ການ​ຂະ​ຫຍາຍ​ຕົວ 16 ປີຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ສາ​ຂາ​ອັດ​ຕະ​ປື

SA Game

ຂປລ

ແຂວງ ອັດຕະປື ກັບ16 ປີ ແຫ່ງການເຕີບໃຫຍ່​ຂອງລັດວິສາຫະກິດໄຟ້ຟ້າລາວ.

ແຂວງ ອັດຕະປື ໄດ້ເລີ່ມນໍາໃຊ້ໄຟຟ້າດ້ວຍຈັກປັ່ນໄຟ ທີ່ຂຶ້ນກັບພະແນກ ອຸດສະ ຫະກໍາ-ຫັດຖະກໍາ ແລະ ຫ້ອງວ່າການປົກຄອງ ແຂວງເປັນຜູ້ຄຸ້ມຄອງ ເພື່ອຮັບໃຊ້ເຂດສໍານັກງານອົງການ ທີ່ຈໍາເປັນ ແລະ ແບ່ງການຊົມໃຊ້ເປັນແຕ່ລະຄຸ້ມບ້ານໃຊ້ 4 ຊົ່ວໂມງຕໍ່ຄືນ, ຕໍ່ມາໄດ້ມອບໃຫ້ພະແນກ ອຸດສາຫະກໍາ-ຫັດຖະກໍາ ກໍຄື:

ພະແນກ ພະລັງງານ ແລະ ບໍ່ແຮ່ ປັດຈຸບັນ ເປັນຜູ້ຄຸ້ມຄອງ ຈົນມາຮອດທ້າຍປີ 1999 ລັດວິສາຫະກິດໄຟຟ້າລາວ ຈຶ່ງໄດ້ສ້າງຕັ້ງສູນບໍລິການໄຟຟ້າ ທີ່ຂຶ້ນກັບສາຂາແຂວງ ຈໍາປາສັກ

ປີ 2022 ຫລັງຈາກໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍເຫາະ ສໍາເລັດ, ລັດວິສາຫະກິດໄຟຟ້າລາວ ເຫັນໄດ້ຄວາມຈໍາເປັນຂອງແຂວງ ອັດຕະປື ເພື່ອການພັດທະນາ ເສດຖະກິດ-ວັດທະນະທໍາ-ສັງຄົມຂອງແຂວງ ຈຶ່ງໄດ້ຊອກຫາແຫລ່ງທຶນ

ພ້ອມທັງດໍາເນີນການກໍ່ສ້າງຕາຂ່າຍ 22 ກິໂລໂວນ, ຈາກເຂື່ອນໄຟຟ້າຫ້ວຍເຫາະ ເພື່ອລໍາລຽງພະລັງງານມາຮັບໃຊ້ 2 ຕົວເມືອງຄື: ເມືອງ ສາມັກຄີໄຊ ແລະ ເມືອງ ໄຊເສດຖາ ຈໍານວນ 60 ກິໂລເມັດ ໃນປີ 1998.

SA Game
ຂປລ

ກ່ອນນີ້ ປີ 2004-2005 ລັດວິສາຫະກິດໄຟຟ້າລາວ ໄດ້ລົງທຶນກໍ່ສ້າງສະຖານີ ແລະ ສາຍສົ່ງ 115 ກິໂລໂວນ, ຈາກສະຖານີ ບ້ານນາ, ເມືອງ ປະທຸມພອນ, ແຂວງ ຈໍາປາສັກ ຫາ ສະຖະນີສະເພົາທອງ ເມືອງສາມັກຄີໄຊ ແຂວງອັດຕະປື ເພື່ອສະໜອງໄຟຟ້າໃຫ້ທົ່ວແຂວງ, ມີລວງຍາວ 112,5 ກິໂລ ແມັດ ແລະ ຂະຫຍາຍຕາຂ່າຍໄຟຟ້າລົງສູ່ເຂດຊົນນະບົດຫ່າງໄກສອກຫລີກຕື່ມອີກ.

ມາຮອດວັນທີ 1 ມິ ຖຸນາ 2006 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ຈື່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍມີພາລະບົດບາດ ແລະ ໜ້າທີ່ໃນການຄຸ້ມຄອງບໍລິການ ເພື່ອສະໜອງໄຟຟ້າໃຫ້ມີຄວາມຮັບປະກັນໃຫ້ແກ່ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຊາວແຂວງ ອັດຕະປື.

