ກະສິກອນເມືອງຊຽງຮ່ອນເລີມ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ເກັບ​ກ່ຽວ​ເຂົ້າ​ນາ​ປີ

SA Game

ຂ​ປ​ລ

ຊາວກະສິກອນເມືອງຊຽງຮ່ອນເລີມ​ນຳ​ໃຊ້​ເທັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ເກັບ​ກ່ຽວ​ເຂົ້າ​ນາ​ປີ

​ໃນ​ໄລ​ຍະ​ນີ້​ຮອດ​ລະ​ດູ​ທີ່​ເກັບ​ກ່ຽວ​ເຂົ້າ​ແລ້ວປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ​ກໍ​ໄດ້​ເລີມ​ລົງ​ມື​ເກັບ​ກ່ຽວ​ເຂົ້າ​ນາ​ຕົນ​ເອງ ແລະ ລະ​ດູ​ນີ້​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ເຄືອງ​ຈັກ​ທີ່​ທັນ​ສະ​ໄໝ​ຫລາຍ​ຂື້ນ, ຈາກການໃຫ້​ຂໍ້​ມູນ​ຂອງ ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ:

ການເກັບກູ້ເຂົ້ານາປີ ຂອງກະສິ ກອນ ຢູ່ເມືອງຊຽງຮ່ອນ ໄດ້ລົງມືເກັບກ່ຽວຜົນຜະລິດເຂົ້ານາປີຢ່າງເປັນຂະບວນການຟົດ ຟື້ນ ກວ້າງຂວາງ, ຫລາຍເຂດແມ່ນນຳໃຊ້ກົນຈັກເກັບກູ້ຜົນຜະລິດ ໄດ້ສຳເລັດໄວຂຶ້ນກວ່າເກົ່າ.

ກະສິກອນ ຢູ່ເມືອງຊຽງຮ່ອນໄດ້ດ້ເລີ່ມລົງມືເກັບກູ້ເຂົ້ານາປີ ມາແຕ່ຕົ້ນເດືອນກັນຍາ ມາຮອດປັດຈຸບັນ, ແມ່ນສຳເລັດແລ້ວ 80% ຂອງເນື້ອທີ່ເຂົ້ານາທົ່ວເມືອງ ທັງໝົດ 3.358 ເຮັກຕາ ແລະ ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນພະຈິກ 2022 ນີ້, ສະເລ່ຍສະມັດຕະພາບ 1 ເຮັກຕາບັນລຸ 4,5 ໂຕນ, ການຜະລິດເຂົ້ານາປີ ໃນປີນີ້ ຄາດວ່າການຜະລິດຈະບັນລຸຕາມແຜນຂອງຫ້ອງການກະສິກຳ ແລະ ປ່າໄມ້ ວາງໄວ້ແຕ່ຕົ້ນປີ 23.000 ໂຕນ.

SA Game
ຂ​ປ​ລ

ໄປພ້ອມກັບການເກັບກູ້ເຂົ້ານາປີ, ກະສິກອນຍັງໄດ້ສຸມໃສ່ເກັບກູ້ ພືດລະດູຝົນ ເປັນ ຕົ້ນ ໜາກເດືອຍດໍ, ສາລີ ແລະ ພືດອື່ນໆ ສຳເລັດແລ້ວ 45% ຂອງເນື້ອທີ່ທັງໝົດ 5.939 ເຮັກຕາ, ທຽບໃສ່ປີຜ່ານມາ ການເກັບກູ້ເຂົ້ານາປີ ແມ່ນມີຄວາມສະດວກສະບາຍເນື່ອງຈາກວ່າ ດິນຟ້າກາດໄດ້ເອື້ອອຳນວຍ ເຮັດໃຫ້ການເກັບກູ້ຜົນຜະລິດເປັນໄປຕາມແຜນການ.

ທ່ານ ສົມບູນ ໄຊວຸດ ຍັງໃຫ້ຮູ້ອີກວ່າ: ພາຍຫລັງສຳເລັດການເກັບກູ້ພືດລະດູຝົນແລ້ວ, ຫ້ອງການກະສິກຳ ແລະ ປ່າໄມ້ ຍັງຈະໄດ້ພ້ອມກັນລົງຊຸກຍູ້ສົ່ງເສີມ ໃຫ້ກະສິກອນ ປູກພືດລະດູແລ້ງ ໃສ່ບ່ອນທີ່ມີເງື່ອນໄຂເນື້ອທີ່ແຜນກການ 1.380 ເຮັກຕາ ເປັນຕົ້ນໝາກໂມ, ຖົ່ວເຫລືອງ ແຜນການແມ່ນ 580 ເຮັກຕາ ແລະ ພືດສະບຽງອາຫານອື່ນໆເພື່ອຜະ ລິດເປັນສະບຽງອາຫານ ແລະ ຂາຍເປັນສິນຄ້າ ຕື່ມອິກ.

SA Game
ຂ​ປ​ລ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.