລັກ​ໄວ​ຍາ​ກອນ​ບາງ​ສ່ວຍ​ກໍ​ຍັງ​ຄົງ​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ຜິດ​ພາດ​ຢູ່, ດັ່ງ​ທີ່​ຮູ້​ກັນ​ດີ ໃນ​ພາ​ສາ​ລາວ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ,ຄວາມ​ໝາຍ​ອື່ນ​ໄປ​​ໄດ້.

ພາສາລາວໃນ​ຕອນ​ນີ້ຈະເອົາຄໍາສັບທີ່ຄ້າຍຄືກັນໃນ​ລັກ​ສະ​ນະ​ຂອງ​ຄວາມ​ໝາຍ, ເປັນ​ຄຳ​ທີ່ຫລາຍ​ຄົນ​ຍັງ​ຄົນ​ຄາ​ລາ​ຄາ​ຊັງ​ຢູ່​ໃນ​ການ​ທີ່​ຈະ​ເວົ້າ​ຄຳ​ສັບ​ເຫລົ່າ​ນີ້ ​ນັ້ນກໍ​ຄືຄໍາວ່າ: ກະ​ເທືອນ ແລະ ສະ​ເທືອນ ມາ​ອະ​ທິ​ບາຍ ເຊິງສອງຄໍານີ້​ແມ່​ນ​ຖ້າ​ຈະ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ມັນ​ແມ່ນ​ຄ້າຍ​ຄື​ກັນ ແລະ ສາ​ມາດ​ໃຊ້​ແທນ​ກັນ​ໄດ້​ ການ​ທີ່​ສະ​ກົດ​ຕ່າງ​ກັນ ແລະ ເວົ້າ​ຕ່າງ​ກັນ​ອາດ​ຍ້ອນ​ວ່າ​ແຕ່​ລະ​ເຂດ​ຈະ​ໃຊ້​ຄຳ​ເວົ້າ​ບໍ່​ຄື​ກັນ​ໝົດ​ທຸກ​ຄຳ​ເຊິງ​ໃນ​ສອງ​ຄຳ​ນີ້​ຖື​ວ່າ​ໃຊ້​ຄຳ​ໃດ​ກໍ​ໄດ້​ແລ້ວ​ແຕ່​ວ່າ​ຜູ້​ໃຊ້​ຈະ​ໃຊ້​ຄຳ​ໃດ​ແຕ່​ສ່ວນ​ຫລາຍ​ແມ່ນ​ເຫັນ​ນຳ​ໃຊ້ ສະ​ເທືອນ​ຫລາຍກວ່າ, ຕາມ​ວັດ​ຈະ​ນາ​ນຸ​ກົມ​ອະ​ທິ​ບາຍ​ຂອງ​ແຕ່​ລະ​ຄຳ​ດັ່ງ​ນີ້.

SA Game
DooDiDo
ຄຳ​ວ່າ ກະ​ເທືອນ.

ມີຄວາມໝາຍວ່າ ​​ສະ​ເທືອນ, ຫວັ່ນ​ໄຫວ, …

ຕົວຢ່າງ:

ເຈົ້າ​ທຸບ​ໂຕະ​ເຈົ້າ​ກະ​ເທືອນ​ຮອດ​ໂຕະ​ຂອງ​ຂ້ອຍ

ຂ້ອຍ​ຢ່າງ​ໄປ​ເຂົ້າ​ຫ້ອງ​ນ້ຳ​ຢູ່​ຊານ​ໄມ້​ເຮ້ຍ, ໝົດ​ຊານ​ຈົນ​ກະ​ເທືອນ​ໝົດ.

ຄໍາວ່າ ສະ​ເທືອນ.

​ມີ​ຄວາມ​ໝາຍ​ວ່າ ຫວັ່ນ​ໄຫວ, ສັ່ນ​ໄປ​ທົ່ວ, ສັ່ນ​ໄປ​ໝົດ.

ຕົວຢ່າງ:

​ເຈົ້າ​ບອກ​ລາ​ຂ້ອຍ​ຮູ້​ສືກ​ສະ​ເທືອນ​ຮອດ​ຫົວ​ໃຈ​ຂອງ​ຂ້ອຍ.

ແຜນ​ດິນ​ໄຫວ​ຢູ່​ຟິ​ລິ​ປິນ​ສະ​ເທືອນ​ຮອດ​ປະ​ເທດ​ລາວ.

ສະຫຼຸບ.

ຄໍາວ່າ: ກະ​ເທືອນ ແລະ ສະ​ເທືອນ ການ​ສະ​ກົດ​ຄຳ​ແມ່ນ​ຄື​ກັນ​ຕ່າງ​ແຕ່​ໂຕ ກ ແລະ ສ ເທົ່າ​ນັ້ນ ລວມ​ທັງ​ຄວາມ​ໝາຍ​ຂອງ​ສອງ​ຄຳ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​, ແຕ່​ສ່ວນ​ຫລາຍ​ແມ່ນ​ໃຊ້​ຄຳ​ວ່າ ສະ​ເທືອນ​ຫລາຍກວ່າ​ມີ​ຄວາມ​ໝາຍ​ວ່າ ຫວັ່ນ​ໄຫວ, ສັ່ນ​ໄປ​ທົ່ວ, ສັ່ນ​ໄປ​ໝົດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo