ກະ​ກຽມ​ງານສັບປະດາແຫ່ງຊາດເພື່ອຄວາມປອດໄພ ທາງຫຼວງປີ 2021

SA Game

ພາບ​: laoedaily.com.

ພິທີຖະແຫຼງຂ່າວກຽມຈັດງານ ສັບປະດາແຫ່ງຊາດເພື່ອຄວາມປອດໄພ ທາງຫຼວງ.

ຂັບຂີ່ປອດໄພຕ້ອງຮັດສາຍແອວນີລະໄພຄື​ຫົວ​ຂໍ້​ທີ່​ໄດ້​ຈັດຂຶ້ນວັນທີ 31 ມີນາ 2021, ພິທີຖະແຫຼງຂ່າວ ກຽມຈັດງານ ສັບປະດາແຫ່ງຊາດເພື່ອຄວາມປອດໄພ ທາງຫຼວງປີ 2021, ເຊິງ​ຈັດ​ຂື້ນທີ່ກົມຂົນສົ່ງກະຊວງ ຍທຂ ເຂົ້າຮ່ວມຂອງທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈາລະຈອນ, ທ່ານ ບຸນຫາບ ສຸລິໂຍ ຮອງຫົວໜ້າກົມສື່ມວນຊົນກະຊວງ ຖວທ ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ບຸນຕາ ອ່ອນນາວົງ ກ່າວວ່າ: ງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຫຼື Road Safety Week ຄັ້ງທີ 6 ຈະຈັດຂຶ້ນວັນທີ 3 ເມສາ 2021 ທີ່ເດີນພະທາດຫຼວງວຽງຈັນ, ສະນັ້ນການຈັດງານນີ້ຈຶ່ງມີຄວາມໝາຍ ເພາະພວກເຮົາຈະໄດ້ພ້ອມກົັນເຂັ້ມງວດ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຈາລະຈອນທາງບົກ ແລະ ບັນດາລະບຽບການທີ່ກ່ຽວຂ້ອງ.

SA Game
ພາບ​: laoedaily.com.

ສໍາລັບ ສປປລາວ ການເກີດອຸບັດເຫດທາງຫຼວງ ໄດ້ສ້າງຄວາມສູນເສຍທັງດ້ານຊີວິດ ແລະ ຊັບສິນ ຖ້າຄິດໄລ່ຕາມ ກໍານົດອົງການອະນາໄມໂລກ ຜູ້ເສຍຊີວິດຄົນໜຶ່ງຈະມີມູນຄ່າເທົ່າກັບ 70 ເທື່ອຂອງ GDP ແລະ ຜູ້ບາດເຈັບເທົ່າກັບ 17 ເທື່ອຂອງ GDP.

ປັດຈຸັບັນລາຍຮັບຕໍ່ຫົວຄົນຂອງ ສປປລາວເຮົາ 2.500 ໂດລາ, ສະຕິຖິການເກີດອຸບັດເຫດມີຜູ້ເສຍຊີວິດປະມານ 1.000ຄົນ ແລະ ບາດເຈັບຫຼາຍກວ່າ 8 ພັນຄົນ . ສະນັ້ນ ມູນຄ່າການສູນເສຍທາງເສດຖະກິດ ຈາກອຸບັດເຫດ ຈະມີຫຼາຍກວ່າ 500 ລ້ານໂດລາສະຫະລັດຕໍ່ປີ.

ອັນພົ້ນເດັ່ນສໍາລັບປີນີ້ ແມ່ນການເກີດອຸບັດເຫດ ຫຼາຍກໍລະນີຮ້າຍແຮງຢູ່ເທິງທາງດ່ວນ ນະຄອນຫຼວງວຽງຈັນ -ວັງວຽງ ເຊິ່ງຖືວ່າເປັນເລື່ອງໃໝ່ສໍາລັບຜູ້ໃຊ້ລົດ ໃຊ້ທາງຫຼວງຂອງ ສປປລາວ.

ກິດຈະກໍາ ໃນງານສັບປະດັບຄວາມປອດໄພຈະມີ ການຖາມຕອບໃຫ້ຄວາມຮູ້, ສາທິດການຮັດສາຍນີລະໄພຢູ່ລົດເມ, ລົດຕັກຊີ້, ລົດສ່ວນບຸກຄົນ ແລະ ລົດອື່ນໆ ຄາດຈະມີຜູ້ເຂົ້າຮ່ວມຫຼາຍກວ່າ 1ພັນຄົນ.

ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ກ່າວວ່າປີ2020 ຕົວເລກເກີດອຸບັດເຫດຕາມທ້ອງຖະຫນົນທົ່ວປະເທດມີ 6.774ຄົນ. ໃນນັ້ນສາຍເຫດຫລັກແມ່ນດື່ມເຄື່ອງດື່ມມີທາດເຫລົ້າມີ 1.564ກໍລະນີ, ປ່ຽນທິດທາງເດີນລົດບໍ່ຮັບປະກັນ 644 ກໍລະນີ,ແຊງບໍ່ຮັບປະກັນ 478 ກໍລະນີ,ບໍ່ປ່ອຍສິດໃຫ້ກັນ 493 ກໍລະນີ,ລ່ວງປ້າຍຫ້າມ 249 ກໍລະນີ ແລະ ບໍກວດກາເຕັກນິກພາຫະນະ 238 ກໍລະນີ.

ໃນນັ້ນ ພາຫະນະເປ້ເພເລັກນ້ອຍ 5.587 ຄັນ, ພາຫະນະເປ້ເພສົມຄວນ 6.107 ກໍລະນີ,ພາຫະນະໃຊ້ການບໍ່ໄດ້ 313 ກໍລະນີ, ຄົນບາດເຈັບເລັກນ້ອຍ 4.500 ຄົນ,ບາດເຈັບສົມຄວນ 4.217, ບາດເຈັບສາຫັດ 1.310 ຄົນແລະເສຍຊີວິດ 1.031 ຄົນ.

ທ່ານຍັງຮຽກຮ້ອງຜູ້ໃຊ້ລົດໃຊ້ຖະໜົນ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງນີ້ ໃຫ້ນັກຂັບຂີ່ປະຕິບັດກົດລະບຽບຈາລະຈອນຢ່າງເຂັ້ມງວດ, ຂໍໃຫ້ສະຖາບັນຄອບຄົວ ເຕືອນສະຕິສະມາຊິກໃນຄອບຄົວ ປະຕິບັດກົດລະບຽບຢ່າງເຂັ້ມງວດ, ຜູ້ຂັບຂີ່ລົດຈັກກໍ່ໃຫ້ໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ຶນ, ສ່ວນຜູ້ຂັບລົດໃຫຍ່ກໍ່ຮັດສາຍແອວນີລະໄພທັງຜູ້ຂັບ ແລະ ຜູ້ໂດຍສານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.