ນັບແຕ່ນັ້ນມາ, ລັດຖະບານກໍຄື: ອໍານາດການປົກຄອງຂັ້ນແຂວງ ກໍໄດ້ໃຫ້ຄວາມສໍາຄັນ ແລະ ມີນະໂຍບາຍໃນດ້ານການພັດທະນາ ແລະ ຂະ ຫຍາຍລະບົບຕາຂ່າຍໃຫ້ທົ່ວເຖິງ. ໃນປັດຈຸບັນນີ້, ໄຟຟ້າລາວ ສາຂາແຂວງອັດຕະປື ແມ່ນໄດ້ລໍາລຽງໄຟ ຟ້າເພື່ອມາຮັບໃຊ້ພາຍໃນ ແຂວງ ລວມມີ 5 ແຫລ່ງຄື:

ຈາກສະຖານີສະເພົາທອງ, ຈາກເຂື່ອນໄຟຟ້າຫ້ວຍເຫາະ, ຈາກເຂື່ອນໄຟຟ້າຫ້ວຍສະໝອງ, ຈາກລະບົບຕາຂ່າຍ ເມືອງປະທຸມພອນ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ຈາກສສ ຫວຽດນາມ ເພື່ອຮັບໃຊ້ເຂດບໍ່ຄໍາວັງຕັດ 15 ເມກາວັດ, ປະຊາ ຊົນໄດ້ຊົມໃຊ້ໄຟຟ້າທຸກຂົງເຂດຮອດປີ 2022 ເທົ່າກັບ 96%, ທຽບໃສ່ຫລັງຄາ 5 ຕົວເມືອງແມ່ນໄດ້ 100% ເຊິ່ງ 141 ບ້ານ, 29.251 ຄົວເຮືອນ.

ນອກຈາກນີ້, ຍັງໄດ້ປັບປຸງໂຄງງຮ່າງການຈັດຕັ້ງຄືນໃໝ່ໃນປີ 2021 ເພື່ອສະດວກໃນການບໍລິການຄຸ້ມຄອງຢູ່ຂັ້ນແຂວງ ແລະ 5 ສູນບໍລິການໄຟຟ້າປະຈໍາ 5 ຕົວເມືອງສໍາເລັດໂດຍພື້ນຖານ ແລະ ໄດ້ມອບພັນທະອາກອນໃນແຕ່ລະປີ ສະເລ່ຍກວ່າ 10 ຕື້ກີບຕໍ່ປີ.

ຕະຫລອດໄລຍະເວລາ 16 ປີທີ່ຜ່ານມາ, ໄຟຟ້າລາວ ສາຂາແຂວງອັດຕະປື ບໍ່ພຽງແຕ່ເຮັດບົດບາດອັນສໍາຄັນໃນການຄຸ້ມຄອງການບໍລິການ ທີ່ມີຄວາມໝັ້ນຄົງເທົ່ານັ້ນ. ແຕ່ຫາກຍັງແມ່ນຜູ້ດໍາເນີນທຸລະກິດ, ຜູ້ໃຫ້ການສະໜອງການບໍລິການກະແສໄຟຟ້າ ເພື່ອການຊົມໃຊ້ຢູ່ພາຍໃນສັງຄົມ ທີ່ມີຄຸນນະພາບສູງ

ມາຮອດປັດຈຸບັນນີ້, ໄຟຟ້າລາວສາມາດສະໜອງໄຟຟ້າ ຮັບໃຊ້ໄດ້ 100%, ນອກຈາກນີ້, ການຜະລິດກະແສໄຟຟ້າ ຢູ່ແຂວງອັດຕະປື ຍັງເຮັດບົດບາດເປັນຜູ້ສົ່ງອອກ ແລະ ກາຍເປັນຫົວໜ່ວຍທຸລະກິດພາກລັດທີ່ສໍາຄັນໃນການສ້າງລາຍຮັບງົບປະມານ ໃນຫລາຍປີຜ່ານມາ.

16 ປີທີ່ຜ່ານມາ, ໄຟຟ້າລາວ ສາຂາ ແຂວງອັດຕະປື ມີຜົນງານຫລວງຫລາຍ ມີລັກສະນະເປັນພື້ນຖານກວ່າໝູ່ໃນຊຸມປີທີ່ຜ່ານມາ ເຊິ່ງໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ, ແຜນຍຸດທະສາດ ກ່ຽວກັບການພັດທະນາວຽກງານພະລັງງານຂອງລັດຖະບານ ກໍຄືຂອງແຂວງດ້ວຍຄວາມຕັ້ງໜ້າ ແລະ ມີລະດັບການຂະຫຍາຍຕົວທີ່ແຂງແຮງ, ຕໍ່ເນື່ອງ ແລະ ໜັກແໜ້ນ, ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງແຂວງ ອັະຕະປື.

ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດ ໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການພັດທະນາຊົນນະບົດ, ວຽກງານ 3 ສ້າງ, ການປັບປຸງ, ຍົກລະດັບຊີວິດການເປັນຢູ່ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຢ່າງຕັ້ງໜ້າ.

ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ ກໍຍັງມີສິ່ງທ້າຍຫລາຍດ້ານ ຕໍ່ກັບການດຳເນີນວຽກງານວິສາຫະກິດ ໂດຍສະເພາະໃນໄລຍະທີ່ສະພາບເສດຖະກິດ-ການເງິນ-ສັງຄົມ-ເຕັກໂນໂລຊີ ກຳລັງປ່ຽນແປງ ແລະ ເຕີບໂຕໄປຢ່າງໄວວາ, ພະນັກງານ-ກຳມະກອນຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມເສຍສະຫລະ ທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ລັດວິສາຫະກິດໄຟ ຟ້າລາວ ໂດຍສະເພາະ ສາຂາແຂວງ ອັດຕະປື ໃຫ້ກາຍເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງ ແລະ ເປັນກຳລັງຫລັກຂອງແຂວງ ແລະ ຂອງຊາດ;

SA Game
ຂປລ

ຖືສໍາຄັນວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ສົ່ງເສີມສິ່ງທີ່ດີ, ຊົມເຊີຍຜູ້ດີເດັ່ນ, ເດັດຂາດປະຕິບັດວິໄນຕໍ່ຜູ້ກະທໍາຜິດ ແລະ ເພີີ່ມທະວີຢ່າງຈິງຈັງ ຕໍ່ວຽກງານວິສະເພາະ ເຊັ່ນ:

ສືບຕໍ່ການບໍາລຸງຮັກສາສ້ອມແປງລະບົບຕາຂ່າຍ 22 kv ເຊິ່ງປັດຈຸບັນ ຟຟລ ສາຂາ ແຂວງ ອັດຕະປື ມີລະບົບຕາຂ່າຍໄຟຟ້າຄື: ມີສະຖານີໄຟຟ້າ 115/22 kv, ຈໍານວນ 1 ແຫ່ງ, ມີໝໍ້ແປງ 40 MVA, 2 ໜ່ວຍ, ລະບົບຕາຂ່າຍ 22 ກວ, ລວມມີ 7 Feeder, ມີລວງຍາວຕາຂ່າຍແຮງກາງ 22 ກວ, ແມ່ນ 1.076 km/ວົງຈອນ, ປ້ອມໝໍ້ແປງ 22/0,4kv ມີ 579 ໜ່ວຍ, ໝໍ້ນັບໄຟທັງໝົດມີ 34.005 ໜ່ວຍ;

ເອົາໃຈໃສ່ກວດກາ, ສ້ອມແປງໄຟຕົກ-ໄຟມອດ, ການຈົດໄຟ-ເກັບເງິນທວງໜີ້ສິນໃຫ້ໄດ້ດີ, ການຈົດເລກໝໍ້ນັບໄຟຖືກຕ້ອງຊັດເຈນຕາມຮອບວຽນ, ຫລີກລ້ຽງການຈົດເລກຜິດພາດ ແລະ ຄາດເດົາ. ພ້ອມດຽວກັນ ຍັງຕ້ອງສືບຕໍ່ເອົາໃຈໃສ່ວຽກງານວາງແຜນລະບົບ ແລະ ແລະ ວຽກງານຄຸ້ມຄອງລະບົບ-ບໍລິການ ໃຫ້ດີທີ່ສຸດ ໂດຍສະເພາະແມ່ນການຄຸ້ມຄອງພະລັງງານຕົກເຮ່ຍໃຫ້ຢູ່ໃນເກນປົກກະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